ກ່ອນທີ່ຈະເຂົ້າໃຈຜິດກັນໄປໃຫ່ຍກ່ຽວກັບເວັບໄດອະຣີ່ນີ້….

ນີ້ແມ່ນເວັບທີ່ລວມເລື່ອງ,ເຫດການຕາຣົກ,ເສົ້າ,ບ້າຯ,ລວມຄວາມຄິດແບບກຶ້ງສຳເລັດຮູບຂອງ ໂນເວມເບີ້.
ແລະບາງເຫດການອາດຈະມີຄຳບໍ່ສຸພາບຫຼາຍໄປແດ່,ກະຂໍໂທດຂໍອະໄພມາໃນທີ່ນີ້ດ້ວຍ.ນັ້ນກະຍ້ອນເພື່ອ
ເຮັດໃຫ້ໄດອະຣີ່ບໍ່ຊຳຊາກໜ້າເບື່ອເວລາອ່ານ,ເຮັດໃຫ້ໃນຂະນະທີ່ອ່ານຈະສາມາດມະໂນພາບໄດ້ງ່າຍຂຶ້ນ.
ອີກຢ່າງໃນເວັບນີ້ຈະອອກແນວ (((Logic))) ແລະ (((Fallacy))) ປົນກັນໄປ.
ຈະຂໍຂະຫຍາຍຄວາມໜາຍອີກຕື່ມ : Logic = ຕັກກະ ໝາຍເຖິງ “ການໃຊ້ເຫດຜົນໃນເລື່ອງໃດໜຶ່ງ”.
ໂດຍທີ່ມີອາລົມສ່ວນຕົວແທກຊ້ອນເຂົ້າໄປນຳ Fallacy = ການໃຊ້ເຫດຜົນຜິດຫຼັກ.

ດັ່ງນັ້ນ : ເວັບນີ້ເປັນພຽງເລື່ອງທີ່ເກີດຂຶ້ນ,ແນວຄວາມຄິດຜ່ານຕົວໜັງຂອງຜູ້ຂຽນເທົ່ານັ້ນ.
ຫວັງວ່າເລື່ອງທີ່ຂຽນລົງໄປ,ທຸກທ່ານຄົງຈະອ່ານໃນແບບຂອງເລື່ອງຕະຣົກໆກວນໆຫຼາຍກວ່າຊະເນາະ.
ຢ່າໄປເອົາມາຄິດຫຼາຍກັບຄຳສັບບາງຕອນໃນນີ້ເລີຍ.

ຂໍຂອບໃຈທີ່ເສຍສະຫຼະເວລາເຂົ້າມາອ່ານໄດອະຣີ່ຂອງຂ້າຜູ້ນ້ອຍ.

ປ.ລ
ທຸກຄຳເວົ້າແລະທຸກບົດເນຶ້ອຫາສາຣະທັງໝົດໃນເວັບນີ້ບໍ່ອະນຸຍາດໃຫ້ບຸກຄົນໃດຫຼືກຸ່ມໃດຂັດຈ້ອນ

ບາງຕອນຫຼືເນື້ອຫາທັງໝົດໄປໃຊ້ໃນທາງອື່ນ.ທຸກເຫດການຄວນໄດ້ຮັບອະນຸຍາດຈາກເຈົ້າຂອງກ່ອນ.

18/08/2009
Novmeber59