Archive for the Category »ຄືໃນເລື່ອງ «
ກັບມາອີກຄັ້ງ…
ໄດອະຣີ່ສະບັບນີ້ອອກແນວຂີ້ອວດ,ບ້າເຫີເຄື່ອງໃຫມ່ຂອງເຈົ້າຂອງບລ໊ອກລ້ວນໆ
(ບໍ່ວ່າກັນເນາະ- -!)
ຄັ້ງນີ້ພິເສດບ່ອນວ່າ:ບລ໊ອກຂ້ອຍມີອາຍຸຄົບ1ປີ
(ທີ່ຈິ່ງບໍ່ໄດ້ຮູ້ເດາະ- -!ບັງເອີ້ນທ່ານນິນນີ່ເພິ່ນຄອມເມັ້ນບອກ,ເລີຍຄິດອອກ)
ທີ່ຈິງຢາກອັບເດດເລື່ອງທຸກມື້,ແຕ່ຕິດທີ່ວ່າ
(ບໍ່ສະດວກຈະອັບເດດຕອນເຮັດວຽກ)
ພິເສດຕໍ່ມາກໍ່ຄື:“ຂ້ອຍມີໂນ້ດບຸກເປັນຂອງຕົນເອງແລ້ວວວວວວ”
(ກວ່າຊິໄດ້ມາ,ກັດກ້ອນເກືອທຸກເດືອນ,ເຊິ່ງດຽວນີ້ກໍ່ຍັງກັດກ້ອນເກືອຕໍ່ໄປ)
ແລະພິເສດອີກຄັ້ງກໍ່ຄື:ຢູ່ຫ້ອງນອນຂ້ອຍມີfree wifiວ່າຊັນນນນນນ
(ເວີ້….ຢ່າງແຮງ- -!)
ຕໍ່ໄປຄືຊິມີເວລາອັບເດດກ່ອນນອນແລ້ວຮ໋ະຮ່ະ ຮ່ະ ຮະ
ເຊິ໊…….ຕໍ່ໄປ,ຕໍ່ໄປ
ບໍ່ງໍແລ້ວເນັດຫ້ອງການ(ອັບຢູ່ບ້ານສະບາຍໃຈ,ບໍ່ຍ້ານໃຜຫົວເຍາະເຍີ້ຍ)
ເອົາເປັນວ່າຈົບແບບ:ບໍ່ມີສາຣະ – -!
ອາລົມບ້າເຫີແຮງຮ່ະ ຮ໋ະ ຮ໋ະ
ບໍ່ຮູ້ວ່າຂຽນຖືກບໍ່ຫວະ,ອັນຄຳວ່າ (ແຄ່ວູ໊ບດຽວ) ຕາມທີ່ບອກຫັນແລະ,
ພາສາລາວບໍ່ແຂງແຮງ.ສ່ວນໃຫຍຈະຂຽນຜິດຫຼາຍກວ່າຖືກ.
ມື້ນີ້ອຶດອັດໃຈ,ຄິດບໍ່ອອກວ່າເປັນຫຍັງເຮົາຄືມາເຊັງແທ້ເດະ.
ຕາມເຄີຍບໍ່ຮູ້ຈະອັບຫຍັງດີ?
ນັ່ງອ່ານໄດອະຣີ່ເກົ່າໆທີ່ຕົນເອງຂຽນ.
ບໍ່ຄິດເລີຍວ່າເຮົາມັນບ້າໆໆໄບ້ໆໆຈົ່ມຕະຫຼອດ,ມາຮອດຕອນນີ້ສະຫມອງຕັນຊ້ຳ.
ຍາມຄິດອອກກະຂຽນບັກຍາວໆຈົນວ່າຄ້ານອ່ານ,
ແຕ່ຍາມຄິດບໍ່ອອກ,ຂຽນຫຍັງກະບໍ່ໄດ້ສັບ- -
ເອົາເປັນວ່າ…….ແຄ່ວູ໊ບດຽວ.
ຈົບ
ຫາໂອກາດດີໆບໍ່ໄດ້ຈັກເທືອ,ຈະເຂົ້າມາອັບເດດມືໃດກະລືມຕະຫຼອດ- -
ທີ່ຈິ່ງແລ້ວຄຳເວົ້າຂ້າງເທິງແມ່ນກົງກັນຂ້າມກັບຄວາມຈິງຫມົດ- -໑
ເພາະອັນທີ່ຈິງແລ້ວຄວາມຄິດມັນຕັນ,ບໍ່ຮູ້ຈະອັບເລື່ອງໃດດີ?
ກະເລີຍຖິ້ມໆໆ….ບໍ່ເຂົ້າມາເວັບຕົນເອງເລີຍ.
ຊີວິດຊ່ວງນີ້ກະບຸດດຽວດີ,ບຸດດຽວອາລົມເສຍ.
ຍ້ອນໃຜບາງຄົນ(ແນ່ນອນ,ມັນແມ່ນເກີດມາຈາກຮັກຂ້າງດຽວ)
ເອົາເປັນວ່າຈົບແຄ່ນີ້ກ່ອນ,ຄິດບໍ່ອອກ.
ກັບບ້ານໄປກິນເບຍກັນຫມູ່ກ່ອນ,ນັດຫມູ່ກິນເບຍແກ້ມປິ້ງເອນ.
ຂ້ອຍຢູ່ມຸມຂວາມື
ຫາກໍ່ກັບມາຈາກໄປຖ່າຍທຳລະຄອນສັ້ນຂອງອົງການຫນຶ່ງຢູ່ທ່າລາດມາໄດ້ມື້ວານ.
ໂດຍໂຄງເລື່ອງຈະເປັນກ່ຽວກັບຄວາມຮັກຂອງຄົນສີມ່ວງອິອິອິອິ(ຊາຍຮັກຊາຍ)ກ໊າກໆໆ
.
ດັ່ງນັ້ນນັກສະແດງ,ຕົວປະກອບ,ຊ່າງແຕ່ງໜ້າເສື້ອຜ້າຈະເປັນເພດອ່ອນແອໃນຮ່າງຊາຍນັ້ນເອງ555.
ຊຶ່ງຖືວ່າເປັນ…ການໃຊ້ເວລາທີ່ມ່ວນ,ຕະຮົກ,ເຫມື່ອຍແລະຫິ້ວເຂົ້າຢ່າງແຮງ-*-”ຖ່າຍຫນັງຈົນເດິກເວີ້ຍ”
ດຽວອີກ3ມື້ກໍ່ຈະເລີ່ມຖ່າຍທຳຕໍ່ໃຫ້ມັນສຳເລັດ-*-,ໂດຍທີ່ຈະຖ່າຍສາກທີ່ເຫຼືອຢູ່ໃນກຳແພງນະຄອນ.
ແຖມມີສາກທີ່ຕ້ອງໄດ້ໄປຖ່າຍຢູ່ເທັກອີກຣ່ະຣ່ະ ຣ່ະ ຄືຈະມ່ວນດີ,ຖ່າຍມື້ສຸດທ້າຍຄືຈະໄດ້ພາກັນເມົາຕໍ່.
ແຕ່ປະເດັ່ນມັນບໍ່ໄດ້ຢູ່ທີ່ເລື່ອງລະຄອນຕາມທີ່ກ່າວມາຂ້າງເທິງ,ແຕ່ຂ້ອຍຈະມາຈົ່ມເລື່ອງ((((ອາຫານ)))ຢູ່ທ່າລາດ.
ບໍ່ຮູ້ວ່າຂ້ອຍກະແດະເກີນເຫດ,ນາງເອກເກີນໄປກະບໍ່ຮູ້……ເພາະວ່າ((((ກູກິນອາຫານຢູ່ທ່າລາດແລ້ວຮາກ))))
“ເອິ….ຟັງຖືກແລ້ວ,ຂ້ອຍຮາກຍ້ອນກິນອາຫານຢູ່ຫັນ
“
ເຫັບຫມາ,ຕັບມັດແຊ່ແຟບເອິ້ຍ….ບໍ່ເຈິກັບໂຕເອງບໍ່ຮູ້ເດາະວ່າ((((ແປງນົວທ່າລາດແລງຈິງໆ))))
ເປັນ4ມື້ທີ່ທໍລະມານປາກສຸດຍອດ-*-,ເພາະບໍ່ວ່າຊິອາຫານອິສັງມັນກະນົວອະລັງການງານແຕ່ງກິນສຸດຍອດໆ.
ໂອ໊….ມື້ສຸດທ້າຍກ່ອນກັບວຽງພາກັນສັ່ງອາຫານແບບເປັນຕາແຊບເຕັ້ມໂຕະ….ໃ
ນໃຈກະບອກໂຕເອງວ່າ:ດີໃຈຄືນນີ້ໄດ້ກິນອາຫານດີໆແນ່.
ປະກົດວ່າ…ຕັ້ງແຕ່ເຂົ້າຂົ້ວຈົນຮອດຕົ້ມຍຳ,ຂົ້ວໄຂ້(((ແປງນົວ….ຄືຈະຖືກຕິ,ເລີຍວ່າໃຊ້ຈົນກະອູເຈັບເສັ້ນ)))
ທີ່ເຈິຈັງໆໆ…ຕອນທີ່ໄປຖ່າຍສາກຫນຶ່ງທີ່ຮ້ານເບຍ,ຫຼັງຈາກຖ່າຍແລ້ວ(ຈົນເດິກ).ເລີຍໄດ້ກິນເຂົ້າຢູ່ຮ້ານນັ້ນ.
ປະກົດວ່າ…..ແປງນົວລ້ວນໆໆໆ.ບໍ່ເຂົ້າໃຈວ່າຄົນອື່ນກິນເຂົ້າໄປໄດ້ແນວໃດ,ເປັນນຳກະເຈົ້າຫິ້ວ+ກັບເຫມື່ອຍກະບໍ່ຮູ້,
ພາກັນກິນໄປ,ຈົ່ມໄປວ່ານົວໆໆໆ“ແຕ່ພວກເຈົ້າກະກິນຈົນຫມົດ”.ເຫຼືອແຕ່ຂ້ອຍກິນໄດ້3ຄຳເທົ່ານັ້ນແລະ,
ປວດຮາກ,ປຸ້ນທ້ອງຈົນໄດ້ແລ່ນເຂົ້າຫ້ອງນ້ຳ.ອາຫານຄືນນັ້ນເລີຍໄດ້ສັ່ງຕົ້ມມີໄວໆມາກິນແທ້….![]()
“ທັງທີ່ຢ້ຳເຈົ້າຂອງຮ້ານວ່າບໍ່ຕ້ອງເອົາຫຍັງໃສ່ຕົ້ມມີ່ຂ້ອຍເດີ,ຂໍພຽງແຕ່ເອົາມີ່ໄປຕົ້ມແລ້ວເອົາເຄື່ອງປຸງຢູ່ຊ່ອງໃສ່ກໍ່ແລ້ວ”
ສຸດທ້າຍກໍ່ໄດ້ກິນ….ພີ່ນ້ອງເອີ້ຍ!!!!ພໍແຕ່ຕັກໃສ່ປາກ1ຄຳ,
ຮູ້ເລີຍວ່າ(ຖ້າບໍ່ໃສ່ແປງນົວນິ,ແມ່ນແຕ່ງກິນບໍ່ເປັນແມ່ນເບາະ??)
ສຸດທ້າຍຂ້ອຍໄດ້ກິນແຕ່ເສັ້ນ-*-ມີຄ່າເທົ່າກັນ.ກັບມານອນເຈັບເສັ້ນຕໍ່ໄປ.
(((ອັນທີ່ກະອູຢ້ຳໜັກຢ້ຳໜາວ່າບໍ່ຕ້ອງໃສ່ຫຍັງມັນບໍ່ໄດ້ຢູ່ໃນສາຍຕາແມ່ນເບາະ,ເພາະປະກົດວ່າແປງອະນົວຍັງແຊກຊືມຢູ່ໃນຖ້ວຍມີ່ຢູ່ດີ))
((ເຫີ້…ເຫີ້ໆໆໆ….ຊຳຊາແຕ່ເຄື່ອງປຸງຢູ່ຊອງກະປຸກພໍແຮງແລ້ວ)))
ເກີດມາຫາກໍ່ປຸ້ນທ້ອງຍ້ອງວ່າອາຫານມັນລ້ຽນເຂົ້າຂັ້ນໂຄມ້າແນວນີ້ນິເອງ
ກັບມາອີກຄັ້ງ….ຄິດວ່າຈະອັບໄດອະຮີ່ຕັ້ງດົນ,ແຕ່ກໍ່ຫາໂອກາດມາອັບບໍ່ໄດ້ຈັກເທື່ອ.
ມື້ນີ້ມາແບບອາລົມຄ້າງໆ….ຄ້າງເພາະບັດຖືກຕູ້ATMກືນບັດ-*-
ເລີຍເປັນທີ່ມາຂອງໄດອະຮີ່ຄືນນີ້…………………………….
ຄິດໄວ້ຕັ້ງອາທິດກ່ອນວ່າຈະຖອນເງີນຜ່ານບັດເອທີເອມ,ເພາະມື້ອື່ນຕ້ອງຕືນແຕ່ເຊົ້າໄປເປັນເດັກກອງຖ່າຍຢູ່ຕ່າງແຂວງ3ມື້.
ເລີຍອອກໄປຖອນເງີນຢູ່ທະນາຄານເສື້ອເຫຼືອງ.
ແຕ່ແລ້ວເຫດກໍ່ເກີດຂື້ນນະເວລາທີ່ຂ້ອຍປ້ອນບັດເຂົ້າເຄື່ອງ………….>
>>ມັນໃຫ້ໃຊ້ລະຫັດ*****>ຈຳນວນເງີນ*******>>ເລືອກວ່າຈະເອົາເຈ້ຍບໍ?
ຂ້ອຍກໍ່ກົດ(((ເອົາ))).Enter……….ແຕ່ແລ້ວມັນບອກໃຫ້ໃສ່ລະຫັດອີກຄັ້ງ-*-
ເອະ….ເຮົາເຮັດຜິດຫຍັງຫວະ?????(ເອະ…ເກີດບ້າຫຍັງຂຶ້ນກັບລະບົບບ້ານິ))
ເລີຍກົດໃຫມ່ຈົນຮອດ3ເທື່ອ(ໂດຍບໍ່ຮູ້ໂຕ),ສຸດທ້າຍມັນກະແດກບັດໂດຍອັດຕະໂນມັດ-*
ບໍ່ຮູ້ວ່າທະນາຄານເສື້ອເຫຼືອງນີ້ມັນຄິດຫຍັງຢູ່,ບໍ່ເຄີຍໄປເປີດຕູ້ເອທີເອມຂອງທະນາຄານທົ່ວໄປແນ່ບໍ????
ຈັກມັນເຮັດໂປຼແກມບ້າຫຍັງມັນບຸ??????
ຕົວຢ່າງງ່າຍໆເລີຍ:ເພາະວ່າຂ້ອຍມັກໄປໂອນເງີນຢູ່ໄທຜ່ານບັດເອທີເອມຕົນເອງ,
ເວລາຈະຖອນ/ໂອນເງີນມັນຈະຖາມລະຫັດ,ຖ້າບໍ່ຖືກມັນກໍ່ຈະຟ້ອງບອກໂລດ.ແຄ່ນີ້….ເຈົ້າຂອງບັດກໍ່ຈະຮູ້ລະວ່າ((((ກູກົດຜິດຈັກເທື່ອ)))).
ແຕ່ອັນຢູ່ທະນາຄານບ້ານິໃສ່ລະຫັດຜິດມັນຍັງປ່ອຍໃຫ້ເລືອກລາຍການ,ຂຽນຈຳນວນເງີນທີຈະຖອນ,ແລ້ວເລືອກວ່າຈະເອົາໃບເຊັດບໍອີກ-*-,
ພໍກົດຕົກລົງ,ມັນເຊືອກມາທ້ວງວ່າ((((ໂງ່ເອີ້ຍ…ລະຫັດມຶງຜິດໄດ໋ຫັນ))))).
ເລີຍເຮັດໃຫ້ຂ້ອຍບໍ່ມີເງີນ……….ບໍ່ຮູ້ວ່າຈະຫົວຂວັນຕົນເອງດີ,ທີ່ບໍ່ຈື່ລະຫລັດຜ່ານ.
ຫຼືວ່າຄວນຈະໃຈຮ້າຍຄວາມບ້າຂອງເຄື່ອງຖອນເງີນດີ-*-
ໂຊກດີທີ່ຫມູ່ເຮັດວຽກຢູ່ທະນາຄານເສື້ອເຫຼືອງ,ເລີຍໂທຫາບອກໃຫ້ມັນເອົາບັດໄວ້ໃຫ້ແດ່ຖ້າກະເຈົ້າແປງຕູ້ເອທີເອມ.
ໄດ້ຄຳຕອບຈາກຫມູ່ວ່າ….ຄົນມາຕຳນິຫຼາຍຢູ່ເລື່ອງລະບົບຕູ້ເອທີເອມ*-*
ສະແດງວ່າ….ອາທິດຫນຶ່ງຕ້ອງມີບັດຖືກກືນບໍ່ແມ່ນຫນ້ອຍໆໆ
(((ສາດດດດ….ມັນແນ່ຢູ່ແລ້ວແນວມັກເຮັດແຕກຕ່າງຫຼາຍ))))
ພວກໄອທີມັນກະບໍ່ພາກັນສຳຫຼວດແນ່ບໍວ່າດ້ວຍເຫດໃດບັດເອທີເອມຈິ່ງຖືກກືນຕູ້ລະບັກຫຼາຍໃບຕໍ່ອາທິດ-*-
ກະບໍ່ພາກັນປັບປຸງແນ່ບໍ?ເພື່ອຄົນທີ່ເຂົາໃຈບໍ່ຂຸ້ນກັບລະບົບແນວນິ(ຄືກະອູແດ່-*-)
ສາດດດດດດດດດດດດດ…..ຫາຊິໄດ້ໃຊ້ບັດມັນເທື່ອທຳອິດ,ກະເຊືອກສ້າງຄວາມປະທັບໃຈໃຫ້ແລ້ວເນາະ,ສາດ.
ຫາກໍ່ເຫັນທະນາຄານນີ້ລະເດິ…ທີ່ໃຫ້ປ້ອນລະຫັດ(ຜິດ)ແລ້ວ,ຍັງປ່ອຍໃຫ້ກົດເລືອກວ່າຈະຖອນເງີນຈຳນວນເທົ່າໃດແນ່(ລໍໃຫ້ດີໃຈຕອນຖ້າເງີນຊິອອກມາ)-*-
ແລ້ວມັນມາຫັກມູມຕອນສຸດທ້າຍວ່າ(((ເງີນມຶງບໍ່ອອກມາໄດ໋ຫັນ,ລະຫັດມຶງຜິດ^^)))
ເປັນສາເຫດເຮັດໃຫ້ຄົນລືມວ່າຕົນເອງກົດໃຫມ່ຈັກຄັ້ງແລ້ວ.ແລະເປັນເຫດທີ່(((ກົດຢາກຈູດທັງຕູ້ທັງບັດຖິ້ມສະມັນແລ້ວເດະ)))
ເຫດຜົນທີ່ເປັນເລື່ອງດຮາມ້າລົງຕັບມັດ
ສາດ…ລົງກະເພາະພາກ1,ກູອົດສາໜີ້ທະນາຄານລັດມາເພິ້ງທະນາຄານເອກະຊົນ,ເພື່ອທີ່ຈະບໍ່ຕ້ອງເຈິລະບົບຊັກຊ້າ.
ແລະເພື່ອບໍ່ຢາກເຈິບັນຫາເລື່ອງລາຍເຊັ່ນບໍ່ຈະແຈ້ງ.
ສາດ…ລົງກະເພາະພາກ2…ເພື່ອທີ່ຈະບໍ່ຕ້ອງລຳບາກຕອນຖອນເງີນຜ່ານພະນັກງານ,ຍ້ອນເຫດຜົນທີ່ລາຍເຊັ່ນໂຕເອງມັນບໍ່ຄືເກົ່າ.
ເລີຍເຮັດບັດເອທີເອມ,ເພື່ອທີ່ຈະບໍ່ຕ້ອງຖຽງກັບພະນັກງານເລື່ອງທີ່ຕ້ອງເອົາບັດປະຈຳໂຕມາຖອນພ້ອມປື້ມຖອນເງີນທຸກຄັ້ງ-*-
ແຕ່ແລ້ວຕູ້ເອທີເອມກໍ່ບໍ່ໄດ້ຊ່ວຍໃຫ້ຂ້ອຍສະບາຍຂຶ້ນເລີຍ……………….ສາດດດດດດດດດດດດດດ
ໄດອະຣີ່ທຳອິດໃນນາມປີ2010…ຄຳວ່າ….ອານາຄົດເປັນສິ່ງທີ່ຍາກຈະຄາດເດົາ,
ແລະຖຶງວ່າຈະຄາດຫວັງປານໃດ,ສຸດທ້າຍແລ້ວມັນກໍ່ບໍ່ເປັນໄດ້ໄປຕາມທີ່ຫວັງສະເໝີໄປ.
ແຕ່ເຖິງຢ່າງໃດ…ຄຳວ່າ((ຄວາມສຸກ)),ຄົນເຮົາຕ່າງກໍ່ຕ້ອງດິ້ນລົ້ນຫາມັນຕໍ່ໄປໃນປີ2010.
ແລະໃນປີ2009ກັບຫຼາຍເຫດການທີ່ເກີດຂື້ນບໍ່ວ່າຈະມ່ວນ,ໂສກເສົ້າ,ເສຍໃຈ,ດີໃຈ,ຄວາມສຸກລົ້ມໆແລ້ງ…
ໃນຊ່ວງເວລາທີ່ຕ້ອງພະເຊີນບັນຫາຕອນນັ້ນ,ເບິ່ງຄືວ່າເຮົາຈະເປັນຈະຕາຍ,ຍ້ານກວ່າກັບບັນຫາ,
ຫ່ວງວ່າເຮົາຈະສາມາດຜ່ານມັນໄປໄດ້ຮອດໃສ?ແຕ່ແລ້ວ…ເຮົາກໍ່ຍັງຢູ່,ຍັງກ້າວຂ້າມປີຕໍ່ໆໄປຈົນຮອດມື້ນີ້.
ເອະ…ກູກໍ່ຜ່ານມັນມາຈົນໄດ້,ບໍ່ເຫັນໃຈຂາດ.ເອິ…ແມ່ນແຫະ????
ນັ້ນກໍ່ຍ້ອນວ່າ:ມະນຸດເຮົາມັກຄິດໄປເອງ,ກັງວົນເກີນເຫດ(ແທ້ໆ).
ແລະມະນຸດຄົນນັ້ນກໍ່ຄືຂ້ອຍນັ້ນເອງ-.-
ໃນປີນີ້ໃຜແນ່ທີ່ຄິດວ່າ:ຕົນເອງຈະເລີ່ມຕົ້ນເຮັດຫຍັງໃຫ້ເປັນຊິ້ນ,ເປັນອັນແນ່?
ສຳລັບຂ້ອຍແລ້ວ…ຄົງຈະຄືກັບຄົນອື່ນທົ່ວໆໄປ.ທີ່ຢາກມີວຽກງານ,ເງີນ,ຄອບຄົວແລະຄວາມຮັກທີ່ດີ.
ແຕ່ໃຜຈະຄາດຄິດແນ່ວ່າ,ການທີ່ເຮົາຮັກໃຜຈະຄົນມັນຍາກຊຳໃດ?
ຂ້ອຍມີໂອກາດໄດ້ນັ່ງຟັງເລື່ອງຂອງຄົນໆໜຶ່ງມາ,ແລະຂ້ອຍເລີຍຢາກເຮັດຕາມຄຳບອກນັ້ນ,
ຮອດເວລາແລ້ວທີ່ຂ້ອຍຕ້ອງຕັ້ງໃຈລົງມືເຮັດແນ່ຈັກບາດ.ນັ້ນກໍ່ຄື:
{ເມື່ອຄວາມຮັກທີ່ເຮົາໃຫ້ເຂົາແລ້ວມັນບໍ່ມີຄ່າພໍ,ແລ້ວຈຳເປັນບໍ,ທີ່ເຮົາຕ້ອງຢືນຢູ່ແບບນັ້ນຕໍ່ໄປ?
ເອົາເວລານັ້ນໄປສ້າງຕົນເອງໃຫ້ດີແລະດີກວ່າຕອນທີ່ເຮົາຮູ້ຈັກຄົນນັ້ນດີກວ່າ}.
ຄົນເຮົາບໍ່ຈຳເປັນຕ້ອງເຮັດໂຕໃຫ້ຕ່ຳຕາມຄຳເວົ້າ((((ເຮົາດ້ອຍກວ່າເຂົາ)))).
ເຮົາກໍ່ເປັນຄົນ,ເຮົາບໍ່ຈຳເປັນຈະຕ້ອງທົນຢູ່ໃຫ້ມັນປຽບທຽບຄຸນຄ່າດ້ວຍວັດຖຸ(ອີກຕໍ່ໄປ)
ຄົນເຮົາເສົ້າໄດ້,ເສຍໃຈໄດ້(((ແຕ່ຢ່າໃຫ້ດົນ))),
ຄວນເອົາເວລາໄປເຮັດແນວສ້າງສັນໃຫ້ຊີວິດຕົນເອງດີກວ່າ.
ຕໍ່ໄປນີ້…ຂໍໂທດເດີ,ຖ້າຂ້ອຍຈະເປັນຄົນເຊິຍຊາໃສ່ເຈົ້າ.
ເມື່ອເຈົ້າເລືອກແລ້ວ,ມັນກໍ່ບໍ່ມີເຫດຜົນຫຍັງທີ່ຂ້ອຍຕ້ອງໄປໃສ່ໃຈອີກ.
ບໍ່ຕ້ອງແປກໃຈ…ຖ້າຕໍ່ໄປນີ້,ຂ້ອຍຈະບໍ່ເຫັນຫົວໃຈຄືກັນ!!!!!!!
ແລະໃນປີນີ້ຂ້ອຍຈະໄດ້ເຕັມທີ່ກັບວຽກໃໝ່ຂ້ອຍເຕັມທີ່,
ເຖິງເວລາຕ້ອງເກັບເງີນຫາໂອກາດໃຫ້ກັບຕົນເອງແລະຄົນທີ່ເຮົາຮັກ.
ນັ້ນກໍ່ຄືພໍ່ແມ່ອ້າຍເອື່ອຍນ້ອງ.
ຂໍໃຫ້ທຸກຄົນເລີ່ມຕົ້ນປີໃຫມ່ດ້ວຍຄວາມສຸກ *-*/
November59
23:41
- ມີເງີນກະຍາກ,ບໍ່ມີເງີນກະຍາກ.ໃຜວ່າມີເງີນແລ້ວລະມັນຈະມີຄວາມສຸກ.
ໃຜມັກມີບັນຫາເວລາມີເງີນກັບໂຕແນ່???ຫຶ້- -…ໂຕ???ໂຕຫຍັງ!
(((ຂ້ອຍໝາຍເຖິງ…ມີເງີນແລ້ວບໍ່ຮູ້ຈະເກັບໄວ້ໃສດີຫັນນະ)))
- ຂ້ອຍຜູ້ໜຶ່ງແລະທີ່ມີບັນຫາ????ເພາະວ່າເປັນມະນຸດເງີນເດືອນເດະ(((ອິອິອິ)))
ເລີຍເອົາເງີນເດືອນໄປຝາກໄວ້ກັບທະນາຄານ,ແຕ່ດ້ວຍທີ່ມີປະສົບການ“ເຕົ່າຄານທ/ຄລັດ”
ເລີຍຫັນມາເພິ່ງທ/ຄເອກະຊົນໃກ້ບ້ານ,ທີ່ຄິດວ່າມັນສະດວກວ່ອງໄວ້ແລະບໍ່“ເຕົ່າຄານຄືບ່ອນເກົ່າ”
ດັ່ງນັ້ນໂນເວມເບີຣ໌ຈຶ່ງຫອບເງີນ500.000ກີບໄປເປີດບັນຊີຂອງຕົນເອງ“ຢ່າງພາກພູມໃຈ-*-”
ແຕ່ຝາກໄດ້ບໍ່ດົນ….ກໍ່ຕ້ອງມີອັນຕ້ອງຖອນເງີນໃຫ້ແມ່ຂັ້ນເທບໄປຊື້ວັດຖຸກັກຕຸ່ນໄວ້ຂາຍຊ່ວງປີໃໝ່.
ເປັນອັນວ່າ….ເງີນເຫຼືອແຕ່100.000ກີບ ຮະຮະຮ່ະຮ່ະ
- ຈາກທີ່ມີບັນຫາເລື່ອງລາຍເຊັນໂຕເກົ່າຢູ່ທ/ຕເກົ່າ,ເລີຍເປີດບັນຊີໃຫມ່ຢູ່ທ/ຄໃຫມ່ເປັນແຄ່ຕົວອັກສອນແທນ…
ໂດຍທີ່ບອກພ/ງເພິ່ນໄປວ່າ….(ລາຍເຊັນຂ້ອຍມັນປ່ຽນຕະຫຼອດ,ມັກມີບັນຫາຕອນຖອນ.
ຖ້າຈະເຊັນເປັນຕົວອັກສອນໄດ້ບໍ?)ເພິ່ນວ່າໄດ້,ແລ້ວແຕ່ເຮົາ….
“ເອິ….ໄຄແດ່ສັນ,ບາດນີ້ຊິບໍ່ຕ້ອງກັງວົນຕອບບັນຫາຕອນຖອນເງີນແລ້ວ”
ແຕ່ກະນັ້ນແລະ…..ວ່າ:ຄົນເຮົາມັນບໍ່ງ່າຍຄືກັນໝົດທຸກຄົນ-*-
ມື້ວານເລີຍໄປຖອນເງີນ….ຈັບເຈ້ຍມາຂຽນຊື່,
——->ລະຫັດບ/ຊ,
———————>ຈຳນວນ,
—————————–>ລົງທ້າຍດ້ວຍລາຍເຊັນຕົນເອງ.
———————————————>ສົ່ງເຈ້ຍພ້ອມປື້ມເງີນຝາກໃຫ້ພ/ງ
“ຂ້ອຍຢືນຍິ້ມ….ເງີນໆໆເງີນກະອູກຳລັງຈະໄດ້ແລ້ວ…ເຍ້…”
((((ແຕ່ຜິດຄາດ))))………………ພ/ງປິ້ນໜ້າມາ2ຄັ້ງ,ກວດເຈ້ຍດົນເຕີບ.
ພະນັກງານ:(((((ບັດປະຈຳຕົວແດ່))))).
ໂນເວມເບີຣ໌:ເອະ…????ບັດ????ບັດອິສັງເອື້ອຍ?ຂ້ອຍບໍ່ມີບັດ.ບັດເສຍນະ.
ພະນັກງານ:….ຕ້ອງມີ.ແຕ່ບໍ່ເປັນຫຍັງເທື່ອໜ້າເອົາມາເດີ.
ໂນເວມເບີຣ໌:.…?????ເອື້ອຍ,ເວລາຖອນເງີນຕ້ອງເອົາບັດມາພ້ອມທຸກຄັ້ງຫວາ?
ພະນັກງານ:ບໍ່ເດາະ.ແຕ່ວ່າເຈົ້າເຊັນເປັນຕົວອັກສອນ,ເຈົ້າຕ້ອງໄດ້ເອົາບັດມາ,ເພື່ອກັນປອມແປງ.
ໂນເວມເບີຣ໌:…ໂດຍ.ເພາະວ່າລາຍເຊັນນ້ອງມັນມັກບໍ່ຄືເກົ່າ,ເລີຍເລືອກເຊັນເປັນຕົວອັກສອນຫັນນະ.
“ສາດດດ…ໜີ້ລາຍເຊັນ,ມາເຈິເຊັນເປັນອັກສອນຄິດວ່າຈະງ່າຍ,ສຸດທ້າຍກະມີບັນຫາໜັກກວ່າເກົາເນາະ,ກະອູ-*-”
ເກືອບບໍ່ໄດ້ເງີນຍ້ອນ……………….
- ມື້ນີ້ໄດ້ເງີນເດືອນມາເພິ່ມອີກກະເລີຍຄິດໜັກວ່າ……….ຈະເອົາເງີນໄປຝາກດີບໍ????
ຖ້າເກັບໄວ້ກັບຕົນເອງກະຍ້ານເຮັດເສຍ,ແຕ່ຖ້າໄປຝາກ,ມັນກະຊິຍາກຕອນຖອນ-*-
“ດຽວ5-6ກະຊິໄດ້ເອົາເງີນໄປດື່ມ-ກິນ-ຫຼິ້ນ-ທ່ຽວ”ຫັນນະ.
November59
18:25
……………..((((((((ຄວາມຮັກ)))))))………………
1./ວົນວຽນຢູ່ກັບສິ່ງບາງຄັ້ງຄິດວ່າເຮົາຄືກັບຄົນບ້າ….
ບາງຄັ້ງກໍ່ເສົ້າໃຈວ່າ…ເປັນຫຍັງຫວະ!!!!
ກູຄືບໍ່ຫາໃຜຈັກຄົນເຂົ້າມາຢູ່ກັບຊີວິດຕົນເອງແບບຈິງຈັງແດ່?
ມາຮູ້ສຶກວ່າຕ້ອງການກໍ່ຕອນທີ່ວ່າເຈິສິ່ງທີ່ມັນແບບວ່າ:
((ເອິ…ເວລາບໍ່ສະບາຍ,ຢາກມີໃຜເປັນຫວ່ງຖາມຂ່າວຄາວ))
ແຕ່ພໍຮອດເວລານັ້ນມັນກັບບໍ່ມີຄົນນັ້ນໃຫ້ບອກອີກແລ້ວ?ຕົກລົງກູຄວນຫາໃຜມາບຄົບດີບໍຫວະ?
2./ແຕ່ເຫມືອນວ່າຈິດໃຈແລະຄວາມຮູ້ສຶກຈະຫຼິ້ນຕະຣົກກັບເຮົາ…ເນື່ອງຈາກມີຄົນລົມນຳໄດ້ບໍດົນ
ມັນກະເຊືອກຮັກໆເລີກໆ,ສົງໃສເຮົາມາຫນ້າໂງ່((((ເອິ….ກູເອງກະເປັນແນວນີ້ແລະຫວະ))))…ສຸດທ້າຍກໍ່ຈົບລົງທີ່
–ຕອນທີ່ກູຢາກລົມ..ແມ່ງເຊືອກຫຼິ້ນໂຕ,ຕອນກູຕັດໃຈ…ແມ່ງ,ເຊືອກກັບມາເຮັດດີນຳ–.ລ່າກ່ອນເດີ,ກູເບື່ອມຶງ!!!!!
“ກູເບື່ອພວກຫລໍ່/ງາມ/ລວຍ/ຮຽນເກັ່ງເລືອກໄດ້ເດະ….”….ຮັກກູໃຫ້ມຶງຄືຊິບໍ່ດີພໍເດາະ-*-
((((ສຸດທ້າຍ…ກູຂໍຫາຍເຂົ້າໄປໃນກິບເມກ…ກາຍເປັນພຽງແຄ່ປະຫວັດສາດໄປຊະ!!!!!!))))
3./ຕອນນີ້ກະເລີຍເປັນບ້າໆ…ປ່ວງໆ…ເຫງົາໆ….ຕາມສະໄຕຼ,ໂນເວມເບີຣ໌.
4./ຂ້ອຍອາດຈະເປັນຫນຶ່ງໃນອີກລ້ານຄົນທີ່ພະຍາຍາມຂຽນ
ໄດອະຣີ່ອັບລົງບລ໊ອກຕົນເອງກ່ອນທີ່ປີໃຫມ່ຈະມາຮອດ.
ປີເກົ່າຫມົດໄປປີໃຫມ່ມາ…..ທຸກຢ່າງມັນກໍ່ເປັນ(((ແຄ່ການຈາກລາ)))
ເພື່ອທີ່ການຈາກລາຈະກັບມາຫາເຮົາອີກຄັ້ງຫນຶ່ງ.
…………………….ສຸກສັນກັບປີ2010ເດີ……………………….
November59
17:12
ໄດ້ຈັບຄອມພິວເຕີອີກຄັ້ງ….ບໍ່ໄດ້ໃຊ້ຄອມຢູ່ບ້ານຕັ້ງດົນ,ຈົນເກືອບແມງມຸມສ້າງອານາຈັກໄປຮອດດາວອັງຄານແລ້ວຕິດເບາະ!
ຢາກອັບໄດອະຣີ່ລົງຕັ້ງດົນ,ແຕ່ກໍ່ນັ້ນແລະ(ໄດ້ແຕ່ຄິດຕາມເຄີຍ)ເນັດບໍ່ອຳນວຍ,ເນັດເຂົ້າບໍ່ໄດ້.ເນັດໆ!!!!ເນັດທໍລະມານຈິດໃຈ.
ແຕ່ແປກຢູ່ດີໆເນັດມືຖືກໍ່ເຂົ້າໄດ້,ເລີຍເປັນທີ່ມາຂອງໄດອະຣີ່ຄືນນີ້.ໄດອະຣີ່ທີ່ເກີດຈາກຄວາມຢາກຂຽນໄດຯ
ບໍ່ຮູ້ຈະອັບມັນເລື່ອງໃດດີ….(ເອົາແລ້ວເບາະ,ມາມຸກຄວາຍອີກແລ້ວເຮົາອິອິອິ)ໄດອະຣີ່ຈັບປູໃສ່ດົ້ງ!!!!
ເຄີຍເປັນເບາະ“ຖ້າເຄີຍງຶກຫົວ,ຖ້າບໍ່ກະແລ້ວແຕ່555ເວົ້າຫລິ້ນ”ຕອນທີ່ເຮົາຄິດຢາກເຮັດສິ່ງໃດສິ່ງຫນຶ່ງ.
ເຮັດເລື່ອງໃດເລື່ອງໜຶ່ງ,ຜູກພັນກະເຫດການໃດເຫດການໜຶ່ງໃນຊ່ວງເວລາສັ້ນໆ…ແຕ່ພໍເຮົາມາຢູ່ກັບ
ປະຈຸບັນແລ້ວ.ສິ່ງທີ່ເຮົາເຄີຍກະທຳມາ,ເວົ້າມາ,ຕ້ອງການມາທັງໝົດ.ກັບກົງກັນຂ້າມກັບການກະທຳດຽວນິ.
ຈາກທີ່ເມື່ອກ່ອນ………………..
1.ຄິດວ່າຂ້ອຍມັກອັນນີ້ແລະ “ປະຈຸບັນ….ເອະ,ກູບ້າເຄື່ອງພວກນິໄດ້ແນວໃດຫວະ!ຄວາມມັກໄປໃສໝົດ?”
2.ຈະເອົາມັນມາໃຫ້ໄດ້….ມີຄວາມສຸກເວີ້ຍ,ສົນໃຈແຕ່ເລື່ອງດຽວ.
“ແຕ່ກ່ອນມັກເລື່ອງຫຸ້ນ,ຢາກສຶກສາເລີຍຊື້ປື້ມມາອ່ານຫລາຍຫົວ,ບາງຫົວສັ່ງຈາກເນັດ,ບາງຫົວກ໊ອບປີ້ຈາກເນັດ
ຂໍ້ມູນດາວໂຫລດມາເປັນfolderຢູ່ໃນຄອມກໍ່ຫລາຍ.ແຕ່ພໍຈົບມາມີວຽກສິ່ງທີ່ຄິດວ່າຈັງໃດກູກະຊິອ່ານມັນໃຫ້ຈົບ
ກັບບໍ່ໄດ້ອ່ານມັນເລີຍ,ຄວາມກະຕືລືລົ້ນທີ່ຢາກເອົາຊະນະເລື່ອງໂຕເລກຫຸ້ນເກືອບບໍ່ໄດ້ຢູ່ໃນສະຫມອງເລີຍດຽວນິ”
—>ແນວນິເນາະຄົນເຮົາ…ເມື່ອບໍ່ມີສິ່ງຜູກພັນ,ຄົນເຮົາກໍ່ຈະປ່ອຍປະລະເລີຍລືມແບບງ່າຍໆ-*-
3.ດຽວກູເກັບເງີນໄດ້ມື້ໃດ…ເປັນຂອງກູແນ່ນອນແລ້ວ.
ຕອນທີ່ຍັງບໍ່ມີເງີນ“ຫາເງີນເອງບໍ່ເປັນກໍ່ແມ່ນ”,ຄວາມຄິດຢາກໄດ້ເຄື່ອງ,ຢາກຊື້ໄປຫມົດທຸກຢ່າງ.
ສອງຄຳນີ້ມັນຄືຈະຢາກໃນຈິດໃຕ້ສຳນຶກຂອງຄົນເຮົາເກືອບທຸກໆຄົນກໍແມ່ນ.
ຄົນເຮົາຕອນທີ່ຢາກໄດ້ຫຍັງ,ມັກຈະສົນໃຈແລະຈະຊອກຫາຂໍ້ມູນຫຼືເບິ່ງຮູບພາບ“ແທນກໍ່ຍັງດີ”
ແຕ່ພໍເກັບເງີນໄດ້ຄົບພໍທີ່ຈະຊື້ແລ້ວ,ກັບຕັດສິນໃຈບໍ່ຖືກ.ດີບໍ່ດີ….ຮອດຍາມແລ້ວບໍ່ຊື້ມັນຊ້ຳ.
“ເອະ…ກູຈະຊື້ດີບໍຫວະ????”,”ເອະ..ໂຕນັ້ນກໍ່ງາມດີໃດ,ຫຼືໂຕນີ້ດີຫວະ?”
ຄວາມຢາກນະເວລາທີ່ຍັງບໍ່ຊື້ແລະຄວາມຢາກນະເວລາທີ່ຈະຊື້ມັນຕ່າງກັນ-*-
ເລີຍເປັນທີ່ມາຂອງການ“ແມ່ນກູກຳລັງຄິດຍັງຢູ່?????”,”ຕອນຢາກໄດ້ກະຈົນລົມເກືອບຈັບ”
“ແຕ່ພໍຊິຊື້”ຫຼື”ຊື້ມາແລ້ວ”ຄວາມຮູ້ສຶກຢາກມັນເບິ່ງຄືແຕກຕ່າງກັນແທ້.ຂອງທີ່ຢາກໄດ້ຕັ້ງດົນ,
ພໍເວລາຊື້ມາແລ້ວຄວາມບ້າຂອງໃຫມ່ກັບເລີມຈືດຈາງລົງໄປ“ຕົກລົງ…ກູເປັນພວກບໍ່ພໍຫຼືພໍດີເກີນເຫດ!!!!!!!”
ຈົບ…………….ໄວ້ເທົ່ານີ້ແລະ.ເກັບໄປຄິດເອົາກໍ່ແລ້ວກັນວ່າຕົນເອງເປັນພວກແນວໃດ?
ສຸດທ້າຍໄດອະຣີ່ຕອນນີ້ກໍ່ຈົບດ້ວຍອາລົມ“ສຳເລັດແລ້ວ….ກູໄດ້ຂຽນໄດອະຣີ່ສົມໃຈລະ*-*/”
November59
23:15
- ບໍ່ໄດ້ເຂົ້າເນັດດົນແລ້ວ….ນັບຕັ້ງແຕ່ອັບໄດລະຣີ່ເລື່ອງຜ່ານມາ.
ເພາະວ່າຫຍຸ້ງໆກັບວຽກ“ບັນຫາຫຼັກ…ທີ່ຈິ່ງເນັດຢູ່ບ້ານເຂົ້າບໍ່ໄດ້ຫັນນະ”
ຫາກໍ່ກັບມາຈາກທາງໃຕ້ຂອງປະເທດລາວເຮົາມື້ຄືນວານນີ້……………………….
- ເດືອນນີ້ວຽກໃຫ້ໄດ້ແພກເຄື່ອງນຸ່ງໄປຕ່າງແຂວງເຖິງ2ຄັ້ງ*-*/ວູ້…..ມ່ວນແຮງ.
ງານແຣກຂອງເດືອນນີ້ແມ່ນການໄປເປັນມືກ້ອງ“ຈຳເປັນ”ຄອນເສີດຢູ່ສະຫວັນນະເຂດ.
“ເປັນງານແຣກແລະງານສຸດທ້າຍກໍ່ແມ່ນຮ່ະຮ໋ະຮ່ະຝີມືຖ່າຍພາບໄດ້ອົດສູພິລຶກ”5555
ພາຍຫຼັງຈາກໄປເຮັດວຽກນອກສະຖານທີ່ຢູ່ສະຫວັນນະເຂດກັບມາກໍ່ແມ່ນວັນເກີດຂ້ອຍເອງ
ແຕ່ກໍ່ບໍ່ມີຫຍັງຫຼາຍເດາະ,ແຄ່ຫມູ່ມາກິນຫຍັງໜ້ອຍໜຶ່ງແລ້ວກໍ່ເປົ່າເຄັກ“ຫມູ່”ຊື້ມານັ້ນເອງ.
“ເພາະກິນແບບບໍ່ຕັ້ງໃຈ,ມີພຽງເບຍແລະຊື້ປີ້ງເອນຂ້າງເດີ່ນມາກິນກັນຢູ່ບ້ານຂ້ອຍຮ່ະຮ່ະຮ່ະ”
ແປກ…ປີນີ້ມີໝູ່ມາບ້ານຫຼາຍເກີນຄາດ,ແອບມີງົງໆໆຢູ່ວ່າ(ເອະ…ກູມີຫມູ່ຫຼາຍປານນິພຸ້ນຫວາ?))
ການສະຫຼອງຈົບລົງທີ່ເຈົ້າຂອງວັນເກີດເມົາຕາມເຄີຍ -*- ຕື່ນມາກະຕ້ອງໄປເຮັດວຽກອີກ“ຄັກຫຼາຍ”
“ລາກສັງຂານເນົ່າໆໄປວຽກແບບມະນຸດເງີນເດືອນໄຣ້ຫົວໃຈໃຫ້ຄົນອ້ອມຂ້າງ-*-”
- ແລ້ວ2ມື້ຕໍ່ມາກໍ່ຕ້ອງຫອບເຄື່ອງໄປເຊກອງອີກ6ຄືນ7ມື້“ເຄື່ອງເກົ່າຍັງບໍ່ທັນເກັບອອກຈາກກະເປົ່າຊຳ”
ເລີຍເອົາເປັນວ່າ….ຊ່າງຫົວເຮົາເທາະ,ເອົາເຄື່ອງໃຫມ່ຍັດເຂົ້າອີກກັບເຄື່ອງເກົ່ານີ້ແລະຫວະ,ໃສ່ໄປບໍ່ມີໃຜຮູ້ເດາະ
ອິອິອິອິອາກາດໜາວແບບນັ້ນບໍ່ມີໃຜເໝັ້ນເຮົາເດາະກ໊າກໆໆກ໊າກຯຯ“ແນວມັນວຽກດ່ວນເດະ”ຮ່ະຮ່ະ
ເອົາເປັນວ່າໄວ້ເລົ່າເລື່ອງໄປເຊກອງໃນໄດອະຣີ່ຕໍ່ໄປດີກວ່າ,ເພາະວ່າຍາວວວວວ,ຕ້ອງໄດ້ຄ່ອຍໆພີມ.
ມີເລື່ອງໃຫ້ປະທັບໃຈຕັ້ງຫລາຍຢ່າງເລີຍ…ວູ້ຯຯຯຯຄິດຮອດເຊກອງເດະ.
November59
21:45



ຄຳເຫັນຈາກສັງຄົມ