Archive for the Category »ແຕ່ຄວນຮູ້ໄວ້. «

ບັນຫາໃຜວ່າມັນງ່າຍ

ຂ້ອຍກັບບັນຫາເບິ່ງແລ້ວຈະເປັນຂອງຄູ່ກັນ(ແບບຈຳເປັນ)ຕະຫຼອດ.
ຍິ່ງເວລາທີ່ຕ້ອງຢູ່ຫ້ອງການຜູ້ດຽວ…ໂດຍທີ່ວຽກດ່ວນມັນເຂົ້າມາແບບ(ກູຊິເອົາດຽວນີ້- -*)
ເຫີ້…ພາລະກິດເລີຍຖືກໂຍນມາໃຫ້ຮັບແບບ(ເອົາອີກແລ້ວວວວວວ).

1.ເຈັບຕັບສຸດແມ່ນຕອນໄປສົ່ງMasterໃຫ້ລູກຄ້າ
ເພາະວ່າມັກຈະມີບັນຫາຄອມToastແລ້ວຊີດີບໍ່ອ່ານ- -*
ເປັນຍ້ອນຜູ້ກ່ຽວມັກລືມວ່າເອະ…ຄິ໊ກຫຍັງດີຫວະ???
(ແອ໊ກໆໆໆໆ…ກູລືມວິທີອີກແລ້ວ-*-)

November:ເຫິ້ !ແລ້ວຈັງໃດ….ຄິດ ຄິດ ຄິດ !!!!
ໂອ໊….ຫົວຫນ້າ,ໂທຫາຫົວຫນ້າ- -*
(ສຸດທ້າຍກໍ່ບໍ່ແລ້ວຜູ້ອື່ນຕ້ອງມາຊ່ວຍ555)

2.ຈັບຕັບພາກຕໍ່ໄປແມ່ນເຄື່ອງປຣິ້ນ,
ໂດຍສະເພາະວ່າຖືກຊ່ວງທີ່ຕ້ອງຢູ່ຫ້ອງການຜູ້ດຽວ
ຫົວຫນ້າໂທມາບອກກ໊ອບປີ້ດີວີດີແລ້ວສະກີ້ນປົກພ້ອມເດີແລ້ວເອົາໄປໃຫ້@^@@&#(*(@
ຖືກຊ່ວງທີ່ຕ້ອງສະກິ້ນປົກຊີດີໄປສ່ົງລູກຄ້າ.
ຊາດດດ….ມັນປຣີ້ິ້ນບໍ່ໄດ້- -*ຕັບມັດ…..ແຮງວ່າດ່ວນ!!!!!

November:ຈັງໃດໆໆໆ….ຄິດ..ຄິດ!
ຫົວຫນ້າາາາາາາາາາາາາາາາາາ……….ມັນບໍ່ໄດ້ອອກແລ້ວ-*-
ສຸດທ້າຍກູກໍ່ເຮັດເອງບໍ່ໄດ້,ທັງທີ່ພໍຄົນອື່ນມາ,ກົດໆໆຄິ໊ກໆໆ…ປັບ!
((((((ໂອ໊…..ເຄື່ອງປຣິ້ນກວນTEE)))))
……………..ຈາງແມ່ນຊາດໃຫ້ກູຂາຍຫນ້າໄປຮອດໃສ.

ແຕ່ພໍສົ່ງວຽກແລ້ວຄວາມເຫມື່ອຍມັນກໍ່……ວູ້!!!!!ຫມົດວຽກກູແລ້ວ.
ຫາຍໃຈສະບາຍເດະບາດນີ້

…………….ລັນລາ..ລັນລ່າ…ກັບບ້ານ

ຍາກແທ້ຫວະ?

ກັບມາອີກຄັ້ງ….ຄິດວ່າຈະອັບໄດອະຮີ່ຕັ້ງດົນ,ແຕ່ກໍ່ຫາໂອກາດມາອັບບໍ່ໄດ້ຈັກເທື່ອ.
ມື້ນີ້ມາແບບອາລົມຄ້າງໆ….ຄ້າງເພາະບັດຖືກຕູ້ATMກືນບັດ-*-
ເລີຍເປັນທີ່ມາຂອງໄດອະຮີ່ຄືນນີ້…………………………….

ຄິດໄວ້ຕັ້ງອາທິດກ່ອນວ່າຈະຖອນເງີນຜ່ານບັດເອທີເອມ,ເພາະມື້ອື່ນຕ້ອງຕືນແຕ່ເຊົ້າໄປເປັນເດັກກອງຖ່າຍຢູ່ຕ່າງແຂວງ3ມື້.
ເລີຍອອກໄປຖອນເງີນຢູ່ທະນາຄານເສື້ອເຫຼືອງ.
ແຕ່ແລ້ວເຫດກໍ່ເກີດຂື້ນນະເວລາທີ່ຂ້ອຍປ້ອນບັດເຂົ້າເຄື່ອງ………….>
>>ມັນໃຫ້ໃຊ້ລະຫັດ*****>ຈຳນວນເງີນ*******>>ເລືອກວ່າຈະເອົາເຈ້ຍບໍ?
ຂ້ອຍກໍ່ກົດ(((ເອົາ))).Enter……….ແຕ່ແລ້ວມັນບອກໃຫ້ໃສ່ລະຫັດອີກຄັ້ງ-*-
ເອະ….ເຮົາເຮັດຜິດຫຍັງຫວະ?????(ເອະ…ເກີດບ້າຫຍັງຂຶ້ນກັບລະບົບບ້ານິ))
ເລີຍກົດໃຫມ່ຈົນຮອດ3ເທື່ອ(ໂດຍບໍ່ຮູ້ໂຕ),ສຸດທ້າຍມັນກະແດກບັດໂດຍອັດຕະໂນມັດ-*

ບໍ່ຮູ້ວ່າທະນາຄານເສື້ອເຫຼືອງນີ້ມັນຄິດຫຍັງຢູ່,ບໍ່ເຄີຍໄປເປີດຕູ້ເອທີເອມຂອງທະນາຄານທົ່ວໄປແນ່ບໍ????
ຈັກມັນເຮັດໂປຼແກມບ້າຫຍັງມັນບຸ??????
ຕົວຢ່າງງ່າຍໆເລີຍ:ເພາະວ່າຂ້ອຍມັກໄປໂອນເງີນຢູ່ໄທຜ່ານບັດເອທີເອມຕົນເອງ,
ເວລາຈະຖອນ/ໂອນເງີນມັນຈະຖາມລະຫັດ,ຖ້າບໍ່ຖືກມັນກໍ່ຈະຟ້ອງບອກໂລດ.ແຄ່ນີ້….ເຈົ້າຂອງບັດກໍ່ຈະຮູ້ລະວ່າ((((ກູກົດຜິດຈັກເທື່ອ)))).
ແຕ່ອັນຢູ່ທະນາຄານບ້ານິໃສ່ລະຫັດຜິດມັນຍັງປ່ອຍໃຫ້ເລືອກລາຍການ,ຂຽນຈຳນວນເງີນທີຈະຖອນ,ແລ້ວເລືອກວ່າຈະເອົາໃບເຊັດບໍອີກ-*-,
ພໍກົດຕົກລົງ,ມັນເຊືອກມາທ້ວງວ່າ((((ໂງ່ເອີ້ຍ…ລະຫັດມຶງຜິດໄດ໋ຫັນ))))).
ເລີຍເຮັດໃຫ້ຂ້ອຍບໍ່ມີເງີນ……….ບໍ່ຮູ້ວ່າຈະຫົວຂວັນຕົນເອງດີ,ທີ່ບໍ່ຈື່ລະຫລັດຜ່ານ.
ຫຼືວ່າຄວນຈະໃຈຮ້າຍຄວາມບ້າຂອງເຄື່ອງຖອນເງີນດີ-*-

ໂຊກດີທີ່ຫມູ່ເຮັດວຽກຢູ່ທະນາຄານເສື້ອເຫຼືອງ,ເລີຍໂທຫາບອກໃຫ້ມັນເອົາບັດໄວ້ໃຫ້ແດ່ຖ້າກະເຈົ້າແປງຕູ້ເອທີເອມ.
ໄດ້ຄຳຕອບຈາກຫມູ່ວ່າ….ຄົນມາຕຳນິຫຼາຍຢູ່ເລື່ອງລະບົບຕູ້ເອທີເອມ*-*
ສະແດງວ່າ….ອາທິດຫນຶ່ງຕ້ອງມີບັດຖືກກືນບໍ່ແມ່ນຫນ້ອຍໆໆ
(((ສາດດດດ….ມັນແນ່ຢູ່ແລ້ວແນວມັກເຮັດແຕກຕ່າງຫຼາຍ))))
ພວກໄອທີມັນກະບໍ່ພາກັນສຳຫຼວດແນ່ບໍວ່າດ້ວຍເຫດໃດບັດເອທີເອມຈິ່ງຖືກກືນຕູ້ລະບັກຫຼາຍໃບຕໍ່ອາທິດ-*-
ກະບໍ່ພາກັນປັບປຸງແນ່ບໍ?ເພື່ອຄົນທີ່ເຂົາໃຈບໍ່ຂຸ້ນກັບລະບົບແນວນິ(ຄືກະອູແດ່-*-)

ສາດດດດດດດດດດດດດ…..ຫາຊິໄດ້ໃຊ້ບັດມັນເທື່ອທຳອິດ,ກະເຊືອກສ້າງຄວາມປະທັບໃຈໃຫ້ແລ້ວເນາະ,ສາດ.
ຫາກໍ່ເຫັນທະນາຄານນີ້ລະເດິ…ທີ່ໃຫ້ປ້ອນລະຫັດ(ຜິດ)ແລ້ວ,ຍັງປ່ອຍໃຫ້ກົດເລືອກວ່າຈະຖອນເງີນຈຳນວນເທົ່າໃດແນ່(ລໍໃຫ້ດີໃຈຕອນຖ້າເງີນຊິອອກມາ)-*-
ແລ້ວມັນມາຫັກມູມຕອນສຸດທ້າຍວ່າ(((ເງີນມຶງບໍ່ອອກມາໄດ໋ຫັນ,ລະຫັດມຶງຜິດ^^)))
ເປັນສາເຫດເຮັດໃຫ້ຄົນລືມວ່າຕົນເອງກົດໃຫມ່ຈັກຄັ້ງແລ້ວ.ແລະເປັນເຫດທີ່(((ກົດຢາກຈູດທັງຕູ້ທັງບັດຖິ້ມສະມັນແລ້ວເດະ)))

ເຫດຜົນທີ່ເປັນເລື່ອງດຮາມ້າລົງຕັບມັດ
ສາດ…ລົງກະເພາະພາກ1,ກູອົດສາໜີ້ທະນາຄານລັດມາເພິ້ງທະນາຄານເອກະຊົນ,ເພື່ອທີ່ຈະບໍ່ຕ້ອງເຈິລະບົບຊັກຊ້າ.
ແລະເພື່ອບໍ່ຢາກເຈິບັນຫາເລື່ອງລາຍເຊັ່ນບໍ່ຈະແຈ້ງ.
ສາດ…ລົງກະເພາະພາກ2…ເພື່ອທີ່ຈະບໍ່ຕ້ອງລຳບາກຕອນຖອນເງີນຜ່ານພະນັກງານ,ຍ້ອນເຫດຜົນທີ່ລາຍເຊັ່ນໂຕເອງມັນບໍ່ຄືເກົ່າ.
ເລີຍເຮັດບັດເອທີເອມ,ເພື່ອທີ່ຈະບໍ່ຕ້ອງຖຽງກັບພະນັກງານເລື່ອງທີ່ຕ້ອງເອົາບັດປະຈຳໂຕມາຖອນພ້ອມປື້ມຖອນເງີນທຸກຄັ້ງ-*-
ແຕ່ແລ້ວຕູ້ເອທີເອມກໍ່ບໍ່ໄດ້ຊ່ວຍໃຫ້ຂ້ອຍສະບາຍຂຶ້ນເລີຍ……………….ສາດດດດດດດດດດດດດດ

ຄິດບໍ່ອອກ…ແຕ່ຈະອັບ(ມີຫຍັງ?)

ໄດ້ຈັບຄອມພິວເຕີອີກຄັ້ງ….ບໍ່ໄດ້ໃຊ້ຄອມຢູ່ບ້ານຕັ້ງດົນ,ຈົນເກືອບແມງມຸມສ້າງອານາຈັກໄປຮອດດາວອັງຄານແລ້ວຕິດເບາະ!
ຢາກອັບໄດອະຣີ່ລົງຕັ້ງດົນ,ແຕ່ກໍ່ນັ້ນແລະ(ໄດ້ແຕ່ຄິດຕາມເຄີຍ)ເນັດບໍ່ອຳນວຍ,ເນັດເຂົ້າບໍ່ໄດ້.ເນັດໆ!!!!ເນັດທໍລະມານຈິດໃຈ.
ແຕ່ແປກຢູ່ດີໆເນັດມືຖືກໍ່ເຂົ້າໄດ້,ເລີຍເປັນທີ່ມາຂອງໄດອະຣີ່ຄືນນີ້.ໄດອະຣີ່ທີ່ເກີດຈາກຄວາມຢາກຂຽນໄດຯ
ບໍ່ຮູ້ຈະອັບມັນເລື່ອງໃດດີ…
.(ເອົາແລ້ວເບາະ,ມາມຸກຄວາຍອີກແລ້ວເຮົາອິອິອິ)ໄດອະຣີ່ຈັບປູໃສ່ດົ້ງ!!!!

ເຄີຍເປັນເບາະ“ຖ້າເຄີຍງຶກຫົວ,ຖ້າບໍ່ກະແລ້ວແຕ່555ເວົ້າຫລິ້ນ”ຕອນທີ່ເຮົາຄິດຢາກເຮັດສິ່ງໃດສິ່ງຫນຶ່ງ.
ເຮັດເລື່ອງໃດເລື່ອງໜຶ່ງ,ຜູກພັນກະເຫດການໃດເຫດການໜຶ່ງໃນຊ່ວງເວລາສັ້ນໆ…ແຕ່ພໍເຮົາມາຢູ່ກັບ
ປະຈຸບັນແລ້ວ.ສິ່ງທີ່ເຮົາເຄີຍກະທຳມາ,ເວົ້າມາ,ຕ້ອງການມາທັງໝົດ.ກັບກົງກັນຂ້າມກັບການກະທຳດຽວນິ.

ຈາກທີ່ເມື່ອກ່ອນ………………..
1.ຄິດວ່າຂ້ອຍມັກອັນນີ້ແລະ ປະຈຸບັນ….ເອະ,ກູບ້າເຄື່ອງພວກນິໄດ້ແນວໃດຫວະ!ຄວາມມັກໄປໃສໝົດ?”

2.ຈະເອົາມັນມາໃຫ້ໄດ້….ມີຄວາມສຸກເວີ້ຍ,ສົນໃຈແຕ່ເລື່ອງດຽວ.
“ແຕ່ກ່ອນມັກເລື່ອງຫຸ້ນ,ຢາກສຶກສາເລີຍຊື້ປື້ມມາອ່ານຫລາຍຫົວ,ບາງຫົວສັ່ງຈາກເນັດ,ບາງຫົວກ໊ອບປີ້ຈາກເນັດ
ຂໍ້ມູນດາວໂຫລດມາເປັນfolderຢູ່ໃນຄອມກໍ່ຫລາຍ.ແຕ່ພໍຈົບມາມີວຽກສິ່ງທີ່ຄິດວ່າຈັງໃດກູກະຊິອ່ານມັນໃຫ້ຈົບ
ກັບບໍ່ໄດ້ອ່ານມັນເລີຍ,ຄວາມກະຕືລືລົ້ນທີ່ຢາກເອົາຊະນະເລື່ອງໂຕເລກຫຸ້ນເກືອບບໍ່ໄດ້ຢູ່ໃນສະຫມອງເລີຍດຽວນິ”

—>ແນວນິເນາະຄົນເຮົາ…ເມື່ອບໍ່ມີສິ່ງຜູກພັນ,ຄົນເຮົາກໍ່ຈະປ່ອຍປະລະເລີຍລືມແບບງ່າຍໆ-*-

3.ດຽວກູເກັບເງີນໄດ້ມື້ໃດ…ເປັນຂອງກູແນ່ນອນແລ້ວ.
ຕອນທີ່ຍັງບໍ່ມີເງີນ“ຫາເງີນເອງບໍ່ເປັນກໍ່ແມ່ນ”,ຄວາມຄິດຢາກໄດ້ເຄື່ອງ,ຢາກຊື້ໄປຫມົດທຸກຢ່າງ.
ສອງຄຳນີ້ມັນຄືຈະຢາກໃນຈິດໃຕ້ສຳນຶກຂອງຄົນເຮົາເກືອບທຸກໆຄົນກໍແມ່ນ.
ຄົນເຮົາຕອນທີ່ຢາກໄດ້ຫຍັງ,ມັກຈະສົນໃຈແລະຈະຊອກຫາຂໍ້ມູນຫຼືເບິ່ງຮູບພາບ“ແທນກໍ່ຍັງດີ”
ແຕ່ພໍເກັບເງີນໄດ້ຄົບພໍທີ່ຈະຊື້ແລ້ວ,ກັບຕັດສິນໃຈບໍ່ຖືກ.ດີບໍ່ດີ….ຮອດຍາມແລ້ວບໍ່ຊື້ມັນຊ້ຳ.
“ເອະ…ກູຈະຊື້ດີບໍຫວະ????”,”ເອະ..ໂຕນັ້ນກໍ່ງາມດີໃດ,ຫຼືໂຕນີ້ດີຫວະ?”
ຄວາມຢາກນະເວລາທີ່ຍັງບໍ່ຊື້ແລະຄວາມຢາກນະເວລາທີ່ຈະຊື້ມັນຕ່າງກັນ-*-
ເລີຍເປັນທີ່ມາຂອງການ
“ແມ່ນກູກຳລັງຄິດຍັງຢູ່?????”,”ຕອນຢາກໄດ້ກະຈົນລົມເກືອບຈັບ”
“ແຕ່ພໍຊິຊື້”ຫຼື”ຊື້ມາແລ້ວ”ຄວາມຮູ້ສຶກຢາກມັນເບິ່ງຄືແຕກຕ່າງກັນແທ້.ຂອງທີ່ຢາກໄດ້ຕັ້ງດົນ,
ພໍເວລາຊື້ມາແລ້ວຄວາມບ້າຂອງໃຫມ່ກັບເລີມຈືດຈາງລົງໄປ
“ຕົກລົງ…ກູເປັນພວກບໍ່ພໍຫຼືພໍດີເກີນເຫດ!!!!!!!”

ຈົບ…………….ໄວ້ເທົ່ານີ້ແລະ.ເກັບໄປຄິດເອົາກໍ່ແລ້ວກັນວ່າຕົນເອງເປັນພວກແນວໃດ?
ສຸດທ້າຍໄດອະຣີ່ຕອນນີ້ກໍ່ຈົບດ້ວຍອາລົມ“ສຳເລັດແລ້ວ….ກູໄດ້ຂຽນໄດອະຣີ່ສົມໃຈລະ*-*/”


November59
23:15

ລ່າກ່ອນ….ຕຸລາ
  • ໂອ໊…ມາຍກອດ໌“ສະຫວັນເຫັນໆ”….ຂ້ອຍອັບເດດໄດອະຣີ່ຣຽນຕິດອີກຄັ້ງໜຶ່ງແລ້ວ,ໂນເວມເບີຣ໌.
    ຄວາມຈິ່ງຄິດວ່າໄດອະຣີ່ໂຕນີ້ຈະອັບເດດມື້ອື່ນ”ຕາມຫົວຂໍ້ທີ່ຕັ້ງໄວ້“ແຕ່ຍ້ອນມື້ອື່ນມີພາລະກິດ”ທາງບ້ານ”.
    ຍ້ານບໍ່ມີເວລາຂຽນ,ເລີຍເອົາເປັນວ່າອັບມັນຊະມື້ນີ້ເລີຍຊິເປັນຫຍັງ?”ຕອນຄ່ຳຊິອອກໄປເມົາຢູ່ໄອເຕກກ່ອນ”
  • ມື້ນີ້ໂຄດດີເລີຍ…ໄດ້ເຮັດວຮກແຕ່ເຄິ່ງມື້,ເລີຍມີເວລາກັບມານັ່ງຂຽນໄດອະຣີ່ຢູ່ບ້ານ.
    ແລະໂຊກດີທີ່ມື້ອື່ນຂ້ອຍບໍ່ໄດ້ໄປຄອນເສີດ(((ລົດຈັກຈີນ))ທີ່ມີພວກນັກຮ້ອງອິນດີ້ຂຶ້ນເຕັມເວທີ.
    ເພາະເພິ່ນເອົາແຕ່ຊ່າງກ້ອງ“ຫົວໜ້າ2ຄົນ”ໄປເທົ່ານັ້ນ ຮ່ະ ຮ໋ະ ຮ່ະ ຮ໋ະ ຂ້ອຍເລີຍມີເວລາພັກຜ່ອນມື້ວັນຢຸດ.
    “ເຖິງຊິບໍ່ໄດ້ໄປ…ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍຊິໄດ້ຢູ່ລາໆ,ເພາະຫຼັງຈາກຄອນເສີດປຸ໋ບ”
    “ມ້ວນກະແຊດຖ່າຍທຳຕ້ອງຖືກພະລາດສະຖານມາຂ້ອຍຕັດຕໍ່-..-”
    ຂ້ອຍເປັນ1ໃນທີມງານຕັດຕໍ່ພາບຄອນເສີດນັ້ນຢູ່ດີ….ຖືວ່າບໍ່ງ່າຍເລີຍຊົ່ວເຮົາຈະເອົາພາບນັກຮ້ອງເຖິງເວທີມາຕັດຕໍ່ກັນ”
    “ກໍ່ເພາະຂະນ້ອຍຫາກໍ່ຮູ້ວິທີຂັ້ນຕອນການຕັດຕໍ່ນັ້ນເອງ ຮ່ະຮ໋ະ”
  • ຄອນເສີດທຳອິດແລະລ່າສຸດທີ່ຕັດມາແມ່ນ“ຄອນເສີດຄາຍອິນດີ້ທິໂກ້ ນະ ສະຫວັນເວກັດສ໌”
    ໂອ໊…ໂຫ໊ໆໆໆ…ປະຕິໂຖ,ບໍ່ແມ່ນຂອງຕົດໆຊິໄດ້ເອົາມາໃຫ້ກັນດົມເລີຍ.ຂ້ອຍຈົນເກືອບວ່າລາຍຕາຄ່າສະໝອງ.
    ເກີດມາຫາກໍ່ເຄີຍໃຊ້ສາຍຕາ2ຂ້າງໄປກັບພາບຈໍ4ອັນໃນຄອມໜ່ວຍດຽວໄປພ້ອມໆກັນ@_@ແລ້ວເລື່ອງມັນກໍ່ເກີດຂື້ນຈົນໄດ້”
    ເມື່ອຂ້ອຍບໍ່ສາມາດຕັດພາບປ່ຽນມູມພາບໄປຕາມຈັງຫວະນັກຮ້ອງໄດ້ຮ່ະຮ໋ະຮ່ະຄິດມາແລ້ວຢາກຫົວ.
    ແຕ່ສຸດທ້າຍມັນກໍ່ແລ້ວຢູ່ດີ((ໄດ້ການອາໃສຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານທັງ3ທ່ານ))ຮ່ະຮ໋ະ
    ພໍແລ້ວປຸບ…ອາການລາຍຕາກໍ່ກາຍມາເປັນຄວາມມ່ວນແລະຄວາມດີໃຈ“ເອິ…ສິ້ນສຸດກັນແດ່”


ໜຶ່ງເດືອນທີ່ໄດ້ເຫັນເບື້ອງຫຼັງໂຄສະນາຊິ້ນ1ວ່າມັນຍາກຊຳໃດ“ຄວາມອົດທົນຢູ່ໃສຄວາມອົດທົນກະຢູ່ຫັນ”
ໜຶ່ງເດືອນທີ່ໄດ້ເປັນເດັກກອງຖ່າຍກັບໂຄສະນາທັງ5ອັນຖືວ່າເປັນອິສັງທີ່ຄຸ້ມຄ່າແລ້ວ
ວຽກແບບນີ້ຖ້າບໍ່ແທ້ໆບໍ່ມີໃຜຢາກສອນໃຫ້ກັນເດາະ,ຖືວ່າຂ້ອຍບັງເອີ້ນຟຣຸກຊື່ໆ”.
1.ເອມວີເພງ ເຈ້ຍ ປາຊິຟິກ.
2.ເອມວີເພງ ກຳລັງໃຈຂ້າງໆ ຂອງ ໝອນ
3.ໂຄສະນາ ແປບຊີ”ກຳລັງຈະອອກໄວໆນີ້”
4.ໂຄສະນາ ເອມໂຟນ”ກຳລັງຈະອອກໄວໆນີ້ເຊັ່ນດຽວ”
5.ຟີມ”ຟັນໄກ” ໂຄງການການສຶກສາຂອງນັກຮຽນແລະອາຈານ.


  • ຊິເວົ້າໄປແລ້ວ1ເດືອນທີ່ໄດ້ເປັນມະນຸດເງີນເດືອນ,1ເດືອນທີ່ໄດ້ເຮັດວຽກແນວນີ້ຖືວ່າມ່ວນແບບກົງກັນຂ້າມກັບພ/ງບັນຊີເລີຍ.
    1ເດືອນທີ່ຂ້ອຍຕ້ອງໄດ້ເລີ່ມທຳຄວາມເຂົ້າໃຈກັບດ້ານມີເດຍ“ເປັນອິສັງທີ່ຂ້ອຍກຳລັງພະຍາຍາມຕໍ່ໄປ”
    “ແລະເຖິງຄົນອ້ອມຂ້າງຈະຖືແປກໃຈວ່າຂ້ອຍກຳລັງເຮັດຫຍັງກັບຊິວິດຕົນເອງຢູ່???ກັບອາຊີບດ້ານນີ້??”
    ມັນກໍ່ແລ້ວແຕ່ໃຜຈະຄິດກໍ່ແລ້ວກັນ,ເອົາເປັນວ່າລອງໄດ້ເຮັດເອງແລ້ວຈະຮູ້ວ່າມັນມ່ວນນນໆໆໆເວີ້ຍຍຍຍ.

ຖືວ່າ: ເພາະ((((ກູເລືອກແລ້ວ))))ຊ່າງຫົວມັນເທາະ,ຖ້າຍັງແຄແລ້ວຊິເອົາໃສມາຮັບປະທານ.ເພາະສັງຄົມກິນບໍ່ໄດ້.

  • ເຫດການໃນເດືອນຕຸລາກໍ່ຖືວ່າຈົບລົງດ້ວຍອາການ“ມ່ວນ,ເໝືອຍ,ຫິ້ວເຂົ້າ,ຜິວດຳລົງ,ລາຍຕາ”
    ທີ່ສຳຄັນ….ເດືອນນີ້ເປັນເດືອນທີ່ໄດ້ເຮັດວຽກຖ່າຍທຳໂຄສະນາແບບມື້ຣຽນມື້.ແຖມກັບມາບ້ານຍັງເກັບໄປຝັນຕໍ່.

    “ສົງໃສ…ຖ່າຍທຳລົງຈິດໃຕ້ສຳນຶກ*-*” “ກະອູເປັນແຮງແລ້ວແມ່ນ,ເບາະ?”
ມື້ນີ້ກະຊິໄປຫວາ?

ກ່ອນໜ້ານີ້ໃຜຯກະພາກັນຕື່ນເຕັ້ນທີ່ມີຄອນເສີດຈາກປະເທດເພື່ອນບ້ານ…ຢູ່ລາວ.
-12/8/09ຄອນເສີດຈັດໂດຍລ.ທ.ຄ ເປີດໂຕຊີມHalo(ນຳທັບຈາກRSໄທມາຮ້ອງເພງ)
-13/8/09ຄອນເສີດຊ່ວຍເຫຼຶອຜູ້ທຸກຍາກ,ຈັດໂດຍຫຼາຍຝ່ານ…ວ່າຊັນ.
(ງານນີ້ຄົນຫຼັ່ງໄຫລມາບໍ່ໃຫ້ເວົ້າ,ຍ້ອນ ປອຍ ຝ້າຍ ມາວ່າຊັນນນນ)
-15/8/09ຄອນເສີດclashຈັດໂດຍທິໂກ້…ມື້ນີ້ແລະ,ດຽວນີ້ນິແລະ…

ຂ້ອຍບໍ່ມັກໄປຄອນເສີດ,ເຊິ່ງຂ້ອຍເລີ່ມຈະເບື່ອກັບຄຳຖາມທີ່ວ່າ:
((( ມື້ນີ້ກະຊິໄປຫວາ,ຄອນເສີດ? ມີປີ້ລະຫວາ,ໄປກັບໃຜ?ປີ້ເທົ່າໃດຫັນ? )))
ໄປໃສກະຈະໄດ້ຍິນແຕ່ວົງສົນທະນາເລື່ອງນີ້ຕະຫຼອດ,ແຮງອິຫຼີ່ຯ.
ທຳອິດຍັງພໍຮັບໄດ້,ແຕ່ດົນຯໄປໄດ້ຍິນຕະຫຼອດກະເລີ່ມອາຫານເປັນພິດ,ໂລກເບື່ອຄອນເສີດ.
———————-ຂໍ້ຄວາມຖືກຕັດ.ເນັດຊ້າ,ເລີຍເຫລືອແຕ່ເທົ່ານີ້——————–
ຂີ້ຄານຂຽນຕໍ່