Tag-Archive for » the pizza company «

…ຕັບໄຕ້ໄສ້ແຫ້ງ…

ເງີ້…..ໄສ້ແຫ້ງ,


ທຸກທ້າຍເດືອນໄດ້ເປັນມະນຸດເງີນເດືອນໄສ້ແຫ້ງຕາມເຄີຍເຮົາ- -໑
ເກືອບໄດ້ກິນຕົ້ມຫມີ່ຫໍໍ2ພັນກີບອີກເນາະມື້ນີ້.
ດີທີ່ເງີນເດືອນຫາກໍ່ອອກຕອນ3ໂມງ…..
ບໍ່ຊັ້ນລະມຶງເອີ້ຍຍຍຍຍຍຍຍ,ໂນເວມເບີຣ໌ກັດກ້ອນເກືອກິນແທ້.


ເງີນກໍ່ຫນ້ອຍ,ເລີຍພະຍາຍາມເກັບ,ແຕ່ກໍ່ຫມົດແບບບໍ່ຮອດເດືອນຢູ່ດີ.
ຍັງບໍ່ແລ້ວ,ຍັງບໍ່ແລ້ວ…….ເງິນແສນກ້ອນສຸດທ້າຍກໍ່ຫມົດໄປກັບພິດຊ້າ- -
ຫມູ່ຊວນໄປລອງກິນກໍ່ເລີຍໄປ,ຖືວ່າແພງສຳລັບເຮົາກໍ່ແລ້ວກັນ- -


ພາຍຫຼັງກິນໄດ້2ແຜ່ນ….ປະກົດວ່າ:ເກືອບອອກທາງເກົ່າ.
ບໍ່ຮູ້ວ່າຍ້ອນມັນແພງຫຼືວ່າຂ້ອຍພະໂລ້ກໍ່ບໍ່ຮູ້,ກິນຈົນວ່າເກືອບຮາກ- -.

ຊິຮາກຍ້ອນລາຄາກະປານນັ້ນ(((ສາມແສນປາຍ- -)))

(ແພງຫລາຍກໍ່ກິນໃຫ້ມັນຮູ້ຊຶ້ງ,ເທື່ອຫນ້າກໍ່ບໍ່ໄດ້ກິນອີກແລ້ວ,ແພງໂພດ)
^
^
^
^
^

ອ່ະ…..ກ່ອນຫນ້ານີ້ມື້ຫນຶ່ງກໍ່ໄປທົດລອງເຮັດໄຮໂຊນັ່ງກິນກະແລ້ມ


ຂໍບອກວ່າສັ່ງມາອັນດຽວແຕ່ຂໍບ້ວງ3ກ້າມ…ກ໊າກໆໆໆໆ
ເຫັນຊຳຫັນກໍ່46.000ກີບແລ້ວ- -
ເຫີ້……ຊາດວ່າແພງກະດໍ້- -
ເກີດມາຫາກໍ່ໄດ້ກິນອັນແພງປານນີ້.

ບໍ່ຮູ້ວ່າອັນໃດຄົນຊິຫຼາຍປານນັ້ນ- -,ແຂກເຂົ້າຮ້ານບໍ່ຢຸດບໍ່ເຊົ່າ….
ຊົ່ວຊິໄດ້ກິນກະຕ້ອງຢືນຖ້າ,ສັງເກດວ່າອີກບໍ່ດົນຮ້ານມັນຄືຊິໄດ້ກຳໄລໃນບໍ່ດົນ.
ອີກຢ່າງທ່ານສາມາດພົບປະດາຣາ,ນັກຮ້ອງຢູ່ຫັນເກືອບທຸກມື-*-
ຕາມທີ່ໄດ້ຍິນມາ,ນັກຮ້ອງກຸ່ມຫນຶ່ງຈະໄປຖ່າຍເອມວີຢູ່ຫັນ.
ເປັນເຮົາທີ່ຕ້ອງໄປປະສານງານ….ເງີ້,ເຫືອແຕກແທ້ແລະບາດນິ.
ເຮົາບໍ່ກ້າໄປຂໍສະຖານທີ່ເອື່ອຍເຮົາ,ເພາະມັນຕ້ອງບໍ່ອະນຸຍາດໃຫ້ຖ່າຍແລະ.
ເຫີ້ໆໆໆ….ແຕ່ເຮົາເບິ່ງຕາມສະພາບແລ້ວ,ບໍ່ຫນ້າຈະຜ່ານ.
ຄົນຫຼາຍປານນັ້ນ,ມັນຊິເອົາບ່ອນໃດໄປຢືນຮ້ອງເພງຫວະ- -
ສົງໃສຄືຊິໄດ້ໄປຖ່າຍບອກອື່ນແລ້ວຕິ.

ປ.ລຜູ້ກ່ຽວເປັນສິວ,ຫມູ່ວ່າປານຂີ້ແມງວັນ- -/

November59
18:00