Archive for the Category »ກ້ຽມຕົວ «
ອີກຫນຶ່ງຊົ່ວໂມງນັບຈາກນີ້ກໍ່ຈະກາຍເປັນມືໃຫມ່ຂອງເດືອນໃຫມ່.
ແນ່ນອນມັນກໍ່ຄືມືລວງໂລກຫຼືວັນຂີ້ຕົວະ1/4/2010ນັ້ນເອງ.
ສ່ວນຫຼາຍເຮົາກໍ່ບໍ່ຄ່ອຍຈື່ຫຼືໃຫ້ຄວາມສຳຄັນກັບມັນເດາະ,
ແຕ່ລະປີກໍ່ເກືອບບໍ່ຮູ້ເລື່ອງນຳເຂົາເຈົ້າ,ຈົນມາຖືກຄົນອື່ນຕົວະ,
ດ້ວຍຫນ້າຕາແບບຈິ່ງຈັງ,ຕາມມາດ້ວຍສຽງຫົວຂອງຄົນທາງຂ້າງ….
ໃຜຊິຮູ້ບໍນິ…..ມື້ນີ້ແມ່ນວັນຫຍັງ,ຈົນເຂົາອະທິບາຍຈຶງຮູ້- -
ເງີ້……..ເຮົາຕົກຫຼຸມພາງຂອງວັນຂີ້ຕົວະແລ້ວ- -
ຕົກລົງເຮົາບໍ່ສາມາດຂຽດຫຼືໃຈຮ້າຍຄົນທີ່ຕົວະແມ່ນເບາະນິ- -?
ໃຜເນາະ…..ຊ່າງ….ມາຕັ້ງວັນແນວນີ້ຂຶ້ນ- -
(ບໍ່ຮູ້ວ່າຄົນທີຕົວະຄົນທີຖືກຕົວະມັນຊິມີອາລົມດຽວກັນບໍ?
ຖ້າເຫດການທີ່ເອົາມາຕົວະບໍແມ່ນເລື່ອງໃຫຍ່ກໍ່ວ່າໄປຢ່າງ…)
![]()
ໃນອີກແງ່ຫນຶ່ງ….ເຮົາມານັ່ງຄິດເບິ່ງ,ຖ້າມື້ນີ້ເປັນມືທີ່ໃຜໆໆກໍ່ສາມາດຕົວະໃຫ້ຄົນອື່ນຟັງໄດ້,
ເວົ້າແບບບໍ່ຜິດຫຍັງໃຜ.ຕົວະແລ້ວເປັນເລື່ອງທຳມະດາ.
ຊັ້ນ……ເອົາແບບນີ້ເປັນຫຍັງ~~~~~
ລອງໃຊ້ວັນຂີ້ຕົວະສົ່ງໄປບອກຄົນໆນັ້ນວ່າ:
ເຂົາຮັກເພິ່ນຫຼືເອົາແບບຫຼຸດໂລກໄປເລີຍວ່າ:ເຮົາເປັນແຟນກັນເນາະ.
ຄົນນັ້ນໆອາດຈະຄິດວ່າເຮົາເວົ້າຢອກຍ້ອນວັນຂີ້ຕົວະ.
ເຮັດໃຫ້ຄົນໆນັ້ນບໍ່ຖືສາຫຍັງຟັງແລ້ວກໍ່ຫົວ,ແລ້ວຈົບ.
ເຊິ່ງສຳລັບເຮົາແລ້ວ,ການທີ່ບອກຄຳຄວາມຈິງໃນມື້ນີ້ກໍ່ຖືວ່າດີຄືກັນ.
ໄດ້ບອກເລື່ອງຈິ່ງ,ເຖິງຈະເປັນວັນຂີ້ຕົວະ- -໑
ເຖິງວ່າໃນສາຍຕາເຂົາອາດຄິດວ່າເປັນເລື່ອງຕົວະໄປຊັນແລະ.

ສະຫຼຸບແລ້ວ………………..ເກັບມັນໄວ້ຢູ່ບ່ອນຫັນຊະ,
ບໍ່ບອກດີກ່ວາ
ເຖິງຈະບອກຫຼືບໍ່ບອກ,
ຄຳຕອບກໍ່ມີຢູ່ແລ້ວ(ຄືເປັນໄປບໍ່ໄດ້)

ກັບມາຢູ່ບ່ອນທີ່ເຮົາຄວນຢູ່,
ການຍ່າງຈາກມາແບບຫ່າງໆ,ແລ້ວຫາຍໄປເລີຍ.
ກໍ່ຖືວ່າດີກັບໂຕເຮົາເອງ.
ເຖິງຈະບໍ່ມີເຮົາເຂົາກໍ່ບໍ່ໄດ້ສະເທືອນຫຍັງ,
ເຂົາກໍ່ຍັງຢູ່ດີກິນອິ່ມ,ຍັງມີຫຼາຍຄົນທີ່ເຂົາມັກ.
ເອົາເປັນວ່າສະບາຍດີເດືອນແຫ່ງການຂີ້ຕົວະ.

November59
12:40

ຄຳເຫັນຈາກສັງຄົມ