Archive for the Category »ບໍ່ເທົ່າກັນ «

ແຄ່ວູ໊ບດຽວ

ບໍ່ຮູ້ວ່າຂຽນຖືກບໍ່ຫວະ,ອັນຄຳວ່າ (ແຄ່ວູ໊ບດຽວ) ຕາມທີ່ບອກຫັນແລະ,
ພາສາລາວບໍ່ແຂງແຮງ.ສ່ວນໃຫຍຈະຂຽນຜິດຫຼາຍກວ່າຖືກ.

ມື້ນີ້ອຶດອັດໃຈ,ຄິດບໍ່ອອກວ່າເປັນຫຍັງເຮົາຄືມາເຊັງແທ້ເດະ.
ຕາມເຄີຍບໍ່ຮູ້ຈະອັບຫຍັງດີ?
ນັ່ງອ່ານໄດອະຣີ່ເກົ່າໆທີ່ຕົນເອງຂຽນ.
ບໍ່ຄິດເລີຍວ່າເຮົາມັນບ້າໆໆໄບ້ໆໆຈົ່ມຕະຫຼອດ,ມາຮອດຕອນນີ້ສະຫມອງຕັນຊ້ຳ.
ຍາມຄິດອອກກະຂຽນບັກຍາວໆຈົນວ່າຄ້ານອ່ານ,
ແຕ່ຍາມຄິດບໍ່ອອກ,ຂຽນຫຍັງກະບໍ່ໄດ້ສັບ- -

ເອົາເປັນວ່າ…….ແຄ່ວູ໊ບດຽວ.
ຈົບ

ສະບາຍດີປີໃໝ່

ໄດອະຣີ່ທຳອິດໃນນາມປີ2010…ຄຳວ່າ….ອານາຄົດເປັນສິ່ງທີ່ຍາກຈະຄາດເດົາ,
ແລະຖຶງວ່າຈະຄາດຫວັງປານໃດ,ສຸດທ້າຍແລ້ວມັນກໍ່ບໍ່ເປັນໄດ້ໄປຕາມທີ່ຫວັງສະເໝີໄປ.
ແຕ່ເຖິງຢ່າງໃດ…ຄຳວ່າ((ຄວາມສຸກ)),ຄົນເຮົາຕ່າງກໍ່ຕ້ອງດິ້ນລົ້ນຫາມັນຕໍ່ໄປໃນປີ2010.
ແລະໃນປີ2009ກັບຫຼາຍເຫດການທີ່ເກີດຂື້ນບໍ່ວ່າຈະມ່ວນ,ໂສກເສົ້າ,ເສຍໃຈ,ດີໃຈ,ຄວາມສຸກລົ້ມໆແລ້ງ…
ໃນຊ່ວງເວລາທີ່ຕ້ອງພະເຊີນບັນຫາຕອນນັ້ນ,ເບິ່ງຄືວ່າເຮົາຈະເປັນຈະຕາຍ,ຍ້ານກວ່າກັບບັນຫາ,
ຫ່ວງວ່າເຮົາຈະສາມາດຜ່ານມັນໄປໄດ້ຮອດໃສ?ແຕ່ແລ້ວ…ເຮົາກໍ່ຍັງຢູ່,ຍັງກ້າວຂ້າມປີຕໍ່ໆໄປຈົນຮອດມື້ນີ້.
ເອະ…ກູກໍ່ຜ່ານມັນມາຈົນໄດ້,ບໍ່ເຫັນໃຈຂາດ.ເອິ…ແມ່ນແຫະ????
ນັ້ນກໍ່ຍ້ອນວ່າ:ມະນຸດເຮົາມັກຄິດໄປເອງ,ກັງວົນເກີນເຫດ(ແທ້ໆ).
ແລະມະນຸດຄົນນັ້ນກໍ່ຄືຂ້ອຍນັ້ນເອງ-.-
ໃນປີນີ້ໃຜແນ່ທີ່ຄິດວ່າ:ຕົນເອງຈະເລີ່ມຕົ້ນເຮັດຫຍັງໃຫ້ເປັນຊິ້ນ,ເປັນອັນແນ່?
ສຳລັບຂ້ອຍແລ້ວ…ຄົງຈະຄືກັບຄົນອື່ນທົ່ວໆໄປ.ທີ່ຢາກມີວຽກງານ,ເງີນ,ຄອບຄົວແລະຄວາມຮັກທີ່ດີ.
ແຕ່ໃຜຈະຄາດຄິດແນ່ວ່າ,ການທີ່ເຮົາຮັກໃຜຈະຄົນມັນຍາກຊຳໃດ?
ຂ້ອຍມີໂອກາດໄດ້ນັ່ງຟັງເລື່ອງຂອງຄົນໆໜຶ່ງມາ,ແລະຂ້ອຍເລີຍຢາກເຮັດຕາມຄຳບອກນັ້ນ,
ຮອດເວລາແລ້ວທີ່ຂ້ອຍຕ້ອງຕັ້ງໃຈລົງມືເຮັດແນ່ຈັກບາດ.ນັ້ນກໍ່ຄື:
{ເມື່ອຄວາມຮັກທີ່ເຮົາໃຫ້ເຂົາແລ້ວມັນບໍ່ມີຄ່າພໍ,ແລ້ວຈຳເປັນບໍ,ທີ່ເຮົາຕ້ອງຢືນຢູ່ແບບນັ້ນຕໍ່ໄປ?
ເອົາເວລານັ້ນໄປສ້າງຕົນເອງໃຫ້ດີແລະດີກວ່າຕອນທີ່ເຮົາຮູ້ຈັກຄົນນັ້ນດີກວ່າ}.

ຄົນເຮົາບໍ່ຈຳເປັນຕ້ອງເຮັດໂຕໃຫ້ຕ່ຳຕາມຄຳເວົ້າ((((ເຮົາດ້ອຍກວ່າເຂົາ)))).
ເຮົາກໍ່ເປັນຄົນ,ເຮົາບໍ່ຈຳເປັນຈະຕ້ອງທົນຢູ່ໃຫ້ມັນປຽບທຽບຄຸນຄ່າດ້ວຍວັດຖຸ(ອີກຕໍ່ໄປ)


ຄົນເຮົາເສົ້າໄດ້,ເສຍໃຈໄດ້(((ແຕ່ຢ່າໃຫ້ດົນ))),
ຄວນເອົາເວລາໄປເຮັດແນວສ້າງສັນໃຫ້ຊີວິດຕົນເອງດີກວ່າ
.

ຕໍ່ໄປນີ້…ຂໍໂທດເດີ,ຖ້າຂ້ອຍຈະເປັນຄົນເຊິຍຊາໃສ່ເຈົ້າ.
ເມື່ອເຈົ້າເລືອກແລ້ວ,ມັນກໍ່ບໍ່ມີເຫດຜົນຫຍັງທີ່ຂ້ອຍຕ້ອງໄປໃສ່ໃຈອີກ.
ບໍ່ຕ້ອງແປກໃຈ…ຖ້າຕໍ່ໄປນີ້,ຂ້ອຍຈະບໍ່ເຫັນຫົວໃຈຄືກັນ!!!!!!!
ແລະໃນປີນີ້ຂ້ອຍຈະໄດ້ເຕັມທີ່ກັບວຽກໃໝ່ຂ້ອຍເຕັມທີ່,
ເຖິງເວລາຕ້ອງເກັບເງີນຫາໂອກາດໃຫ້ກັບຕົນເອງແລະຄົນທີ່ເຮົາຮັກ.
ນັ້ນກໍ່ຄືພໍ່ແມ່ອ້າຍເອື່ອຍນ້ອງ.

ຂໍໃຫ້ທຸກຄົນເລີ່ມຕົ້ນປີໃຫມ່ດ້ວຍຄວາມສຸກ *-*/

November59
23:41

-ແຄ່ຈາກລາ-

……………..((((((((ຄວາມຮັກ)))))))………………
1./ວົນວຽນຢູ່ກັບສິ່ງບາງຄັ້ງຄິດວ່າເຮົາຄືກັບຄົນບ້າ….
ບາງຄັ້ງກໍ່ເສົ້າໃຈວ່າ…ເປັນຫຍັງຫວະ!!!!
ກູຄືບໍ່ຫາໃຜຈັກຄົນເຂົ້າມາຢູ່ກັບຊີວິດຕົນເອງແບບຈິງຈັງແດ່?
ມາຮູ້ສຶກວ່າຕ້ອງການກໍ່ຕອນທີ່ວ່າເຈິສິ່ງທີ່ມັນແບບວ່າ:
((ເອິ…ເວລາບໍ່ສະບາຍ,ຢາກມີໃຜເປັນຫວ່ງຖາມຂ່າວຄາວ))
ແຕ່ພໍຮອດເວລານັ້ນມັນກັບບໍ່ມີຄົນນັ້ນໃຫ້ບອກອີກແລ້ວ?ຕົກລົງກູຄວນຫາໃຜມາບຄົບດີບໍຫວະ?

2./ແຕ່ເຫມືອນວ່າຈິດໃຈແລະຄວາມຮູ້ສຶກຈະຫຼິ້ນຕະຣົກກັບເຮົາ…ເນື່ອງຈາກມີຄົນລົມນຳໄດ້ບໍດົນ
ມັນກະເຊືອກຮັກໆເລີກໆ,ສົງໃສເຮົາມາຫນ້າໂງ່((((ເອິ….ກູເອງກະເປັນແນວນີ້ແລະຫວະ))))…ສຸດທ້າຍກໍ່ຈົບລົງທີ່
–ຕອນທີ່ກູຢາກລົມ..ແມ່ງເຊືອກຫຼິ້ນໂຕ,ຕອນກູຕັດໃຈ…ແມ່ງ,ເຊືອກກັບມາເຮັດດີນຳ–.ລ່າກ່ອນເດີ,ກູເບື່ອມຶງ!!!!!
“ກູເບື່ອພວກຫລໍ່/ງາມ/ລວຍ/ຮຽນເກັ່ງເລືອກໄດ້ເດະ….”….ຮັກກູໃຫ້ມຶງຄືຊິບໍ່ດີພໍເດາະ-*-
((((ສຸດທ້າຍ…ກູຂໍຫາຍເຂົ້າໄປໃນກິບເມກ…ກາຍເປັນພຽງແຄ່ປະຫວັດສາດໄປຊະ!!!!!!))))

3./ຕອນນີ້ກະເລີຍເປັນບ້າໆ…ປ່ວງໆ…ເຫງົາໆ….ຕາມສະໄຕຼ,ໂນເວມເບີຣ໌.

4./ຂ້ອຍອາດຈະເປັນຫນຶ່ງໃນອີກລ້ານຄົນທີ່ພະຍາຍາມຂຽນ
ໄດອະຣີ່ອັບລົງບລ໊ອກຕົນເອງກ່ອນທີ່ປີໃຫມ່ຈະມາຮອດ.

ປີເກົ່າຫມົດໄປປີໃຫມ່ມາ…..ທຸກຢ່າງມັນກໍ່ເປັນ(((ແຄ່ການຈາກລາ)))
ເພື່ອທີ່ການຈາກລາຈະກັບມາຫາເຮົາອີກຄັ້ງຫນຶ່ງ.
…………………….ສຸກສັນກັບປີ2010ເດີ……………………….

November59
17:12

ຂີ້ໂລກ(ຫວະ?)!!!!!
  • ເກີດ(ປວງ)ຢາກອັບເດດໄດອະຣີ່ຕອນເດີກໆ…ແຕ່ເສຍດາຍເນັດອ່ອນແອ(ຕາມເຄີຍ)
    “ອາການຂອງຄົນບ້າອັບບລ໊ອກ…..ເປັນແນວນີ້ເອງ^ ^”
  • holiday9-18ກະຈົບໄປພ້ອມກັບການນັ່ງເຊຍຊີເກມ,ກິນເບຍເກືອບທຸກມື້.
    “ບໍ່ມີເບຍ…ຄືຊິໄດ້ບໍ່ເຈິກັບໝູ່ແບບຄົບກອງທັບ-*-”
  • ເວົ້າມາລະເຈັບກະເພາະອີກແລ້ວວວວວວວວວວວວວວວວວວວ“ສຸຂະພາບບໍ່ຮ່າງກາຍ”
    ບໍ່ກ້າໄປຫາໝໍ….ຍ້ານໝໍບອກວ່າ(((((ມຶງເປັນໂລກເຫຼົ້າເກີນປະລິມານຮ່າງກາຍ)))))
    “ບໍ່ໄດ້ກິນດົນ….ຊ່ວງພັກholidayເລີຍວ່າກິນເຂົ້າໄປແບບທົດແທນຊ່ວງບໍ່ພໍເບຍ.
  • ຫັນໄດ້ແຈ້ງໆ…ອາການບົງບອກເລີຍ,ຕອນຍ່າງຈາກບ່ອນຈອດລົດຂຶ້ນຄັນໄດຊື້ປີ້ຫນັງ
    ຂ້ອຍເກີດອາການເໜື່ອຍແຮງT.T…ຍ່າງໄປໃສໜ້ອຍໜຶ່ງກໍ່ເໝື່ອຍເອົາແທ້ເອົາຫວາ.
    ຍ່າງລົງຈາກຫ້ອງການໄປເອົານ້ຳມາກິນເອງກະຍັງເໝື່ອຍ“ສັດດດດດດ…”

    “ຕົກລົງ….ກະອູເປັນໂລກເບຍລົງຕັບຫວາ???ອັນໃດຊິເໝື່ອຍຂະໜາດນັ້ນ”
  • ອາການຕໍ່ມາແມ່ນຖອກທ້ອງ(ພາຍຫລັງຈາກກິນເບຍທຸກຄັ້ງ),ເປັນໄຂ້,ແລ້ວຕໍ່ດ້ວຍໂລກກະເພາະ…“ຈາກບໍ່ຄ່ອຍມັກເຈັບມັກເປັນຫຍັງ”
    ຫາກໍ່ຮູ້….ເຈັບກະເພາະມັນສາຫັດດດດດດດດດດໂຄດ
    ((((ຈະບ້າຕາຍ)))))
    “ກັບຈາກຫ້ອງການມານອນຈົນຮອດມື້ໃຫມ່ຕື່ນໄປວຽກຕໍ່…ໄດ້ນອນສົມໃຈບໍ-.-”
  • ເອົາເປັນວ່າໄດຯຂອງມື້ນີ້ມີແຄ່ນີ້ແລະ….ບໍ່ມີຫຍັງຫຼາຍແຄ່ຄົນບ້າພະລັງ(ຂຽນໄດຯ)p.s ເຖິງວ່າເຕະບານລາວຈະໄດ້ແຄ່ທີ4…ຖືວ່າ(((ເກັ່ງແລ້ວເດະ^.^)))
    “ໂນເວມເບີຣ໌ແອນເດີແກ໊ງ…ພາກັນລົງທຶນຊື້ເສືອຊາດລາວຄືກັບຄົນອື່ນໆທີ່”
    ບໍ່ວ່າຈະເປັນເຊຍລາວ….ລາວສູ້ໆໆ….ລາວຕ້ອງຊະນະ”ແລ້ວແຕ່ໃຜຈະໃສ່”
    ເຫີ້ໆໆໆໆ…ພາກັນໄປຢືນຊື້ປີ້ເຕະບານແຕ່ເຊົ້າ,ສຸດທ້າຍກະໄດ້ຄົບກັນ33ໃບ.
    “ເຊຍສຸດໃຈ….ສຸດທ້າຍລາວເສຍສິງກະໂປ1-3″”ບໍ່ເປັນຫຍັງ…ບານແພ້ແຕ່ຄົນບໍ່ແພ້-..-”

November59
23:00

ຕິດກະແສແບບແຕກຕ່າງ

ເລື່ອງທີ່ກຳລັງຈະຝອຍຢູ່ນີ້ເປັນພຽງຄວາມຄິດຕາມສະໄຕຼຂອງຄົນເບື່ອໆເສຍອາລົມຈິດ“ຫຼາຍໄປແດ່”
“ໂປຼດພິຈາລະນາຍານໃນການອ່ານ…ອ່ານປຸ໋ບ,ລືມປັບ”ຢ່າໄປໃສ່ໃຈກັບຄຳເວົ້າບ້າໆຂອງຂະນ້ອຍເລີຍ.


ໃຜເຄີຍເຫັນຕຸກນ້ຳດື່ມນ້ອຍໆຂອງເນດສະເລ້350ມລແນ່?ລາຄາປະມານ1500-2000ກີບ.
ສຳລັບຢູ່ຕ່າງປະເທດເຫັນມີອອກມາດົນແລ້ວ,ຍ້ອນຂະໜາດຂອງມັນໜ້າຮັກ,ເປັນຕາກິນ.

ຄົນກໍ່ພາກັນຫັນມາດື່ມແທນຂະໜາດ720ມລ.ເມື່ອເຫັນແນວນັ້ນ…..ມີຫວາ?ບໍລິສັດນ້ຳຫົວສາກ(tiger)
ກໍ່ບໍ່ລໍຊ້າ,ເພິ່ນເຮັດອອກມານຳເທຣນຄືກັນ ຮ່ະ ຮ່ະ ຮ່ະ “ຍຸກແຫ່ງການແຫ່ຕາມກະແສ”
ແຕ່ເລື່ອງມັນບໍ່ແລ້ວເທົ່ານີ້ໃນເມື່ອກ໋ອບປີ້ເທຣນມາແລ້ວຈະໃຫ້ຄືກັນໝົດມັນກໍ່ແນວໃດຢູ່.
ເພີ່ນກໍ່ມີການດັດແກ່ອອກມາແບບສະໄຕຼຂອງເພິ່ນຫັນແລະ.
ຄືຕຸກຈະນ້ອຍລົງແຕ່ຄົງສະພາບສີ່ຫຼຽມແບບເກົ່າ,
ເວລາເບີ່ງແລ້ວຄືກັບວ່າຕຸກນ້ຳມີຄົນຕັດກົ້ນມັນອອກ”ນິແລະ”
ປະມານວ່າ : ກ໋ອບປີ້ແຕ່ແຕກຕ່າງ ຮ່ະ ຮ໋ະ ຮ່ະ ເຫັນແລ້ວຢາກຫົວ.

ເອະ….ຫຼືເຮົາເປັນພວກຕໍ່ຕ້ານຄວາມແປກໃໝ່ຂອງມັນຫວະ!5555ນ້ຳຫົວສາດດດ.
ສຳລັບຂ້ອຍແລ້ວ,ມັກກະຕຸກທີ່ມັນເປັນກົມໆຫຼາຍກວ່າ.

ອີກຢ່າງຍັງຄ້ອງໃຈກັບ…ຕຸກນ້ຳດື່ມຫົວສັດຢູ່!
ຕຸກນ້ຳຂະໜາດເກົ່າມັນກໍ່ດີພໍແຮງຢູ່ແລ້ວ,ເຊືອກໄປເຮັດໃຫ້ມັນຍາວໆບາງໆອອກ“ໂຄດເກະກະ”
ແຖມຕຸກໃຫຍ່1.5ລິດກໍ່ຫນັກໂຄດໆ…ເວລາຂ້ອຍຍໍແກດນ້ຳດື່ມໄປສົ່ງຮ້ານອາຫານຈົນວ່າເກືອບຊິໄດ້ລາກເອົາ-*-
“ມະອຶງ…ຈະເຮັດແຕກຕ່າງໄປຫາສະຫວັນ,ຊື່ສຽງພິສັງຫວະ?”"ກະອູໜັກໂຄດໆໆ”

ນິແລະເນາະ….ເຮັດຕິດກະແສແຕ່ແຕກຕ່າງມັນເປັນແນວນິນີ້ເອງ,ວູ້ຯຯຯຯຯຯຯຯຯຯຯຫາກໍ່ຮູ້-.-/

ເຫດການຂອງວັນອາທິດ

ຕ້ອງບອກກ່ອນວ່າ ມື້ນີ້ແມ່ນ ວັນຕາດມູນ “ຈັງໃດຄືວ່າແນວນັ້ນ ວັນຕາດມູນ?”
ກໍ່ເພາະວ່າຄົນອ້ອມຂ້າງຂ້ອຍຜູ້ໃດກໍ່ອອກໄປຫຼິ້ນຕາດມູນເກືອບໝົດ - -1
ແຖວບ້ານກໍ່ໄປຕາດມູນ,ໝູ່ກະໄປຕາດມູນ,ຄົນມາຊື່ເຄື່ອງຮ້ານຂ້ອຍກໍ່ໄປຕາດມູນ.
“ແລ້ວຊິບໍ່ໃຫ້ຮ້ອງວ່າ ວັນຕາດມູນ ໄດ້ແນວໃດ,ເຊື່ອລະເບາະບາດນິ?”
ບ້ານເມືອງໃນອ້ອມແອມຫງຽບເຫງົາສະເຫຼືອເກີນ – -1 ປານກັບວ່າປ/ຊຖືກເອລຽນຈັບໂຕໄປ
“ເຊິ່ງເຫຼືອແຕ່ຂ້ອຍຄົນດຽວທີ່ຢູ່ໃນຕົວເມືອງວຽງຈັນ….ໂທດທີ່ອິນໜັງໄປແດ່ -.-”

ຈິດວົນວາຍດີແທ້ຫລະ….ມີເວລານັ່ງຄິດນອນຄິດ,ເຫງົາໃຈຢູ່ຜູ້ດຽວ.
ເຫດຈາກຄວາມວາງຈັດ ຫຼື ຍ້ອນເມວແຈ້ງເຕືອນຈາກTaggedກະບໍ່ຮູ້“ລຳຄານແທ້ຯໄດ”
ມື້ນີ້ຂ້ອຍເຂົ້າເວັບTagged“ເນືອງຈາກບໍ່ໄດ້ເຂົ້າມາເປັນຊາດ” ແຕ່ເມວແຈ້ງຄົນຂໍເປັນໝູ່ເຕັມ – -
ເລີຍວ່າລອງເຂົ້າໄປເບິ່ງໂປຣຟາຍຕົນເອງແດ່ຈັກບາດ. ໂອະຯຯຯ ຮົກແທ້ຫວະ?ຈັກແມ່ນຫຍັງ?
ໃນທີ່ສຸດຂ້ອຍເລີຍເລືອກທີ່ຈະເຂົ້າໄປອ່ານ Journal ຕົນເອງວ່າ ທີ່ຜ່ານມາໄດ້ຈົ່ມຫຍັງລົງໄປ.

ນີ້ເປັນບົດຄວາມລ້າສຸດ “9ເດືອນແລ້ວ” ໃນນາມ Tagged.com/bizkit59

= kuam jing jai bor dai mee hai always der =

  • -kon hao bor jing jai ka keu c poy kajao pai noc<man bor?>
    od-sar jing jai lom ka ma tua kun sum.hao bor d phor ti.ka bor pen yung,
    kajao kue ja yark lom lai lai kon,lom baeb lin lin.
    ka khao jai u,ka lei bor pen yung.hao tong hai kajao mee life t d d.
    khuam huk hao bor d phor t ja deung phai vai dai.
    huk ka dai tae huk.kup ma pen mu kun d kua.kajao lom lai kon ka d leo,
    coz kajao jing bor ngow Smile .

  • meu nee tired tired voy, juk hir yung hu,mee tae neo het hai phuad-hua.
    yark hien Graphic voyyyy! yark pai lin voy.

  • jung man khoy lazy,va ja send postcards pai wish new year mu ka yung
    bor dai write yung sum. new year is coming but yung pen kon hir hir u.
    zeng toh eng de.

    ((((((ຖ່າຍໃນຂະນະທີ່ໄປວັງວຽງ)))))


    November59
    14:45

  • ໄດອະຣີ່ທ້າຍເດືອນ…

    ຄຳວ່າ “ທ້າຍເດືອນ” ໜາຍເຖິງມື້ສຸດທ້າຍກ່ອນຈະເປັນເດືອນໃໝ່ໃນມື້ຖັດໄປ.
    ທ້າຍເດືອນ….ຫຼາຍຄົນອາດມັກ ແລະ ບໍ່ມັກ (((ມັນກໍ່ແລ້ວແຕ່ສະຖານະການ)))
    ຖ້າເປັນພນງນັ້ນໝາຍເຖິງເງີນເດືອນອອກ,ອາດມີການສ້າງສັນກັບໝູ່ຄູ່ກະວ່າໄປຢ່າງ.
    ຫຼາຍຄົນອາດຮູ້ສຶກເຮ່ຮາ,ເບີກບານຫຼືອາດມີໜີ້ຕ້ອງໄປໃຊ້ຈ່າຍທາງຄອບຄົວ/ສັງຄົມ.

    ແຕ່ສຳຫຼັບຂ້ອຍແລ້ວ…ມື້ນີ້ເປັນວັນຄົບຮອບ1ເດືອນໃນເວັບNovember59.com.

    • ຮູ້ສຶກວ່າເດືອນນີ້ເຮົາຈະອັບເດດໄດອະຣີ່ຫຼາຍແທ້ນໍ????
    • ແຖມເລື່ອງສ່ວນຫຼາຍກະເປັນແນວອາລົມຢູ່ເໜືອເຫດຜົນ“ໄປຫຼາຍແດ່ – -”
    • ຮູ້ສຶກມີຄວາມສຸກຂະໝາດ,ເວລາໄດ້ຂຽນໄດອະຣີ່ລົງເວັບ“ສົງໃສປ່ວງແຮງ”
    • ຍິ່ງຖ້າເປັນຕອນເດິກໆ….ອັບໄດອະຣີ່ລົງເວັບແຮງຮູ້ສຶກສະບາຍສະໝອງ.
    • ເດືອນນີ້ເຮົາມີເລື່ອງຫຼາຍຢ່າງທີ່ເຮັດລົງໄປແລ້ວມີຄວາມສຸກແລະບໍ່ມີ.
    • ເດືອນນີ້ເຮົາຍັງມີອີກຫຼາຍຢ່າງທີ່ຍັງບໍ່ໄດ້ລົງມືກະທຳເລີຍ.
    • ແນ່ນອນ…ຂ້ອຍເປັນມະນຸດຄົນໜຶ່ງ,ດັ່ງນັ້ນອາລົມຮ້ອນ,ໂວຍວາຍກະຍັງມີໃຫ້ເຫັນຕະຫຼອດ.
      ເຊິ່ງກັບມາເສຍໃຈພາຍຫຼັງທີ່ຄິດໄດ້.ຂໍໂທດພໍ່ກັບແມ່ເດີ
      ເດືອນໜ້າ…ເອະ! ກະມື້ອື່ນນີ້ເດະເນາະ,ຂ້ອຍຍັງມີຫຼາຍຢ່າງທີ່ສືບເນື່ອງມາຈາກເດືອນແລ້ວ.

      • ເດືອນແລ້ວທີ່ຍັງຄົງຄ້າງຄາ…ບໍ່ຮູ້ຊິເລີ່ມຈາກໃສໄປໃສກ່ອນ?
      • ບໍ່ຮູ້ວ່າມື້ອື່ນຈະເຮັດຫຍັງດີຫວະ? ໄປເອົາໃບປະກາດນຳໂຮງຮຽນກ່ອນບໍ?
      • ຫຼັງຈາກນັ້ນ,ອາດຈະໄປເອົາໃບປະກາດມໍ6ຕໍ່“ຈົບມາກະຕັ້ງຫຼາຍປີຍັງບໍ່ໄດ້ປານນີ້”
      • ເລື່ອງຮຽນພາສາກະຍັງບໍ່ໄດ້ໄປຊອກບ່ອນຮຽນ“ເຮັດຈັງໃດ,ບໍ່ຍາກໃຫ້ເພິ່ນອຸກໃຈນຳຄ່າຮຽນ”

      ເອົາເປັນວ່າ…ອິຫຍັງມັນຈະເກີດກະປ່ອຍໃຫ້ມັນເກີດກະແລ້ວກັນ.
      ທຸກຢ່າງມັນຫາກມີທາງຂອງມັນ.ເຮົາເປັນພຽງວັດຖຸອັນໜຶ່ງທີ່ຕ້ອງປັບຕົວຕາມສະພາບແວດລ້ອມ,
      ອົດໄດ້ກະອົດ,ອົດບໍ່ໄດ້ກະມີແຕ່ທໍ້ແທ້,ເໝື່ອຍທໍ້ແທ້ແລ້ວຫາກຊິລຸກຂຶ້ນມາກັດຟັນສູ້ເອງເດາະ…..
      ຈັງໃດເຮົາກະໄດ້ຂຶ້ນຊື່ວ່າ : ເປັນຄົນແລ້ວ….ບໍ່ມີຫຍັງຕ້ອງອາຍ.ບໍ່ສູ້ກະບໍ່ມີເຂົ້າກິນແລະຫວະ.

      November59
      23:53

    ບັນຫາອີກມູມໂລກ

    ທຸກຄົນລ້ວນແຕ່ມີຂອບເຂດ,ຂີດຈຳກັດ,ບັນຫາທີ່ຄິດວ່າແສນສາຫັດຫາທາງອອກບໍ່ໄດ້ກໍ່ແລ້ວແຕ່ໃຜຈະເຈິ.
    ທຸກບັນຫາລ້ວນແຕ່ມີທາງແກ້((ນິຍາມນີ້ຟັງເບິ່ງແລ້ວຄືວ່າດີ))
    ແຕ່ບັນຫານີ້ແລະທີ່ມີເບິ່ງໄດ້2ມູມ
    :

    1. ແງ່ທີ່ເຮົາເປັນຜູ້ຟັງບັນຫາ((ອາດຈະວ່າງ່າຍ…ແຄ່ເຮັດແນວນັ້ນແນວນີ້ລະກະແລ້ວ))
    2. ແງ່ຂອງຜູ້ທີ່ເຈິບັນຫາ((ຄິດເທົ່າໃດກະແກ້ບໍ່ຕົກ))

    ດັ່ງນັ້ນຖ້າບໍ່ເຈິກັບໃຜກະຄືຈະບໍ່ຮູ້ເດາະວ່າ…ບັນຫາມັນຈະໃຫຍ່ກໍ່ຕໍ່ເມື່ອຜູ້ນັ້ນເຈິເອງ.

    • ມື້ນີ້ນັ່ງເບິ່ງຂ່າວຕ່າງປະເທດ((ອິນເດຍ))ເປັນເລື່ອງຂອງຄອບຄົວໜື່ງທີ່ຖືວ່າທຸກຈົນແທ້ໆ…
      ໃນຂະນະທີ່ຂ້ອຍກິນເຂົ້າທ່ຽງກັບແມ່…ແຕ່ອີກມູມຂອງຄອບຄົວອິນເດຍດັ່ງກ່າວກັບຫົດຫູຫຼາຍເຕີບ.
      ເລື່ອງກະມີຢູ່ວ່າ : ຜົວເມຍຊາວອິນເດຍຄູ່ນີ້ຕ້ອງການທີ່ຈະຂໍອະນຸຍາດຈາກສານ(ອິຫຍັງຈັກຢ່າງ)
      ເພື່ອໃຫ້ລູກຊາຍທັງ4ຄົນຕາຍ… ((ຟັງແລ້ວຫົດຫູຢູ່ບໍ່ໜ້ອຍ,ໂດຍມາຈາກປາກຜູ້ປົກຄອງ))
    • ຍ້ອນວ່າ ລູກທັງ4ຄົນເກີດມາພິການຕັ້ງແຕ່ຄໍລົງໄປ…ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້.
      “ຖ້າໃຜຄິດພາບເດັກນ້ອຍນັ້ນບໍ່ອອກ,ຈິນຕະນາການເອົາກະແລ້ວກັນກັບພວກຢູ່ເອທິໂອເປຍນັ້ນແລ້ວ
      ເຈ້ຍຯແຫ້ງຯ…ໂຕຍາວຯຫົວໃຫຍ່ໆ”

      ພໍ່ກັບແມ່ຕ້ອງໄດ້ເປັນຄົນດູແລແລະຫາເຂົ້າຫານ້ຳໃຫ້ກິນ…ເງີນທີ່ມີມາກະເອົາໄປຮັກສາລູກຈົນໝົດ
      ແຕ່ອາການກະບໍ່ດີຂຶ້ນ.ແຖມລູກກະໃຫຍ່ນັບມື,ຈົນປະຈຸບັນຊັບສິນທັງໝົດບໍ່ມີຈັກໜ້ອຍ.
      ແຖມລູກທັງ4ຄົນກໍ່ຈົ່ມວ່າປວດ ,ເຈັບ,ເໝື່ອຍ ບໍ່ສາມາດເຮັດຫຍັງໄດ້.
      ເລີຍເປັນເຫດໃຫ້ພໍ່ແມ່ຢາກໃຫ້ລູກຯທັງ4ຄົນຈົບຊີວິດແບບບໍ່ທໍລະມານຕໍ່ໄປ((ຢູ່ໄປກະທໍລະມານ))..
    • ຄິດເບິ່ງວ່າ…ພໍ່ແມ່ຈະເຈັບປວດຫຼາຍປານໃດ,ໃນການຂໍອະນຸຍາດໃຫ້ລູກຕົນເອງຈົບຊີວິດລົງ,ທັງທີ່ຫຍັງ
      ຫາຍໃຈໄດ້,ເວົ້າໄດ້. ແຕ່ກະນັ້ນແລະ,ເພາະວ່າທົນເຫັນລູກເຈັບ,ຢູ່ໄປກະເໝື່ອນກັບຄົນຕາຍທັງເປັນ…
    • ກະບໍ່ຮູ້ວ່າສານຈະອະນຸຍາດບໍ? ເພາະປະເທດອິນເດຍບໍ່ມີກົດແບບນີ້.
      ປະເທດທີ່ມີກົດ,ອະນຸຍາດໃນກໍລະນີ ນີ້ໄດ້ມີພຽງ3ປະເທດໃນໂລກເທົ່ານັ້ນ(ມີປະເທດໃດແດ່ຟັງບໍ່ທັນຂ່າວ).

    ນັ່ງເບິ່ງຂ່າວນີ້ລະ….ອືມ,ບັນຫາມັນໃຫຍ່ກັນຄົນລະມູມແທ້ໆ….
    -ຄົນເປັນພໍ່ແມ່ຂອງເດັກທັງ4ຄືຈະໃຊ້ຊີວິດກັບເລື່ອງນີ້ໄດ້ຍາກພໍສົມຄວນ.
    ທັງທີ່ຕົນເອງເປັນຜູ້ໃຫ້ກຳເນີດແລະກຳລັງຈະເປັນຜູ້ພາກຊີວິດທັງ4ຄົນໃນອານາຄົດ(ຖ້າສານອະນຸມັດ)..
    -ແຕ່ຖ້າເປັນຄົນອື່ນ,ກໍ່ອາດຈະຄິດວ່າມັນເປັນກຳຂອງເຂົາເຈົ້າ…ແຄ່ລ້ຽງຯມັນຊິໄປຍາກອິສັງ???ປະມານນີ້.