Archive for the Category »Uncategorized «

ຂີ້ໂລກ…ພາກຕໍ່

ອາກາດຮ້ອນ,ຄົນກໍ່ອາລົມຮ້ອນໄປນຳ – -*
ເຮີ້ໆໆໆ….ຮ້ອນແທ້ເດະ.

ແຮງທໍລະມານX2…ກະຕອນເປັນໄອເປັນຫວັດຍາມຮ້ອນນິແລະ
ຫາກໍ່ເຊົາເປັນຫວັດເປັນໄອບໍ່ຮອດເດືອນ,ອາການເດີມກັບມາອີກແລ້ວ.
ຈະລອດບໍ່ຫວະ – -*

ທໍລະມານສຸດໆກໍ່ຕອນນອນ,ເປີດພັດລົມພັດວ່າໄອ,ປິດພັດລົມກັບວ່າຮ້ອນ.
ເອົາວິທີເຄິ່ງລົມເຄິ່ງຮ້ອນ,ດ້ວຍວິທີຜ້າຫົ່ມປົກຄໍ – -*ໃຫ້ພັດລົມພັດຕີນ.

ມາຫ້ອງການແອກໍ່ບໍ່ໄດ້ແຮງປານໃດ,ແຕ່ຄໍເຈົ້າກຳພັດໄອບໍ່ເຊົ່າ

ຊິທໍລະມານກັນໄປຮອດໃສ- -*
ຂໍດີຂອງມັນກໍ່ຄືເວລາກິນເບຍພັດບໍ່ໄອ,
ແຕ່ຕອນບໍ່ໄດ້ກິນພັດໄອຈົນຫນ້າກຽດ

ຄໍບໍ່ຮັກດີ

ເອົາເປັນວ່າກັບບ້ານກ່ອນ….…..

November On tour

ບໍ່ໄດ້ເຂົ້າມາອັບເດດໄດອະຣີ່ຕົນເອງຕັ້ງດົນ…..
ມົວແຕ່ເອົາເວລາໄປລັນລາ~~~ລັນລາປີໃຫມ່ຢູ່ຕ່າງແຂວງ
ເອົາເປັນວ່າຊ່ວງນີ້ຫມົດໂຕ,ເງີນຫມົດ,ໄສ້ແຫ້ງຕາມເຄີຍ- -”

ເງີນເດືອນໄດ້ມາກໍ່ໄປຖ້ອຍແວ່ນຕາມາໃຫມ່- -”


ແວ່ນຕາທຳມະດາແຕ່ວ່າແພງລາກໄສ້ໃນອອກມາໃນຕັບເລີຍ…ຊາດ.

ເດືອນຫນ້າຖ້າບໍ່ມີຫຍັງຜິດແອນພາດຄິດວ່າຈະໄປຖ້ອຍກ້ອງCannon D3000
ເອົາເປັນວ່າອັບເດດຮູບທີ່ໄປຫຼິ້ນສະຫວັນ-ຫຼວງພະບາງດີກວ່າ.
ຕາມພາບກໍ່ແລ້ວກັນ.

(ທາຍບ້ານນອກກຳລັງໄປຄອນເສີດຄົບຮອບ3ປີtigoຢູ່ສະຫວັນນະເຂດ)

(ສະຫວັນເວກັດ,ພາກັນຕືນເຕັ້ນຢ່າງໃຫຍ່ໄດ້ເຂົ້າໄປເຫັນ,ຢາກຫິ້ຼນການພະນັນລົງຕັບ)

(ເສື້ອເຫຼືອງສາຍດຽວ,ຄິດວ່າແມ່ນໃດ,ຄູ່ແຂ່ງນ້ອງປອຍ)555

(ແດດຊິຮ້ອນຊຳໃດ,ເບຍຊ່ວຍທ່ານໄດ້))

(ທາດຫມາກໂມ….ນັ່ງຈຳໂບ້ໄປ20.000ກີບ – -*)

(ຄັ້ງທີ3ທີ່ໄດ້ໄປຂຶ້ນພູສີ)

(ເມືອງຫຼວງຫຼິ້ນປີໃຫມ່ໂຫດຮ້າຍຫຼຼາຍ,
ຂ້ອຍຕາຍດ້ວຍສະພາບນີ້ແລະ- -*)

(ກະເປົ່າ- -*)

ເດດສຸດ,ເບື່ອສຸດ,ສະເທືອນສະສຸດແມ່ນຮູບນີ້ແລະ.
ຕອນໄປຫຼວງພະບາງຂີ້ລົດເມໄປສຸດໂຫດ- -*
ປີ້ລົດຂາຍແພງສຸດ,ຍາດກັນຊື້ບັກຍາກໆ
ແຖມລົດຕີນແຕກຕອນ12ໂມງ- -*
ຄົນຂັບລົດກະສຸດໂຫດເອົາບິກເຟິດມາຂຽນໃສ່ກະເປົ້າຂ້ອຍ.
ເພິ່ນວ່າຍ້ານຫລົງກັນ.ສຸດທ້າຍຕອນຮອດຫຼວງພະບາງມັນກໍ່ບໍ່ເຫັນຊິໄດ້ຖາມຊື່ຢູ່ກະເປົ່າ.
ຕົກລົງມັນຕັ້ງກວນຕີນ- -*

ຫນັງ…+18

ກາຍເປັນຊີວິດທີ່ຕ້ອງເດີ່ນທາງໄປຕາມໜ້າທີ່(ຕາມທີ່ຄົນມາຈ້າງໃຫ້ໄປ)…..
ຈາກທີ່ບໍ່ເຄີຍໄປໄປໃສໄກ,ຈາກທີ່ເຄີຍໄປໄກສຸດແມ່ນວັງວຽງ.ແຕ່ຍ້ອນວຽກນີ້ເຮັດໃຫ້ຂ້ອຍໄດ້ເປີດມັນສະຫມອງ,ໄດ້ໄປໃສໄກໆ(ແລ້ວແຕ່ໂອກາດ).
ຈາກທີ່ບໍ່ເຄີຍກິນແປ້ງນົວແລກຮາກ
“ກະເລີຍໄດ້ເຈິກັບຕົນເອງ….ຫຼາບແລ້ວ- -”

ວູ້…..ກັບມາຢູ່ກັບເດືອນແຫ່ງຄວາມຮັກອີກແລ້ວ(Januarly)ແຕ່ຊີວິດດ້ານຄວາມຮັກຂ້ອຍກໍ່ຍັງວາງເປົ່າເຫມື່ອນເດີມ….ບໍ່ໄດ້ສົມຫວັງຄືກັບເດືອນນີ້ເລີຍ.
-ທີ່ຈິ່ງຫາກໍ່ມີເວລາຢູ່ບ້ານແບບເຕັມໆໆ….ເພາະກ່ອນໜ້ານີ້ແມ່ນໄດ້ໄປເປັນເດັກກັບສາຍໄຟ,
ຢູ່ທ່າລາດ4ມື້.ກັບມາຮອດບ້ານກໍ່ມີຫນ້າທີ່ສືບຕໍ່ເປັນເດັກກອງຖ່າຍຈົນເລື່ອງນີ້ມັນຈົບສຳເລັດ.
ກັບບ້ານມື້ໃດກະຕອນຫຼັງທ່ຽງຄືນ,ຮອດມື້ໃຫມ່ມາກໍ່ຕ້ອງຕືນ6ໂມງເຊົ້າ…ຈົນບໍ່ໄດ້ທັກທາຍຄອບຄົວ.

-ຄັ້ງນີ້ເປັນຄັ້ງແລກທີ່ຂ້ອຍໄດ້ໄປເຫັນເບື້ອງຫຼັງການເຮັດລະຄອນສັ້ນ.ໄດ້ຮູ້ໆຫຼາຍຢ່າງ…..
ຂໍບອກເລີຍວ່າ…..(((((ມັນບໍ່ງ່າຍເລີຍ))),ເຖິງວ່າຫນັງຈະມີຄວາມຍາວພຽງ30ນາທີ,
ແຕ່ວ່າຕ້ອງໃຊ້ເວລາຫມົດມື້ຫມົດຄືນເປັນເວລາ9ວັນສະເພາະການຖ່າຍທຳ.
ຈາກທີ່ເຄີຍເຫັນແຕ່ຂ່າວ“ໄທ”ມັນຊຸບຊິ໊ບດາລາຜູ້ນັ້ນ,ນັກສະແດງຜູ້ນີ້…ເປັນຈັງຊັນຈັງຊີ
ຜູ້ນີ້ດີ,ຜູ້ນີ້ເວົ້າຫລາຍ,..ບຮາໆໆບຮາໆໆ…ບຮາໆໆໆ.
(ຄິດໃນໃຈອ່ານໄປ….ມັນຊິເປັນແນວນັ້ນແທ້ບໍ??ບໍ່ແມ່ນຄົນຕັ້ງຈັງໄຮຂຽນບໍ?)
ແຕ່ພີ່ນ້ອງເອີ້ຍຍຍຍ……ຂໍເລົ່າ!!!!!!ວ່າມັນແມ່ນຕາມຄວາມຈິງ...
ເພາະເຮົາໃຊ້ຊີວິດຮ່ວມກັນແຕ່ເຊົ້າຈຳຄ່ຳ,ເລີຍພາກັນຮູ້ໄຕກັນຫມົດ555.

ພໍເຮົາໄດ້ໄປຢູ່ເບື້ອງຫຼັງ,ເຮົາກໍ່ຮູ້ວ່າໃຜເປັນຈັງໃດ- -.ໂດຍສະເພາະທີມງານຄືພວກຂ້ອຍ,
ຕ້ອງໄດ້ໄປໄວກວ່ານັກສະແດງ,ຈັດໄຟຖ້ານັກສະແດງ,ຕ້ອງໄດ້ຖ້ານັກສະແດງເຂົ້າສາກ,
ເລີກຊ້າກວ່ານັກສະແດງ,ສະແດງຈົບແລ້ວ,ແຕ່ຊີວິດພວກຂ້ອຍຍັງບໍ່ຈົບ,ຕ້ອງໄດ້ມາຕັດຕໍ່ຈົບ
ອອກມາເປັນຫນັງຄວາມຍາວ30ນາທີ.”ນີ້ແມ່ນວຽກຂອງຄົນເບື້ອງຫຼັງຄືພວກຂ້ອຍນັ້ນເອງ”
ອິອິອິຫນັງເລື່ອງນີ້ຂ້ອຍບໍ່ໄດ້ຕັດ,ເພາະວ່າຝີມືມັນຍັງບໍ່ເຖິງ,ຕ້ອງໄດເຝິກອີກດົນຊົ່ວຈະເປັນ.
ຫນ້າທີ່ຂ້ອຍໃນພາລະກິດນີ້ກໍ່ຄືເປັນທະນາຄານພາກສະຫນາມ,ຂົ່ນອຸປະກອນ,ມ້ຽນອຸປະກອນແລະ
ຫນ້າທີ່ຫລັກໆແມ່ນ:ເປັນຊ່າງສຽງໃນການຖ່າຍທຳ
(ເວົ້າພາສາຊາວບ້ານກໍ່ຄື:ຖືໄມໂຄຼໂຟນອັດສຽງຕອນທີ່ນັກສະແດງກຳລັງສະແດງຢູ່5555)ເພື່ອໃຫ້ສຽງອອກມາຊັດເຈນດີ(ເປັນວຽກໂຄດໆໆສຳຄັນເລີຍ..ກ໊າກໆໆໆໆ).

ຫນັງເລື່ອງນີ້ເປັນແນວປະມານໆໆໆໆ…..ອິອິອິ((((ຊາຍຮັກຊາຍ)))ແມ່ນແລ້ວຫນັງເກ.
ເປັນຫນັງແນວຊອດແທກວິຊາການເລື່ອງການມີເພດຊຳພັນແບບປ້ອງກັນ,ແລະກ່ຽວກັບໂລກເອດ.
ແນໃສ່ກຸ່ມທີ່ມີຄວາມສ່ຽງທີ່ສຸດ,ນັ້ນກໍ່ຄືກຸ່ມເພດທີ3ນັ້ນເອງ.ໂດຍເປັນຫນັງທີ່ຖອດແຊກໃຫ້ຄວາມ
ຄິດຕໍ່ກຸ່ມຄົນທີ່ຕ້ອງການແລະກຸ່ມຄົນທີ່ບໍ່ແນ່ໃຈວ່າຕົນເອງຕິດເຊື້ອໂລກເອດຫຼືບໍ?ເຊິ່ງເປັນປະໂຫຍດໃຫ້ແກ່ຄົນທີ່ຢາກຮູ້ກ່ຽວກັບວິທີການໄປກວດເລືອດວ່າແນວໃດ,ບ່ອນໃດ
ປະມານວ່າ(((ກະອູຫຼິ້ນຫຼາຍແບບນີ້ຈະມີເຊື້ອໂລກເອດບໍ????))))ຫັນນະ.

((ພໍຈະສຳນຶກອອກແມ່ນບໍ….ອິອິອິແນ່ນອນນັກສະແດງ85%ແມ່ນກະເທີຍ,ຊາຍ8%ແລະຍີງ7%)).

ຫນັງເລື່ອງນີ້ບໍ່ທຳມະດາ…..ເປັນຫນັງທີ່ແຮງກວ່າຫນັງອາຖັນເສຍອີກ….
ກໍ່ຍ້ອນວ່າຫນັງເກືອບຖືກຍົກເລີກ”ທັງທີ່ຖ່າຍມາໄດ້80%”
ບໍ່ແມ່ນຍ້ອນວ່າກະຊວງບໍ່ອຸນະຍາດໃດ,ແຕ່ຍ້ອນຄວາມບໍ່ພ້ອມຂອງທຸກຄົນໃນເວລານັ້ນເອງ55.
ອິອິອິອິ ຊິບໍ່ໃຫ້ຂ້ອຍຮ້ອງວ່າຫນັງອາຖັນໄດ້ແນວໃດ….((((ອ່ານໃຫ້ຈົບແລ້ວຊິຮູ້))))
1.ທຳອິດ,ຫນັງເລື່ອງນີ້ຈະເລີ່ມການຖ່າຍທຳ
ຕັ້ງແຕ່ປີກາຍນີ້,ແຕ່ຖືກໂຄງການບໍ່ອະນຸມັດເຊັນຢັ້ງຢືນເງີນໃຫ້.
2.ຕອນຖ່າຍທຳມື້ແຣກ….ໄປຮອດສະຖານທີ່ຖ່າຍ,ພວກຂ້ອຍພັດລືມເອົາຖ່ານກ້ອງມາ5555
“ດີທີ່ຍັງສາມາດຝາກລົດເມມາໃຫ້ໄດ້55555″
3.ໂອເຄຈົບໄປເລື່ອງບັນຫາຖ່າຍກ້ອງ….ບັນຫາທີ່ຕາມມາແມ່ນສາຍຕໍ່ກ້ອງໃສ່ໂທລະພາບມັນຊ໊ອດ.
ຜູ້ກຳກັບບໍ່ສາມາດເບິ່ງພາບນັກສະແດງໄດ້((((ບັນຫາໃຫຍ່ໆໆໂຄດ,ຜູ້ກຳກັບຮັບບໍ່ໄດ້,ເດີຄະ))))
ຈຳເປັນຕ້ອງໄດ້ຝາກສາຍມາຈາກວຽງຈັນອີກຄັ້ງທີ2. 5555555
4.ມື້ຕໍ່ມາ….ດອກໄຟມີບັນຫາ.ເຫິ້…..ຫມົດເງີນກັບດອກໄຟໄປ8ດອກ.
(((((ດອກໄຟຂາດແບບທີ່ວ່າ….ກູຫາກໍ່ໃຊ້ບໍ່ຮອດໃສ,ມຶງຂາດອີກລະເດະ)))))
ຫຍຸ້ງຄົນຂັບລົດຕ້ອງໄດ້ຂີ່ລົດໄປຊື້ຢູ່ວຽງຈັນ – -
ດອກໄຟຂາດຢູ່ແບບນັ້ນກືອບທຸກມື້…..ຈົນເກືອບວ່າໄດ້ກິນແກບແທນເຂົ້າ.
5.ຫນັງຖ່າຍມາຮອດໄດ້ບໍ່ເທົ່າໃດ,ຫນັງເກືອບຢຸດຖ່າຍກາງອາກາດ,ເພາະນັກສະແດງ
ກັບຜູ້ກຳກັບຜິດກັນ – -.(ຄວາມຊວຍເລີຍຕົກມາຢູ່ທີມງານພວກເຮົາ…ຢຸດຖ່າຍແບບນີ້ຫົວຫນ້າຄາດທຶນຄັກໆໆ)
ດີທີ່ສຸດທ້າຍຕົກລົງທຳຄວາມເຂົ້າໃຈກັນໄດ້…..ຫນັງເລີຍໄດ້ຂັບເຄື່ອນໄປຕໍ່ອີກມື້ຫນື່ງ.
6.ມື້ໃຫມ່ຕໍ່ມານັກສະແດງມີສຳມະນາດ່ວນ…….ເລີຍວ່າຢຸດກອງຖ່າຍໄປເປັນອາທິດຕໍ່ໄປ- -
7.ຕັດກັບມາສາກຢູ່ວຽງຈັນ…….ການຖ່າຍທຳເກືອບຈະສຳເລັດ,ໂດຍສາກຕໍ່ໄປແມ່ນໄປຖ່າຍທຳ
ຢູ່ໂຣງຫມໍ,ຖ່າຍແຕ່ເຊົ້າຈົນຮອດແລງເຫຼືອສາກດຽວກໍ່ຈະໄດ້ພັກ,ຢູ່ດີຫົວຫນ້າໃຫຍ່ໂຮງຫມໍເພິ່ນບໍ່ໃຫ້
ຖ່າຍເອົາສະຖານທີ່- -…..ເລີຍວ່າໄດ້ຢຸດກອງຖ່າຍໄວ້ແຄ່ນັ້ນ.
“ແມ້…….ເຈ້ກະດາຍຍຍຍ,ຂໍອີກສາກດຽວກະບໍ່ໄດ້- -”
ເຫິ້…..ເຈ້ໂຫດສຸດໆໆໆ……ໂດຍຖີ້ມປະໂຫຍກທີ່ຜູ້ກຳກັບແລະຄົນຫມົດກອງຖ່າຍອຶງໄປຕາມໆກັນ.
ຫນັງທີ່ພວກເຈົ້າຖ່າຍຕ້ອງເອົາມາໃຫ້ຂ້ອຍເບິ່ງ,
(((ຖ້າເຫັນວ່າເອົາປ້າຍພະແນກຂ້ອຍໃສ່,ຂ້ອຍຊິຟ້ອງພວກເຈົ້າ))))
8.ສຽງໄມໂຄໂຟນບໍ່ເຂົ້າ…….ບັນຫາໂລກແຕກອີກຕາມເຄີຍ.
(ທັງທີ່ຖ່າຍມາເປັນຊາດບໍ່ເກີດເຫດການແບບນີ້,ເຈິຫນັງເລື່ອງນິບັນຫາເຕັ້ມ)
9.ຕາກ້ອງ(ຫົວຫນ້າຂ້ອຍ)ມີປະຊຸມ,ຕ້ອງເລື່ອນກອງຖ່າຍອີກ2ມື້.

ອິອິອິ…ເປັນນຳບໍ່ເຮັດພິທີຂໍອະນຸຍາດຕິເບາະ,ກະເລີຍມີແນວຂ້ອງໆຂາໆ.ຊົ່ວມື້ຫນຶ່ງຈະຖ່າຍໄດ້ຄົບຕາມສາກທີກຳນົດກໍ່ຫຼິ້ນເອົາກັບບ້ານເດິກໆໆໆທຸກມື້.
ທັງນັກສະແດງ,ຜູ້ກຳກັບ,ທີມງານ,ຜູ້ກ່ຽວຂ້ອງທັງຫຼາຍເຫມື່ອຍຈົນຊີບວາຍ555.

ແຕ່ສຸດທ້າຍຫນັງກໍ່ຖ່າຍໄດ້ຈົບສຳເລັດ….ເຍ້ໆໆໆ,ທຸກຄົນໄດ້ອົດທົນຈົນຫນັງ
ອອກມາເປັນຜົນງານຊີ້ນຫນຶ່ງຈົນໄດ້….ຖືວ່າຄຸ້ມແລ້ວໄດ້ພາກັນອົດທຸກ,ມ່ວນເມົາ.
ໃຊ້ຊີວິດນຳກັນຕັ້ງເກືອບອາທິດປາຍ.


ອາວວວ….ຖືວ່າເປັນການເຮັດວຽກທີ່ມ່ວນໆສຸດໆອິອິອິເພາະໄດ້ຢູ່ກັບກະເທີຍ,ມ່ວນໆໆ
ອິອິອິເຫັນວ່າ…..(((ປະຈຸບັນຜູ້ຊາຍຫັນມາກິນກະເທີຍແບບເປີດເຜີຍຫຼາຍຂຶ້ນ))).
ອິອິອິນັກສະແດງເພິ່ນພາກັນໄດ້ຜູ້ບ່າວບັກຫລາຍໆໆຕອນໄປກິນເບຍ,ຂ້ອຍເຫັນລະຈົນອື້ງ.
ນັ່ງກິນເບຍແປບດຽວ,ຜູ້ບ່າວຍ່າງມາຕຳຈອກ,ລົມກັນແປບໆດຽວໄປຫ້ອງນ້ຳນຳກັນແລ້ວເດະ.
((((ແສດດດດ…..ຜູ້ຊາຍບ້ານທ່າລາດມັນມັກເຮັດກະເທີຍເນາະ))))
ຜົນອອກມາກະເລີຍເປັນໄປຕາມທີ່ເຫັນ,ນັກສະແດງພວກເພິ່ນເລີຍໄດ້ຂຶ້ນສະຫວັນກັນທົ່ວຫນັາ.
ສ່ວນຂ້ອຍກະເລີຍວ່າໄດ້ຟັງວ່າ((((ອິອິອິມ່ວນບໍ,ໄປໃສມາຫັນ5555)))))

ເລີຍເປັນທີ່ມາ………ໂຫດ,ມັນ,ຮາ,ເມົາ,ມ່ວນ,ເໝື່ອຍ-.-


ສາກນີ້ເປັນການສະແດງຊື່ໆໆ5555
ສາກພະເອກເປັນແມງດາ(ກຳລັງນອນກັບຜູ້ຊາຍ)

ຂີ້ໂລກ(ຫວະ?)!!!!!
  • ເກີດ(ປວງ)ຢາກອັບເດດໄດອະຣີ່ຕອນເດີກໆ…ແຕ່ເສຍດາຍເນັດອ່ອນແອ(ຕາມເຄີຍ)
    “ອາການຂອງຄົນບ້າອັບບລ໊ອກ…..ເປັນແນວນີ້ເອງ^ ^”
  • holiday9-18ກະຈົບໄປພ້ອມກັບການນັ່ງເຊຍຊີເກມ,ກິນເບຍເກືອບທຸກມື້.
    “ບໍ່ມີເບຍ…ຄືຊິໄດ້ບໍ່ເຈິກັບໝູ່ແບບຄົບກອງທັບ-*-”
  • ເວົ້າມາລະເຈັບກະເພາະອີກແລ້ວວວວວວວວວວວວວວວວວວວ“ສຸຂະພາບບໍ່ຮ່າງກາຍ”
    ບໍ່ກ້າໄປຫາໝໍ….ຍ້ານໝໍບອກວ່າ(((((ມຶງເປັນໂລກເຫຼົ້າເກີນປະລິມານຮ່າງກາຍ)))))
    “ບໍ່ໄດ້ກິນດົນ….ຊ່ວງພັກholidayເລີຍວ່າກິນເຂົ້າໄປແບບທົດແທນຊ່ວງບໍ່ພໍເບຍ.
  • ຫັນໄດ້ແຈ້ງໆ…ອາການບົງບອກເລີຍ,ຕອນຍ່າງຈາກບ່ອນຈອດລົດຂຶ້ນຄັນໄດຊື້ປີ້ຫນັງ
    ຂ້ອຍເກີດອາການເໜື່ອຍແຮງT.T…ຍ່າງໄປໃສໜ້ອຍໜຶ່ງກໍ່ເໝື່ອຍເອົາແທ້ເອົາຫວາ.
    ຍ່າງລົງຈາກຫ້ອງການໄປເອົານ້ຳມາກິນເອງກະຍັງເໝື່ອຍ“ສັດດດດດດ…”

    “ຕົກລົງ….ກະອູເປັນໂລກເບຍລົງຕັບຫວາ???ອັນໃດຊິເໝື່ອຍຂະໜາດນັ້ນ”
  • ອາການຕໍ່ມາແມ່ນຖອກທ້ອງ(ພາຍຫລັງຈາກກິນເບຍທຸກຄັ້ງ),ເປັນໄຂ້,ແລ້ວຕໍ່ດ້ວຍໂລກກະເພາະ…“ຈາກບໍ່ຄ່ອຍມັກເຈັບມັກເປັນຫຍັງ”
    ຫາກໍ່ຮູ້….ເຈັບກະເພາະມັນສາຫັດດດດດດດດດດໂຄດ
    ((((ຈະບ້າຕາຍ)))))
    “ກັບຈາກຫ້ອງການມານອນຈົນຮອດມື້ໃຫມ່ຕື່ນໄປວຽກຕໍ່…ໄດ້ນອນສົມໃຈບໍ-.-”
  • ເອົາເປັນວ່າໄດຯຂອງມື້ນີ້ມີແຄ່ນີ້ແລະ….ບໍ່ມີຫຍັງຫຼາຍແຄ່ຄົນບ້າພະລັງ(ຂຽນໄດຯ)p.s ເຖິງວ່າເຕະບານລາວຈະໄດ້ແຄ່ທີ4…ຖືວ່າ(((ເກັ່ງແລ້ວເດະ^.^)))
    “ໂນເວມເບີຣ໌ແອນເດີແກ໊ງ…ພາກັນລົງທຶນຊື້ເສືອຊາດລາວຄືກັບຄົນອື່ນໆທີ່”
    ບໍ່ວ່າຈະເປັນເຊຍລາວ….ລາວສູ້ໆໆ….ລາວຕ້ອງຊະນະ”ແລ້ວແຕ່ໃຜຈະໃສ່”
    ເຫີ້ໆໆໆໆ…ພາກັນໄປຢືນຊື້ປີ້ເຕະບານແຕ່ເຊົ້າ,ສຸດທ້າຍກະໄດ້ຄົບກັນ33ໃບ.
    “ເຊຍສຸດໃຈ….ສຸດທ້າຍລາວເສຍສິງກະໂປ1-3″”ບໍ່ເປັນຫຍັງ…ບານແພ້ແຕ່ຄົນບໍ່ແພ້-..-”

November59
23:00

ຄືນສຸດທ້າຍ…ກັບໂນເວມເບີຣ໌

ຜ່ານຜົ້ນໄປໄວສະເຫຼືອກ່ອນກັບຄຳວ່າ(((ໂນເວມເບີຣ໌)))…ເດືອນຂອງຂ້ອຍ.
ເຊິ່ງຄຳຄືນນີ້ກໍ່ເປັນຄືນສຸດທ້າຍກ່ອນທີ່ມື້ອື່ນຈະກາຍເປັນເດືອນທັນວາໄປແລ້ວ.

ໃສໆໄດອະຣີ່ນີ້ຍັງເປັນຂອງເດືອນພະຈິກຢູ່ດີ…ຖືສະວ່າໄດຯນີ້ເປັນໄດຯສົ່ງທ້າຍເດືອນສິບເອັດກໍ່ແລ້ວກັນ.
ເກີດເຫດການຫຼາຍຢ່າງທີ່ຂ້ອຍມ່ວນແລະໜ່າຍໄປໃນໂຕ“ເຊິ່ງກໍ່ບໍ່ໄດ້ແຕກຕ່າງຫຍັງຈາກເດືອນໆອື່ນ”
ຕ່າງບ່ອນວ່າມັນເປັນເດືອນຂອງຂ້ອຍ“!!!!…(ເອິ…ໃຜຖາມຫວະ?ບອກຢູ່ໄດ,ແປກ!!!!!!)


I)…6-8/11/09…
ໃນເມື່ອມະນຸດເງີນເດືອນ(ຈຳເປັນ)ຕ້ອງອອກເດີ່ນທາງໄປສະຫວັນແບບງານເຂົ້າດ່ວນ!!!!!
“ງານຈົບລົງດ້ວຍ…ຜົນງານແບບມົ້ວໆ….ເປັນການເປີດໂຕແລະຝັ່ງໂຕເອງໄປໃນຕົວ-*-”

II)…9/11/09ວັນເກີດຂອງພະນະທ່ານໂນເວມເບີຣ໌-ເລີບ.ໄດ້ຮັບຂໍ້ຄວາມ(((ກະຫນຳຊຳເມິເຊວ)))ຂາດສາຍ.
ໄດ້ແຕ່ຕອບກັບໄປວ່າ(((ຂອບໃຈເດີໝູ່))))ໃນຄວາມເປັນຈິ່ງເກືອບຈະບໍ່ມີງານວັນກົງວັນເກີດເລີຍໃນສະໝອງ!
“ມື້ວານນີ້ກະອູນັ່ງລົດເມເກືອບ8ຊົ່ວໂມງ,ສົ້ນດານກົ້ນຊາ”,ບອກກັບໂຕເອງວ່າ:ວັນເກີດກໍ່ວັນເກີດ,ຊ່າງຫົວມັນເທາະ,
ກູຈະນອນຫຼັງກັບຈາກຫ້ອງການ!!!!!ກູຈະນອນ-*-
ແລະແລ້ວ……….Work In, job inກໍ່ເຂົ້າຕອນທີ່ຂ້ອຍກຳລັງຈະກັບບ້ານ….ຕິ້ດໆໆ..ຕິ໋ດໆໆໆ…
ໝູ່ຂ້ອຍ: ພວກກູຊິໄປກິນວັນເກີດມຶງເດີ,ເລິກການລະຊິໄປເລີຍ!!!!
ໂນເວມເບີຣ໌:ວັນເກີດ???ເອະ…ກູບໍ່ໄດ້ເຮັດນະ?ມາຫຍັງ?ບອກໄວ້ກ່ອນວ່າບ້ານກູບໍ່ມີຫຍັງໃດ.
ໝູ່ຂ້ອຍ:ໂອ໋ຍ…ບໍ່ເປັນຫຍັງ,ຈັງໃດກະຊິໄປກິນເບຍ,ຫ່າມຶງວັນເກີດທັງທີ່,ໝູ່ຢາກເຈິກັນເດະ.
ໂນເວມເບີຣ໌:ຕົກລົງຈັງໃດຊູກະຊິມາມັນຄືເຫດຜົນແມ່ນເບາະ-*-
“”ເລີຍເປັນທີ່ມາຂອງວັນເກີດ,ເຊິ່ງThemeຂອງງານວັນນັ້ນແມ່ນປິ້ງເອນກັບເບຍລາວ”"

III/…11-17/11/…
09ຕາມຫາGalileo @Xekong…
ເປັນການເດີ່ນທາງທີ່ໄກສຸດຂອງມະນຸດເງີນເດືອນຢ່າງຂ້ອຍ-*-ແລະຖືວ່າມ່ວນໆດີ.
ຄົນເຮົາມັກບັນຫາ,ແລະບັນຫາກໍ່ສອນໃຫ້ເຮົາເຂັ້ມແຂງ:ສອນໃຫ້ເຮົາຮູ້ວ່າ:((ຈະບໍ່ມີຄັ້ງຕໍ່ໄປອີກແລ້ວ-.-))
ເຫດການເກີດຂື້ນຕອນກຳລັງຈະເຂົ້າຮອດທ່າແຂກ…..ຢູ່ດີໆກໍ່ມີສຽງໜຶ່ງລອຍເຂົ້າມາຫາຂ້ອຍວ່າ:
ຫົວໜ້າ:ເລັກ,ກ້ອງ ການົງ“Canon XL2″ຢູ່ໃສ,ເອົາມາກວດດຸ?
ໂນເວມເບີຣ໌:
….ຫຶ່???….ການົງ,ກາເນິອິສັງ???
“ອາວ…ບໍ່ໄດ້ເອົາມາແລະ,ຄິດວ່າອາຈານເປັນຄົນເອົາກັບບ້ານນຳມື້ວານ,ຄິດວ່າອາຈານຊິເອົາມາຕອນໄປແວ່ຮັບ”
ເນື່ອງຈາກກ່ອນຈະອອກມາ,ຂ້ອຍເປັນຄົນເກັບອຸປະກອນສາຍໄຟ້າຂື້ນລົດ,ຍົກເວັ້ນກ້ອງ55“ຕ່າງຄົນຕ່າງຄິດວ່າອີກຝ່າຍຖືມາ”.
ຫົວໜ້າ:ອາວວວວວວວວວວ…..ງານເຂົ້າພະເຈົ້າແຊກພະແນກມີເດຍ,ລະເບາະບາດນິ-*-
“ດີທີ່ສາມາດຝາກລົດເມເຊກອງມາໄດ້ໃນມື້ຕໍ່ມາ…ເຫີໆໆ…ເກືອບໂນເວມເບີຣ໌ຫົວຂາດແລ້ວລະເບາະT.T”

>>ຖືວ່າໂຊກດີແລ້ວທີ່ການຜິດພາດຄັ້ງນີ້ຈະເປັນການເຕືອນ…ຄັ້ງໜ້າຂ້ອຍຈະບໍ່ລືມເລື່ອງກ້ອງອີກ.
>>ຖ້າຂ້ອຍບໍ່ລືມເທື່ອນີ້,ແລ້ວໄປລືມໃນຕອນໄປເຮັດງານລະດັບໃຫຍ່((ພະແນກຂ້ອຍດັບສູນແທ້ໆ)).

IV/…21/11/09….ງານWIG Braza
ອີກງານໜຶ່ງທີ່ຂ້ອຍສາຍດຽວ!!!ໄປຖ່າຍວີດີໂອເກັບພາບງານໃນພວກກຸ່ມຊາວບ້ານຂອງສູນທີ່ຂ້ອຍເຮັດວຽກນຳ.
“ທຸກຢ່າງພ້ອມ,ກ້ອງພ້ອມ,ກະແຊັກພ້ອມ,ຂາຕັ້ງກອງພ້ອມ”ຕາມທີ່ກຽມໄວ້ຕັ້ງແຕ່ມື້ວານມາຢ່າງຈົບເຈື່ອ*-*/
“ບໍ່ພ້ອມແຕ່ເຮົາເອງຫັນແລະ,ຍ້ອນບໍ່ເຄີຍຈັບກອງໄປຖ່າຍງານໃສ່ຈັກເທື່ອ*-*ກະອູຈະຖ່າຍອອກມາໄດ້ບໍນໍO.0″
ຫຼັງຈາກທີ່ສຳເລັດພາລະກິດ….ໂອ໊,ຈັງແມ່ນກະອູໂລ່ງໃຈ!!!!!ເຍ້,ສຳພາດແລ້ວ,ເກັບພາບແລ້ວ.
ພາຍຫຼັງທີ່Captureຂໍ້ມູນລົງຄອມເພື່ອຈະຕັດຕໍ່…ພາບໄດ້,ສີໄດ້,ສຳພາດໄດ້ຯ.
ແຕ່ແລ້ວ…..ແຕ່ແລ້ວບຸນມີຕ້ອງມີກຳບັງ((ເໝືອນເປັນຂອງທຳມະຊາດໄປເສຍແລ້ວ))
ເພາະ……..ເພາະກ້ອງເຈົ້າກຳມັນເກີດຍາກໃຫ້ຊີວິດຂ້ອຍໂຣຍໄປດ້ວຍອຸປະສັກ-*-
ແຕ່ແລ້ວ….ແຕ່ແລ້ວບຸນມີຕ້ອງຄູ່ກັບກຳບັງ((ພາບຜ່ານ,ສີໄດ້,ສຳພາດໄດ້…ແຕ່ສຽງບໍ່ມີ!!!!ແສດດດດ))
……………ຜ່ານການສັນນິສູດຈາກຫົວໜ້າວ່າ:ມັນເປັນຍ້ອນໄມຕໍ່ໃສ່ກ້ອງ-*-ແສດດດອີກຮອບ
ເລີຍໄດ້ນັດຊາວບ້ານຄົນໜຶ່ງມາສຳພາດຢູ່ສູນໃໝ່,ແຕ່ຄົນອື່ນທີ່ສຳພາດມາແມ່ນບໍ່ໄດ້ເຂົ້າກ້ອງໄປຕ່າງປະເທດ.
“ຂໍໂທດທີ….ກ້ອງເປັນເຫດ55555″

ຈົບການລາຍງານ………

November59
21:30

ຮ່ວຍແຕກ….ບັນໄລ

ຊ່າງເປັນມື້ທີ່ບໍ່ໜ້າປະທັບໃຈເອົາເສຍເລີຍ,ທັງທີ່ເດືອນນີ້ແມ່ນMy month,November.
ກັບກາຍເປັນການຕອນຮັບຕົ້ນເດືອນແບບ…ອຶດອັດ…ກືນແບບຍາກໆ…ຄາຍແບບລຳບາກ.
ທັງທີ່ມື້ນີ້ເປັນມື້ແຣກໃນການເລີ່ມຕົ້ນເດືອນໃໝ່ຂອງການເຮັດວຽກ”ເຂົ້າເດືອນທີ2″

ມື້ນີ້ເຊັ່ນເຄີຍໄປເຮັດວຽກຊ້າຕາມເຄີຍ,ມື້ນີ້ອາກາດກໍ່ເລີ່ມຕົ້ນດຽວຄຳວ່າ“ເຢັນໂຄດໆ”
ຮູ້ສຶກບໍ່ສະບາຍ,ສະໝອງຄິດຫຍັງບໍ່ອອກ,ສຽງແຫບ,ເປັນຫວັດ“ຍ້ອນຂີ້ຝຸ່ນໄອເຕກ-..-”
“ຫຼືອາດເກີດຈາກຂອງມືນເມົາທີ່ດື່ມເຂົ້າໄປກ່ອນໜ້ານີ້”ອາດເປັນໄປໄດ້ໝົດ2ຢ່າງ.
ປວດກ້ານຄໍປານວ່າຂ້ອຍກຳລັງແບບໃຜໄວ້ຢູ່ເທິງບ່າກະບໍ່ປານ-.-“ຫຼືວ່າຜີເລື່ອງshutter???”
ອາການມື້ນີ້ເລີຍເປັນອຶ່ງຊື່ງ…ປ່ອຍຣອຍໆປ່ອຍຣອຍຯ…ເບື່ອແບບບອກບໍ່ຖືກ.

  • ກັບມາບ້ານ…ຄິດອອກວ່າຕ້ອງໄດ້ໄປເອົາຊີມໂທລະສັບທີ່ຂ້ອຍເອົາໂທລະສັບໄປປົດລ້ອກຢູ່ຮ້ານxາວໂມບາຍຕູດ.
    ຕອນເຊົ້າວັນສຸກ.“ຫ່າ…ສັດສັນດານມັນລືມເອົາຊີມໃສ່ໃຫ້ຄືນພາຍຫຼັງທີ່ແປງແລ້ວ”
    ມື້ນັ້ນໂທໄປຖາມແລ້ວມັນວ່າອອກມາເອົາໂລດດຽວກັບໄວ້ໃຫ້“ສັດ…ມື້ນີ້ໄປພັດປິ້ນລີ້ນໃສ່ກູ!!!!”

    ໂນເວມເບີຣ໌ : ເອື່ອຍຂ້ອຍມາເອົາຊີມໂທລະສັບ,ທີ່ຂ້ອຍເອົາໂທລະສັບມາປົດລ້ອກ.
    ເຈ້ລືມ:ໃສ່ບີນ…..ທີ່ເອົາມາແປງ.
    ໂນເວມເບີຣ໌ : ??????? ບີນ!!!! “ຫື່….ຕອນກູໂທມາມຶງຢູ່ບອກວ່າມາເອົາໂລດ”ສັດດດດດດດ
    ແລ້ວກູຈະເອົາໃສມາໃຫ້ຫວະ,ບີນນັ້ນກັບໝ່ວຍໂທລະສັບກະຢູ່ກັບອ້າຍຫ້ອງການ.
    ເຈ້ລືມ:ຈັງໃດກະບໍ່ໄດ້,ຕ້ອງເອົາບີນມາ“ອາລົມໜ້າກູບໍ່ຢາກລົມນຳລູກຄ້າ”.
    ໂນເວມເບີຣ໌ : ອ່າວ…ແຄ່ເອົາຊີມສີແດງ”ຂອງຕ່າງປະເທດມັນເປັນເລື່ອງຍາກປານນັ້ນພຸ້ນຫວະ?”
    “ອິຫານ….ຕາກແດດ,ມຶງຄືມາສົ້ນຕີນອິສັງຕອນນີ້ຫວະ!!!!!”ແຄ່ຊີມມັນຊິເປັນບັນຫາອັນຕະລາຍ???
    ເຈລືມ : ເຈົ້າເອົາມາແປງນຳໃຜຊັນນະ?”ສີໜ້າມັນບູດໂຄດຯຯ”
    ໂນເວມເບີຣ໌ : ອ່າວ…ຕັບມັດ“ກູກະເອົາມາແປງກັບມຶງຫັນລະ,ອິສັດ”
    ແມ້….ທີ່ຕອນກູຖາມເທົ່າໃດ?ເຈົ້າຍັງວ່າ400ບາດ.ບີນຫົວປອດມຶງກະຈົດໃຫ້ກູເອງ.
    ເຈ້ລືມ: ບໍ່ໄດ້ຈັງໃດກໍ່ບໍ່ໄດ້.
    ໂນເວມເບີຣ໌ : …….. ສັດດດດດດດດດດດດດດດດດດດດດດດດດດດດດດ.
    “ເອິຫວະ…ດຽວກູໄປເອົາບີນມາມື້ໜ້າກໍ່ໄດ້,ແລ້ວກໍ່ຊິດ່າຂຶ້ນເຈັບບບບບບບບ”

  • ເລື່ອງຂອງເລື່ອງ…ການທີ່ເຮົາຈະເອົາແຄ່ຊີມກາດໂທລະສັບມັນຍາກປານນັ້ນພົ້ນຫວະ!
    ແລ້ວອັນທີ່ຊີມທີ່ບອກໄປວ່າເປັນສີແດງ,ຊີມແຄນນາດາ
    “ຖ້າຍ້ານຂ້ອຍຕົວະ,ມຶງກະກວດບີນສຳຣອງ.ເອົາເບີໂທກູໄວ້ກໍ່ໄດ້ຕົວະ?”ອັນໃດຊິຍ້ານກູຕົວະປານນັ້ນ.
    “ບໍ່ວ່າມື້ນັ້ນຮ້ານມຶງຊິມີຄົນມາປົດລ້ອກໂທລະສັບມີປະເທດແຄນນະດາຈົນຍ້ານມັນຊິຫລົງກັນ?”
    ແລະທີ່ຂ້ອຍປວດດຕັບສຸດຍອດ….ກໍ່ຄືມັນຖາມວ່າ:ເຈົ້າເອົາມາແປງນຳໃຜ?????“ເລີຍໄດ້ສາຍາ ((ເຈ້ລືມ))

ຫື່….ຊ່າງວ່າ??ຊ່າງຖາມມາໄດ້.ໃດສັນນະມັນເຊືອກອອກບີນບອກກູວ່າ400ບາດ..ໃຫ້ກູຖ້າບັກດົນໆແລ້ວຍ່າງອອກມາວ່າ,
ນ້ອງອັບພາສາໄທບໍ,ເພີ່ມອີກ200ບາດ“ສັດ…ກູບໍ່ຢາກໄດ້,ປົດລ້ອກຊື່ໆກະພໍແລ້ວ”.
ແລະອັນຕຳແໜ່ງທີ່ຮັບໜ່ວຍໂທລະສັບທີ່ລູກຄ້າມາສ້ອມແປງກະມີແຕ່ມັນຄົນດຽວເປັນຜູ້ຮັບ.
ແລະກໍ່ມີມັນຜູ້ດຽວເປັນຜູ້ຂຽນບີນກວດສະພາບພາຍນອກກ່ອນທີ່ໂທລະສັບຈະຖືກສົ່ງຕໍ່ໄປຫາພ/ງສ້ອມເຄື່ອງ.

  • ອີກບັນຫາໜຶ່ງທີ່ເຈິກໍ່ຄືເວລາໂທລະສັບໄປຖາມຊື່ໂທລະສັບ,ມັນມັກຈະວ່າໝົດແລ້ວຕ້ອງໄດ້ຈອງຫຼືລໍຖ້າອີກເປັນທິດ,
    ແລະພໍຈະໄປຊື້ມັນມັກວ່າ:((((ລາຄາໂທລະສັບພີມຜິດ))))(((ໃຜໆກໍ່ວ່າ….ບໍ່ແມ່ນມຶງຕົວະໃຫ້ກູມາຮ້ານຫວະ))))
    ເຈັບບບບບບບບບຕັບບບບຢ່າງແຮງ,ເບື່ອພ/ງສະແດງຄວາມໂງ່ອອກມາແບບກະຕ່າຍຂາດຽວແນວນິເດະ.
    ເທື່ອນີ້ເປັນຄັ້ງສຸດທ້າຍທີ່ຂ້ອຍຈະໄປຢ້ຽບຮ້ານXາວໂມບາຍຕູດ“ຫ່ວຍແຕກ”

.

ແຄ່”ອຸກໃຈ”ເທົ່ານັ້ນເອງ

ປະສາດແດກ

  • ມື້ນີ້ເປັນມື້ທີ່ມີຄວາມຮູ້ສຶກແບບກຳແພງຫີນຂັ້ນກາງຈິດໃຈຂະໜາດເລີຍ.
  • ອາລົມຂຸ້ນມົວແບບເຫນືອຄຳບັນຍາຍ,ອັດອັນຕັນໃຈກັບແວດລ້ອມອ້ອມຂ້າງ.
  • ກ່ອນໜ້ານີ້ໃຊ້ຊີວິດແຊ່ແຟບມາເກືອບ1ປີ“ເປັນມະນຸດສົ່ງເຄື່ອງກໍ່ຖືວ່າພໍໃຊ້”
  • ຫມູ່ທີ່ຮຽນນຳກັນກໍ່ບອກວ່າປານໃດມຶງຊິໄປຊອກວຽກ“ຈະວ່າແນວໃດດີ”.
  • ພໍມີວຽກເຮັດແລ້ວພັດວ່າບໍ່ຕົງຕາມອັນທີ່“ໝູ່ຄາດໝາຍ”ໜ້າຈະເປັນໄປຕາມສາຍທີ່ຮຽນມາ.
    “ຮູ້ສຶກກົດດັນແນວໃດບໍ່ຖືກ,ກົດດັນທີ່ເປັນດັ່ງທີ່ຄົນຢາກໃຫ້ເປັນບໍ່ໄດ້……ເຮົາບ້າເອງ”
  • ບໍ່ຮູ້ວ່າຄວນດີໃຈຫຼືກິນແຫນ່ງໃຈກໍ່ບໍ່ຮູ້ທີ່ບອກຄົນທີ່ຮຽນນຳກັນວ່າ
    ດີໃຈທີ່ເຮົາມີວຽກເຮັດດັ່ງຄົນອື່ນ.ແຕ່ກັບກິນແຫນ່ງໃຈທີ່ຖືກຄົນອື່ນເບິ່ງວ່າ
    “ເຮົາຈັງແມ່ນບໍ່ຮູ້ຈັກເລືອກວຽກເຮັດ”"ຂ້ອຍໄດ້ເງີນເດືອນເທົ່າໃດ?”
    ເງີນເດືອນເຂົາ1ເດືອນເທົ່າກັບຂ້ອຍຕ້ອງເຮັດວຽກເຖິງ3ເດືອນ.
  • ຫມູ່ເຮົາມີວຽກເຮັດການງານດີ,ແຕ່ກຳລັງຊອກຫາເງີນແລະການງານທີ່ດີກວ່າເກົ່າ.
    “ສຳລັບຂ້ອຍແລ້ວມັນບໍ່ແມ່ນ,ກໍ່ຄືບໍ່ແມ່ນ,ຂ້ອຍບໍ່ຢາກນັ່ງຢູ່ໃນຫ້ອງການລະລາ”
  • ຂ້ອຍອາດເປັນ1ໃນ100ຂອງຄົນທີ່ຄິດແຕກຕ່າງຈາກມະນຸດເງີນເດືອນຄົນອື່ນທີ່
    ສ່ວນໃຫຍ່ຕ້ອງການໄດ້ເງີນເດືອນຫຼາຍຮ້ອຍໂດລາ,ມີຕຳແຫນ່ງດີຯນັ່ງໃນຫ້ອງແອ.
    “ແຕ່ອັນທີ່ຂ້ອຍເຮັດຢູ່ນິ.ມັນກໍ່ໄດ້ນັ່ງຢູ່ໃນຫ້ອງແອ,ມີຄອມໃຫ້ໃຊ້ຄົນກັນ”
    “ຕ່າງແຕ່ວ່າມັນເປັນງານທີ່ໃຊ້ກ້ອງເປັນຫຼັກ,ບໍ່ໄດ້ໃຊ້ຕົວເລກການເງີນຄືຄົນອື່ນ”
    “ແລະຕ່າງອັນສຸດທ້າຍ…ຄືເງີນຂ້ອຍມັນບໍ່ສູງເທົ່າວຽກຂອງຄົນອື່ນ”
    “ແຕ່ຂ້ອຍກໍ່ມັກວຽກທີ່ຂ້ອຍເຮັດຢູ່ບໍ່ຮອດ10ມື້ນີ້”ແຕ່ກໍ່ນັ້ນແລະ…ສຸດທ້າຍຂ້ອຍກໍ່ອຸກໃຈ.
  • ອຸກໃຈກັບຄຳເວົ້າຂອງຫຼາຍໆຄົນທີ່ເວົ້າເລື່ອງເຮັດວຽກນັ້ນ,ອອກວຽກນີ້ດີກວ່າ.
    “ເຂົາວ່າວຽກທີ່ຂ້ອຍກຳລັງເຮັດມັນບໍ່ໄດ້ເລື່ອງ,ເງີນກໍ່ໜ້ອຍ,ແຖມອານາຄົດບໍ່ແນ່ນອນ”
  • ເມື່ອຂ້ອຍໄດ້ຍິນຄົນໜຶ່ງເວົ້າແນວນີ້ໃຫ້ຟັງ,ຈິດໃຈຂ້ອຍກໍ່ເລີ່ມສັບສົນກັບຕົນເອງ
    “ແມ່ນກູກຳລັງເຮັດຫຍັງຢູ່ກັບຊີວິດ?ເປັນຫຍັງວຽກທີ່ເຮັດມັນຄືວ່າຍາກແທ້ຫວາ?”
  • ຍາກໃນທີ່ນີ້ກໍ່ຄືຄົນອື່ນເວົ້າວ່າມັນບໍ່ເຫມາະສົມກັບອັນທີ່ຂ້ອຍຮຽນມາ“ເຮົາເລີຍສັບສົນກັບຕົນເອງ”.
    “ທັງທີ່ພໍ່ແມ່ຂ້ອຍເພິ່ນກໍ່ບໍ່ໄດ້ວ່າຫຍັງ,ເພິ່ນວ່າລູກເຮັດວຽກຫຍັງກໍ່ດີໃຈນຳ”
    “ເງີນຄຳບໍ່ໄດ້ແມ່ນສິ່ງທີ່ເພິ່ນຄາດຫວັງວ່າເຮົາຊິໄດ້ຫຼາຍ/ໜ້ອຍປານໃດ,ຂໍພຽງແຕ່ວ່າໄດ້ວຽກ”
  • ຕົກລົງເຮົາຊີເອົາແນວໃດກັບຊີວິດ”ຕົນເອງ”…ຄົນມາເວົ້າໃຫ້ແນວນີ້ທຸກຄັ້ງກໍ່ເກີດທໍ້ແທ້ແນວໃດບຸ.
  • ຮູ້ສຶກວ່າ..ຢາກກັບໄປໃຊ້ຊີວິດເປັນມະນຸດສົ່ງເຄື່ອງໃຫ້ມັນແລ້ວໄປຊະ“ຍັງຮູ້ສຶກສະບາຍໃຈກວ່າ”
  • ອານາຄົດກັບວຽກການຕັດຕໍ່ຊິເປັນແນວໃດກໍ່ບໍ່ຮູ້“ຮູ້ແຕ່ວ່າມື້ນີ້ຖືກຫມູ່ວ່າມຶງໄປຊອກວຽກອື່ນເຮັດຊະ”
  • ພໍເຈິຄຳເວົ້າຈາກຄົນອ້ອມຂ້າງທີ່ບໍ່ມັກວຽກທີ່ຂ້ອຍເຮັດແລ້ວ”ໃຈຂ້ອຍມັນເລີຍສັບສົນ”
    ຖ້າບໍ່ມີຄົນເວົ້າໃຫ້.ຂ້ອຍກໍ່ຄືຊິມີຄວາມສຸກກັບມັນຕໍ່ໄປ”ຖືວ່າເປັນສິ່ງແປກໃຫມ່ທີ່ຂ້ອຍຢາກຮູ້”

  • ກໍ່ຮູ້ວ່າຫມູ່ເປັນຫ່ວງ,ຢາກໃຫ້ເຮົາມີວຽກເຮັດ,ເງີນເດືອນດີຯອານາຄົດຈື່ງບໍ່ຕົກທຸກໄດ້ຍາກ.
  • ແຕ່ກໍ່ນັ້ນແລະ…ເຮົາກໍ່ຮັບຟັງ,ແຕ່ກໍ່ບໍ່ຢາກໃຫ້ຫມູ່ຢ້ຳຫຼືເວົ້າຕະຫຼອດ“ເພາະກູແຮງອຸກໃຈ”
  • ຫມູ່ບໍ່ເວົ້າກູຄືຊິມີແຮງຢາກເຮັດວຽກ“ທີ່ມັກ”ຕໍ່ໄປ….
  • ເປັນຫຍັງນໍ…ເຂົາເຈົ້າຄືມັກຢ້ຳຕະຫຼອດ,ຂ້ອຍໄດ້ມີວຽກເຮັດແລ້ວຊຳນີ້ກໍ່ຖືວ່າພໍແລ້ວ.
    “ແຕ່ກໍ່ເວົ້າບໍ່ໄດ້,ຄວາມຄິດຂ້ອຍຕອນນີ້ອາດເບິ່ງວ່າດີ.
    ແຕ່ອີກ10ຂ້າງໜ້າຂ້ອຍອາດເປັນຄົນທີ່ບໍ່ມີຫຍັງເລີຍກໍ່ໄດ້,ຍ້ອນວຽກທີ່ຂ້ອຍເລືອກ”

  • ຍ້ອນແນວນີ້ແລະ….ຂ້ອຍຈື່ງມັກໂອນອຽງໄປຕາມຄຳເວົ້າຂອງຄົນທີ່ມາຍຸແຍວ່າຄວນເປັນນັ້ນເປັນນີ້ດີກວ່າ.
    ສຸດທ້າຍຂ້ອຍຄິດຫຼາຍຈົນວ່າ:ບໍ່ຢາກເຮັດຫຍັງຈັກຢ່າງ,ຢາກຢືນຢູ່ກັບທີ່ໂດຍທີ່ບໍ່ຕ້ອງລົງມືເຮັດຫຍັງຈັກຢ່າງ.
    ເພາະຮູ້ສຶກທໍ້ແທ້ເກີນຄຳນິຍາມ.ຮູ້ສຶກວ່າການເປັນທີ່ຍອມຮັບນັ້ນ,ຊ່າງເປັນເລື່ອງທີ່ຂ້ອຍຕ້ອງຄົ້ນຫາມັນມາຈາກ
    ຄວາມເສົ້າທີ່ບໍ່ອາດບອກໃຜໄດ້.ຕ້ອງຂົ້ມໃຈວ່າ…ຢ່າມັນເທາະ.ຟັງຫມູ່ເຕືອນດີກວ່າບໍ່ມີໃຜເວົ້າ.
    ແຕ່ມັນກັບເປັນດາບສອງຄົມທີ່ມັນມາແບ່ງແຍກຄວາມຮູ້ສຶກຂ້ອຍໃນເວລາດຽວກັນ.

    November59
    21:30

ເຈິກັບໂຕຈຶ່ງຮູ້
  • ມື້ນີ້ບໍ່ໄດ້ມາອັບໄດອະຣີ່ເລື່ອງໂຄສະນາປະກັນໄພຕາມທີ່ສັນຍາເດາະ,ຂໍເລື່ອນໄວ້ເທື່ອຕໍ່ໄປ“ຕາມເຄີຍ-.-”
  • ຄົບຮອບ5ມື້ທີ່ໄດ້ເປັນມະນຸດເງີນເດືອນຄົນໃໝ່ຕາມສັງຄົມ.ອັນທີ່ໃຜໆບອກວ່າເຮັດວຽກມັນບໍ່ຍາກປານຮຽນຊຳ.
    “ກະແມ່ນຖ້າອັນທີ່ເຈົ້າຮຽນມາແລ້ວມັນໄດ້ໄປເຮັດວຽກຕາມທີ່ວິຊາສະເພາະທີ່ເຈົ້າຈົບມາ”
    ແຕ່ນີ້ກູພັດວ່າເອົາອັນທີ່ຮຽນມາຖີ້ມໄປໝົດແລ້ວ“ເພາະມັນບໍ່ໄດ້ກ່ຽວຂ້ອງຫຍັງກັບວຽກທີ່ເຮັດ555″
  • ແຕ່ອັນນີ້ກູຈົບການເງີນ-ທະນາຄານມາ“ເຊືອກໄປກ່ຽວຂ້ອງກັບດ້ານມີເດຍ”ຫຼາຍຄົນອາດງົງວ່າມັນມາໄດ້ຈັງໃດ?
    ເອິ…ກູນັ້ນແລະ.ພໍແຕ່ບອກວ່າຮຽນສາຍໃດມາ,ໃຜກໍ່ຫົວຂັວນວ່າ“ມຶງມົວແມ່ນບໍ????”ເອິ…ຖືກຂອງເຈົ້າ5555.
  • ດຽວນີ້ກໍ່ເລີ່ມປັບຕົວກັບການຮຽນຮູ້ໜ້າທີ່ການຕັດຕໍ່ໄດ້ແລ້ວ,ເລີ່ມຮູ້ສຶກສະບາຍຍຍຍຍຍ.
    ແຕ່ກໍ່ນັ້ນແລະວ່າ….ທຸກຢ່າງມັນຕ້ອງມີການເລີ່ມຕົ້ນຫມົດ.
  • ຫຼັງຈາກທີ່ໃຊ້ເວລາວິຈານຈົ່ມໆໃຫ້ຫນັງ,ລະຄອນຄົນອື່ນສ້າງມາດົນໃນເວັບໄດອະຣີ່ຂອງເຮົາເອງ,
    “ຂໍບອກວ່າ…ການເປັນຄົນວິຈານຈະຖືວ່າເປັນເລື່ອງທີ່ງ່າຍແລະກໍ່ມັນປາກ*-*/”
    “ແຕ່ພໍມາເຈິທີ່ຕົນເອງແລ້ວ….ວູ້,ບໍ່ໄດ້ເລື່ອງເລີຍ,ບໍ່ໄດ້ສ່ຽວໜຶ່ງຂອງຄົນທີ່ເຮົາເວົ້າໃຫ້ຊຳ”
    ຂະຫນາດນັ່ງຕັດວີດີໂອທີ່ກະເຈົ້າຖ່າຍທຳມາໃຫ້ອອກມາເປັນຫນັງສົມບູນ.ຂ້ອຍກໍ່ຍັງວ່າບໍ່ມີຫົວທາງດ້ານສ້າງສັນເລີຍ*-*
    “ຖ້າໃຫ້ຄົນເບິ່ງແລ້ວ,ສົງໃສຂ້ອຍຖືກສັບເລະປານຫມາບໍ່ຮັບປະທານພຸ້ນແລະ”ຄິດເບິ່ງວ່າເຮັດອອກໄດ້ຫ໋ວຍແຕກປານໃດ.
    ມັນສະຫມອງ,ຫົວຄິດບໍ່ສ້າງສັນເລີຍ”ດີແຕ່ວ່າຈະໄດ້ຮຽນການຖ່າຍພາບ,ການຈັດແສງໃນໄວຯນີ້”.
  • ຮູ້ຊຶ່ງແລ້ວວ່າ…..ການຈະເຮັດຫຍັງ,ຄິດຫຍັງອອກມາຢ່າງໜຶ່ງມັນຍາກຊຳໃດ *-*/
  • ອີກຢ່າງ…ຫາກໍ່ຮູ້ວ່າອັນ ຄອມimacທີ່ຄົນພາກັນຢາກໄດ້ນິ,ຈັງແມ່ນມັນໃຊ້ຍາກ.ຂ້ອຍໃຊ້ມັນແລ້ວ,ກັບມາບ້ານໃຊ້ຄອມທຳມະດາ,
    ເລີຍວ່າ ພີມຫນັງສືແບບງົງໆ????ສັບສົນປຸ່ມກົດແລະຫນ້າຈໍ“ເລີຍວ່າງົງທັງ2ອັນ”

    ມື້ນີ້ເຫມືອຍຢາກນອນເວີ້ຍຍຍຍຍຍຍຍຍຍຍ……ເສົາທິດບໍ່ໄດ້ໄປການເຍ້ຯຯຯຯດີໃຈ,ແຖມມີຂ່າວດີກໍ່ຄືວ່າ:ວັນຈັນ,ຄານພັກ.
    ອິອິອິອິ ພະຫັດສູນເພີ່ນພາພະນັກງານໄປກິນປາຢູ່ໜອງບຶກ ອິອິອິ ເລີຍກາຍເປັນວ່າພະຫັດແລະສຸກຈຶ່ງໄດ້ໄປເຮັດວຽກ
    .

    # ຂ່າວຮ້າຍຍຍຍຍຍຍຍ

  • ມື້ນີ້ຕອນເລີກຈາກວຽກມາ,ນັ່ງກິນເຂົ້າຢູ່ບ້ານ5ໂມງແລງ,ເຈົ້າຂອງບັານພັກມາແຈ້ງແມ່ຂ້ອຍວ່າ:((((ຝລັ່ງຕາຍ))))
    ຝລັ່ງທີ່ມັນມັກມານັ່ງກິນເບຍຢູ່ບ້ານຂ້ອຍຕັ້ງແຕ່ວັນຈັນຕອນເຊົ້າໆໆຜູ້ດຽວ.ອາຍຸກໍ່ຖືວ່າຫຼາຍເຕີບ,ແຖມໂຕໃຫຍ່ໆ.
    ຈາກການສັນນິຖານຂອງຕຳຫຼວດພົບວ່າໜ້າຈະເກີດຈາກການໃຊ້ເຂັມຊິດຢາ ແລະ ຈາກການດື່ມເບຍເຫຼົ້າເກີນໄປ.
  • ຊິບໍ່ໃຫ້ຕົກໃຈແນວໃດ….ທັງຄອບຄົວຂ້ອຍກໍ່ຕົກໃຈກັບເຫດການມື້ນີ້.ທຸກເຊົ້າລາວມັກຈະມາຖ້າກິນເບຍ,ທັງທີຮ້ານຍັງບໍ່ທັນເປີດ.
    ເພາະວ່າຂ້ອຍເຫັນລາວ4ມື້ແລ້ວກ່ອນທີ່ຈະໄປເຮັດການ,ລາວເປັນຄົນທີ່ເວົ້າບໍ່ເຄີຍເຂົ້າໃຈ.
    ແຕ່ວ່າໃຂດີສຸດຯ,ເອົາເງີນໃຫ້ຂ້ອຍຕັ້ງວ່າ50ພັນ,ໃຫ້ອ້າຍຂ້ອຍຕັ້ງວ່າ1ແສນ30ພັນກີບ.
    “ເຫດຜົນອາດຍ້ອນອິຕົນເດັກສົ່ງເຄື່ອງຄືພວກຂ້ອຍ”
  • ຄົນເຫັນກັນຢູ່ດີໆກໍ່ມາຕາຍ*-*/ທັງທີ່ລາວກໍ່ດີໆ.ສົມພໍມື້ນີ້ບໍ່ເຫັນລາວມາກິນເບຍຢູ່ຮ້ານ.ທີ່ແທ້ເສຍຊີວິດພາຍໃນຫ້ອງພັກ.
    ຕາຍແຕ່ເຊົ້າມືດ,ຊົ່ວພະນັກງານຊິມາພົບສົບກໍ່ຕອນ3ໂມງ.ແຖມສະຖານທູດນໍເວປະຈຳລາວກໍ່ບໍ່ມີ,ເລີຍວ່າບໍ່ມີໃຜຮັບຜິດຊອບ.
    ຕ່ຳຫລວດມາກໍ່ເຮັດຫຍັງບໍ່ໄດ້,ໄດ້ຖ້າກັນໄປຖ້າກັນມາ,ລົດຂົ່ນສົບກໍ່ໄດ້ແຕ່ຈອດຢູ່ຫນ້າບ້ານພັກ“ນັກທ່ອງທ່ຽວ”,ຄົນສັນນິສູດກໍ່ມາ.
    ຈົນແລ້ວຈົນຫລອດກໍ່ປາເຂົ້າໄປຮອດ11ໂມງ *-*/ສົບຈິ່ງໄດ້ຖືກຂົ່ນຍາຍໄປສັນນິສູດຢູ່ໂຮງຫມໍ,ລໍຖ້າການຕິດຕໍ່ຍາດຈາກນໍເວ.
    ໂທຫາສະຖານທູດໃກ້ຄຽງກໍ່ບໍ່ມີໃຜຢາກສົນໃຈ”ຫຼືເປັນນຳໂມງເລີກການຫວະ?”
    ເລີຍວ່າໃຫ້ກະຊວງການຕ່າງປະເທດເປັນຜູ້ຮັບຮູ້ກ່ອນແລ້ວຈິ່ງເອົາໄປໄວ້ໂຮງເຢັນ.
    ຈັງໃດກໍ່ຂໍໃຫ້ດວງວິຍານລຸງ“ລົມນຳລາວເກືອບທຸກເຊົ້າ,ແຕ່ບໍ່ໄດ້ຖາມຮອດຊື່ສຽງມາຈາກໃສ”….ຂໍໃຫ້ລຸງຈົ່ງໄປສູ່ສຸຂະຕິ.
    ແດ່ລຸງນໍເວຄົນທີ່ຜ່ານທາງມາລາວ.

    (((ປະເທດລາວ)))ອາດເປັນສະຖານທີ່ຈຸດສຸດທ້າຍທີ່ລາວໄດ້ເລືອກພັກຜ່ອນແບບນິລັນດອນກໍ່ເປັນໄດ້,ເພາະເຈົ້າຂອງບ້ານພັກບອກວ່າ,
    ລາວໄດ້ຈ່າຍເງີນລ່ວງໜ້າ10ມື້,ຍ້ອນວ່າລາວຖືກໃຈກັບບ່ອນຢູ່.ຖ້ານີ້ຈະແມ່ນສະຖານທີ່ທີເປັນບ່ອນຢຸດພັກຊີວິດຂອງລຸງນໍເວ…
    ກໍ່ຖືວ່າລາວໄດ້ຫຼັບສະບາຍແລ້ວ.


    November59
    00:05

ມະນຸດເງີນເດືອນຄົນໃໝ່

ກ່ອນໜ້ານີ້ຄິດໄວ້ວ່າມີ2ແນວທີ່ຢາກຈະຂຽນ,ແຕ່ແລ້ວຈົນລອດກໍ່ໄດ້ແຕ່ຄິດ,ຍັງບໍ່ໄດ້ລົງມືກົດໆແປ້ນຄຼີບອດ.

1/.ຢາກຈະເວົ້າກ່ຽວກັບໂຄສະນາຂອງພວກປະກັນໄພ້.ເພາະເຫັນຊ່ວງນີ້ມີແຕ່ແນວປະເພດງັດຯຝີມືຂອງພວກcreat
,ມາວ່ານລົງໂທລະພາບຊ່ອງໄທ“ເຫັນແລ້ວ…ຈົນອືມ!!!!!ສຸໂກ໋ຍ….ສຸດຍອດ,ມ່ວນດີແຖມຄັກອີກ”
ເອົາເປັນວ່າໄດອະຣີ່ຕໍ່ໄປຈະມາອັບເດດໂຄສະນາປະກັນໄພ້“ປະທັບໃຈຂ້ອຍ”ມາລົງບລ້ອກແນ່ນອນ”ຖ້າບໍ່ຕັວະ“.
2/.ຢາກເອົາເລື່ອງນັກຮ້ອງLady-Gagaຂຽນແລ້ວສົ່ງໄປໃຫ້ອ້າຍໝອນ,ເພາະໄດ້ສັນຍາກັບເພິ່ນວ່າຈະຂຽນເລື່ອງທີ2ໃຫ້.
“ຈົນແລ້ວຈົນຫຼອດ….ກໍ່ໄດ້ແຕ່ເລື່ອງດຽວ,ສົ່ງໃສອານາຄົດຄືຊິໄດ້ຖອນຄຳເວົ້າບໍ່ຈັກ-*-,ບໍ່ໄດ້ເລື່ອງເລີຍເຮົາ”.

ມື້ນີ້“ມະນຸດສົ່ງເຄື່ອງ”ໄດ້ປ່ຽນສະພາບລອກຄາບມາເປັນ“ມະນຸດເງີນເດືອນ”ຕາມທີ່ໝູ່ເພື່ອນອ້ອມຂ້າງຢາກໃຫ້ມີວຽກແລ້ວ.
“ເອິ….ຂອບໃຈໝູ່,ປະຊາຊົນອ້ອມແອ້ມແຖວບ້ານ,ລູກຄ້າທັງຫຼາຍ.ຕໍ່ໄປພວກເຈົ້າຊິໄດ້ຮູ້ແລ້ວວ່າຂ້ອຍມີວຽກເຮັດແລ້ວ-.-”

  • ໃກ້ຈະເລີ່ມງານມື້ແຣກຂ້ອຍກໍ່ໄປສ້າງຄວາມ“ບໍ່”ປະທັບຕາໃສ່ເພິ່ນແລ້ວເດະ-*-“ຈະລອດບໍນິ,ເຮົາ
    ເພິ່ນມາຕົກລົງບອກໄປເລີ່ມລອງວຽກ,ແຕ່ຂ້ອຍພັດຟັງຜິດຄິດວ່າໝູ່ໂທມາກວນເລີຍວ່າ“ເວົ້າຫູດັບຕັບໄໝ້”
    “ອະແຮ່ມ….ເກືອບບໍ່ໄດ້ວຽກກະຍ້ອນປາກຂອງຜູ້ກ່ຽວເອງ-.-”ສັ່ງມາເຮັດເລື່ອງປະທັບໃຈທ່ານຜູ້ຈ້າງແທ້ເດະ.
  • ມື້ຕໍ່ມາ”ວານນີ້”ຕາມທີ່ອ້າຍເພິ່ນໄດ້ນັດໃຫ້ໄປເບິ່ງຂັ້ນຕອນການເຮັດວຽກຖ່າຍທຳເພງຕອນ8ໂມງເຊົ້າ”ວັນອາທິດ”…..
    ຂ້ອຍພັດໄປຕອນເກືອບ10ໂມງ“ເວນ…ອີກບໍລະ?”ເກືອບໄດ້ສ້າງຄວາມ“ບໍ່”ປະທັບໃຈຄັ້ງທີ່2“ດີແຕ່ວ່າກະເຈົ້າຍັງບໍ່ເລີ່ມວຽກ”
    “ເລີ່ມວຽກປັບ….ໂອ໊ໂຫ໊,ຮູ້ເລີຍວ່າເບື້ອງຫຼັງການຖ່າຍທຳເພງ1ໃຫ້ອອກມາໃຫ້ສຳເລັດ”ແບບດ່ວນໆ”,ມັນໃຊ້ເວລາເປັນມື້”
    ຂະໜາດວ່າອ້າຍເພິ່ນໃຫ້ແຕ່ນັ່ງເບິ່ງ,ແຖມໄດ້ກິນເຂົ້າຟຣີ.ຂ້ອຍກະຍັງວ່າເໝືອຍ,ຊົ່ວຊິໄດ້ໄປນັ່ງຍໍນັ້ນຍໍນີ້…ເຫິ້ຯຯສົງໃສ
    ມ່ວນນນນນຮ້າຍກາດ-.-”ແຕ່ກໍ່ມ່ວນດີ,ຈາກທີ່ເຄີຍເຫັນເພງ&ນັກຮ້ອງແຕ່ໃນໂທລະພາບແບບສຳເລັດຮູບ,ແຕ່ມື້ນີ້ຂອ້ຍໄດ້
    ເຂົ້າໄປເຫັນເບື້ອງຫຼັງການຖ່າຍທຳມິວສິກວີດິໂອເພງ,ການຕັດຕໍ່ວ່າມັນຍາກຊຳໄດ.ພໍເຫັນກໍ່ຮ້ອງ…ໂອ໊ມັນ“ຍາກ”ແນວນີ້ເອງ.
    ມື້ວານນີ້ຖືວ່າ:ເປັນປະສົບການທີ່ໜ້າສົນໃຈຫຼາຍ,ໄດ້ຮູ້ເຖິງຂັ້ນຕອນຂອງການເຮັດວຽກຂອງແຕ່ລະຄົນ“ຕ້ອງມີຄວາມອົດທົນ”
    ເພາະວ່າເພງ1ເພງຊົ່ວຈະອອກມາເປັນ1ມິວສິກໄດ້,ມັນຕ້ອງມີການຮ່ວມມືກັນລະຫວ່າງຄົນທີ່ກ່ຽວຂ້ອງທັງໝົດ.
    ຍິ່ງນັກສະແດງຕັ້ງໃຈສື່ອາລົມ/ສົ່ງອາລົມຂອງຕົວລະຄອນໄດ້ດີເທົ່າໃດ,ການຖ່າຍທຳກໍ່ຈະໄວ້ຂຶ້ນເທົ່ານັ້ນ.
    ທີ່ເຫຼືອນັ້ນກໍ່ຈະເປັນງານ/ໜ້າທີ່ຂອງຕາກ້ອງທີ່ຈະເລືອກມຸມກ້ອງເປັນຕົວເດີ່ນເລື່ອງໃຫ້ທ່ານຜູ້ຊົມເຂົ້າໃຈ“ມື້ວານເພິ່ນອຸດທົນສຸດຯ”
    ແລະທີ່ຂາດບໍ່ໄດ້ອີກແມ່ນບັນດາເດັກກອງຖ່າຍ-.-’ທີ່ເປັນຜູ້ແບກຫາບ,ຄ່ອຍຈັດໄຟ້າ,ຍູ້ລໍກ້ອງຖ່າຍເລື່ອນໄປຕາມເລື່ອງ.
    “ຖ້າບໍ່ມີພວກນີ້ກໍ່ບໍ່ມີ,ນາງ/ພະເອກໜ້າຕາຂາວສຸດໃສຂຶ້ນກ້ອງແນ່ນອນ”ຮ່ະຮ່ະຮ່ະ”ຂ້ອຍເປັນເດັກກອງຖ່າຍ,ຢາກໄປສຳພັດເອົາເປັນບົດຮຽນ”
  • ມື້ນີ້ກໍ່ເຊັ່ນເຄີຍຮ່ະຮ່ະຂ້ອຍໄດ້ສ້າງຄວາມ“ບໍ່”ປະທັບຕາຕາມເຄີຍ ກ໊າກຯກ໊າກຯ ເພາະວ່າຂ້ອຍໄປການມື້ແຣກຊ້ານັ້ນເອງ.
    “ມັນເອົາອີກແລ້ວ……….ບໍ່ເຄີຍເລີຍຊິບໍ່ເຮັດຫຍັງແລ້ວຄົນອື່ນຊິບໍ່ຈື່,ເລື່ອງຊ້າປະຈຳເປັນສິ່ງທີ່ບໍ່ຄວນເອົາເປັນແບບຢ່າງ555″
    ກໍ່ຍ້ອນມື້ວານເປັນຄັ້ງແຣກທີ່ໄດ້ໄປເບິ່ງກອງຖ່າຍທຳມິວສິກ,ຖ່າຍແລ້ວກໍ່ເກືອບ11ໂມງປາຍ“ເຊິ່ງຖາມຄົນໃນນັ້ນ,ເຂົາວ່າໄວແລ້ວ”
    “ແຕ່ຂ້ອຍເປັນເທື່ອແຣກທີ່ໄດ້ສຳພັດກອງຖ່າຍ,ເລີຍວ່າຕື່ນສວາຍຮ່ະ ຮ່ະ”ໂອກາດໜ້າຊິພະຍາຍາມປັບໂຕໃຫ້ເຂົ້າກັບວຽກທີ່ຕົນເອງເຮັດ.
    ໃນເມື່ອຄົນອື່ນເຮັດໄດ້,ເຮົາກໍ່ຕ້ອງເຮັດ“ໃຫ້”ໄດ້.ເພາະຖືວ່າທຸກຢ່າງຖືເປັນກ້າວບາດທຳອິດທີ່ເຮົາຕ້ອງໄດ້ຄ່ອຍໆຮຽນຮູ້ຈັກຜູ້ທີ່ມີປະສົບການ.

ຫວັງວ່າ“ສະໝອງແລະຈິດໃຈມັກ”ຂອງຂ້ອຍມັນຈະຮັບເອົາຄວາມຮູ້ທີ່ເພິ່ນສອນນັບຕັ້ງແຕ່ມື້ນີ້ໄປແລ້ວ,ຂ້ອຍຈະຮູ້ຈັກ“ຈື່”ແນ່!!!!!!
“ສົງໃສຕ້ອງໄດ້ລ້າງສະໝອງດ້ວຍນ້ຳຢາລ້າງຈານ,ສູດສີຊໍໃຫ້ຄວາຍຟັງພາວເວີ້ຕັດໝາກເນົາ,ຊຳບໍ???”ເພື່ອຈະໄດ້ຊືມຊັບ5555.
ເອົາເປັນວ່າ,ຮູ້ສຶກໝົດພະຣັງຈາກການເປັນມະນຸດເງີນເດືອນແລ້ວ“ເທື່ອໜ້າຈະມາອັບໄດອະຣີ່ເລື່ອງປະກັນໄພ້ໃຫ້ອ່ານ”

ໄປນອນກ່ອນ Z..z..zZ.ZZzzz.ZZZZ..Zzzz


November59
22:30

ເວົ້ານອກເລື່ອງ”HipHop”

ໃສໆກໍ່ໄດ້ເວົ້າເລື່ອງ“ລະຄອນ”ໃນໄດອະຣີ່ກ່ອນມາແລ້ວ,ມື້ນີ້ເລີຍຂໍເພິ່ມເລື່ອງເພງໂຍ່ຯໂຍະ,ຊັບໂຍ໋ະ HipHopແດ່ຊິເປັນຫຍັງ?
ໃຜມັກຟັງເພງແນວນີ້ຄືຈະຮູ້ດີວ່າມັນເປັນຈັງໃດ!ສ່ວນຂ້ອຍບໍ່ຄ່ອຍມັກປານໃດ”ບໍ່ຟັງເລີຍກໍ່ວ່າແມ່ນ…ເພາະມັນແນວໃດບຸ”
ໂດຍສະເພາະHipHop-Danceໂອ່ຍ….ມັນຊິ໊ດຯຯສະໝອງ,ເຈັບຫົວນຳທຳນອງແລະເນື້ອຮ້ອງ“ມັນຊິໄວໄປໃສ???”
ຂ້ອຍຄິດວ່າໃນບັນດາເພງທຸກປະເພດ….ເພງHiphopນີ້ຈະເປັນແນວທີໃຊ້ຊັບພະຍາກອນແວດລ້ອມອ້ອມໂຕເປື້ອງທີ່ສຸດ.

6ກົດເຫຼັກຂອງການເປັນHipHop “ໃນຄວາມຄິດຂອງຂ້ອຍ”

  1. HipHopທີ່ດີຕ້ອງໃສ່ເຄື່ອງປະດັບທີ່blink-blinkເທົ່ານັ້ນ,ຍິ່ງໃສ່ຫຼາຍເທົ່າໃດຍິ່ງຖືກວ່າ*ໂອ໊…ກູສຸດຍອດລະ*
    ບໍ່ວ່າຈະຫ້ອຍຄໍ,ແຫວນ,ສາຍຄໍ,ແມ້ແຕ່ແຂ້ວມັນກໍ່ຍັງໃສ່ເພັດເຫຼື້ອມໆ…ຕ້ອງເຫຼືອມຯສະທ້ອນແສງຫຼາຍໆ….
    “ສະທ້ອນແສງຮອດດາວອັງຄານໄດ້ຍິງດີ,ຖ້າເຮັດໄດ້ປານນີ້ມັນພາກັນເຮັດເຕັ້ມເມືອງແລ້ວ-.-”
  2. ເມື່ອມີເຄື່ອງປະດັບblink-and-Blinkແລ້ວ,ມັນກໍ່ຕ້ອງຄຽງຄູ່ກັບລາຍສັກ,ຈະສັກນ້ອຍສັກໃຫຍ່ກໍ່ແລ້ວວ່າໃຜຈະມັກ.
    ບາງລາຍສັກຈົນບໍ່ມີບ່ອນໃຫ້ສັກເລີຍກໍ່ມີ“ແນະນຳ…ສັກໃສ່ຝາພະບາດແນ່,ຖ້າບໍ່ພໍ ອິອິອິອິ”
  3. ສັງເກດhiphopທີ່ຖືວ່າARTໂຕພໍ່,ຕ້ອງນີ້ເລີຍ,ຕ້ອງຄົນດຳເທົ່ານັ້ນ“ໂອ໊…ມັນກະສຸດຍອດລະເບາະ”
    ຖ້າຈະໃຫ້ຄົນຂາວມາrap-yo-yoມັນກໍ່ຈັງໃດຢູ່,ເບິ່ງແລ້ວມັນບໍ່ເດັດດວງເທົ່າ.ຝີມືຄົນລະຊັ້ນກັນ.
  4. Rapperຈະດີມັນຕ້ອງຄົນດຳ,ໂຕໃຫຍ່ໆຕຸ້ຍໆ,ຈະໃຫ້ໂຕເຈ້ຍໆຫວະ?ບໍ່ໄດ໋ບໍ່ດາຍຍຍຍຍ
    “ດຽວພໍເວລາຂື້ນຮ້ອງເພງ,ພໍດີລົມປອດໝົດກ່ອນ ຮ່ະຯ ຮ່ະຯ ແມ່ນຕິ?”
  5. ເສື້ອຜ້າຕ້ອງໂຕໃຫຍ່ຯ…ແວກໆແນວ,ຫຼືແບບເວີ້ໆ...ມີສັນຍາລັກ3ສີ:ແດງຂຽວເຫຼືອງ.
    …..
  6. ມິວສິກເພງສ່ວນຫຼາຍຈະອອກປະມານແນວຊິນເປື່ອງຟຸ້ມເຟືອຍບໍ່ໃຫ້ວ່າ“ແບບວ່າຄົນມີເງີນຈະໂຊ”
    • ເປັນເພງທີ່ໃຊ້ຜູ້ຍິງເປື່ອງທີ່ສຸດ(ອອກມານັ່ງແນບຂ້າງກັບrapper)ວູ້….ຣວຍເລືອກໄດ້.
    • ຕ້ອງເຕັ້ນໂຍະຯໂຍ໋ຢູ່ຂ້າງລົດແພງເທົ່ານັ້ນ,ເອມວີໃດບໍ່ມີລົດງາມໆສະແດງວ່າບໍ່ແມ່ນຂອງແທ້.
      “ຕັ້ງແຕ່ລົດຖີບຈົນຮອດລົດໃຫຍ່ຕ້ອງໃສ່ລໍ້ແມ໋ກແບບອະລັງການງານສ້າງຄົນມີເງີນ”
    • ຄຳເວົ້າທີ່ສຸດຈະຫາຄຳຫຍາບບໍ່ໄດ້ໃນເພງປະເພດອື່ນ,ແຕ່ຈະພົບເປັນເລື່ອງປົກກະຕິຢູ່ໃນເພງຂອງHiphop
      ນັ້ນກໍ່ຄື Fu*k, sh*t,b1tchy…..ເປັນຕົ້ນ”ເພງໃດບໍ່ມີຄຳນີ້,ຖືວ່າໂຫລລລລລ,ບໍ່ແມ່ນຕົ້ນຕຳລັບ”



    ວູ້….ສຸດທ້າຍຂ້ອຍກໍ່ບໍ່ເຂົ້າໃຈຢູ່ດີ????ງານນີ້ຕ້ອງໃຫ້ສະວົກHiphopອອກມາໂຊກ່ອນເບາະ?5555
    November59
    15:10