Archive for the Category »ກູຈະບ້າຕາຍ «
ກັບມາອີກຄັ້ງ…
ໄດອະຣີ່ສະບັບນີ້ອອກແນວຂີ້ອວດ,ບ້າເຫີເຄື່ອງໃຫມ່ຂອງເຈົ້າຂອງບລ໊ອກລ້ວນໆ
(ບໍ່ວ່າກັນເນາະ- -!)
ຄັ້ງນີ້ພິເສດບ່ອນວ່າ:ບລ໊ອກຂ້ອຍມີອາຍຸຄົບ1ປີ
(ທີ່ຈິ່ງບໍ່ໄດ້ຮູ້ເດາະ- -!ບັງເອີ້ນທ່ານນິນນີ່ເພິ່ນຄອມເມັ້ນບອກ,ເລີຍຄິດອອກ)
ທີ່ຈິງຢາກອັບເດດເລື່ອງທຸກມື້,ແຕ່ຕິດທີ່ວ່າ
(ບໍ່ສະດວກຈະອັບເດດຕອນເຮັດວຽກ)
ພິເສດຕໍ່ມາກໍ່ຄື:“ຂ້ອຍມີໂນ້ດບຸກເປັນຂອງຕົນເອງແລ້ວວວວວວ”
(ກວ່າຊິໄດ້ມາ,ກັດກ້ອນເກືອທຸກເດືອນ,ເຊິ່ງດຽວນີ້ກໍ່ຍັງກັດກ້ອນເກືອຕໍ່ໄປ)
ແລະພິເສດອີກຄັ້ງກໍ່ຄື:ຢູ່ຫ້ອງນອນຂ້ອຍມີfree wifiວ່າຊັນນນນນນ
(ເວີ້….ຢ່າງແຮງ- -!)
ຕໍ່ໄປຄືຊິມີເວລາອັບເດດກ່ອນນອນແລ້ວຮ໋ະຮ່ະ ຮ່ະ ຮະ
ເຊິ໊…….ຕໍ່ໄປ,ຕໍ່ໄປ
ບໍ່ງໍແລ້ວເນັດຫ້ອງການ(ອັບຢູ່ບ້ານສະບາຍໃຈ,ບໍ່ຍ້ານໃຜຫົວເຍາະເຍີ້ຍ)
ເອົາເປັນວ່າຈົບແບບ:ບໍ່ມີສາຣະ – -!
ອາລົມບ້າເຫີແຮງຮ່ະ ຮ໋ະ ຮ໋ະ
ຄຳວ່າມະນຸດກັບວັດຖຸມັນເປັນອິສັງທີ່ຕ້ອງມີຄູ່ກັນສະເຫມີ- -*
ຍິງຕອນທີ່ເຮົາເຫັນວັດຖຸສິ່ງໃດສິ່ງຫນຶ່ງແລ້ວ….ອື໊ມ!ບໍ່ໃຫ້ວ່າ.
ເລືອດສູບຊີດເຂົ້າຫົວໃຈລົງຕັບອອກໄຕ້ໄປຮອດສະຫມອງສະການວ່າ:
(((((ກະອູຢາກໄດ້ຂອງສິ່ງນັ້ນເດະ))))))
ຄິດໆໆ….ຄິດໆຫາວິທີທາງຈົນຜົມຢູ່ເທີງຫົວຊິຫງອກກະຍັງຄິດບໍ່ອອກວ່າ
(((((ແມ່ນກູເປັນບ້າຫຍັງຫວະ,ເຫັນອິສັງກໍ່ຢາກໄດ້ມັນຫມົດທຸກຢ່າງ))))
ທັງທີ່ມະອຶງມີເງີນເດືອນເທົ່າຕັບມົດຮຽນກິນນົມ- -*
((((((ຍັງມີຫນ້າຄິດຢາກໄດ້ເຄື່ອງຂອງລາຄາເທົ່າຊ້າງແກ່ຂ້ອນໄມ້))))
ຜົນຈົບລົງທີ່ເລືອກເອົາໂນ້ດບຸກ…ເລີຍອົດໄດ້ໂທລະສັບກັບກ້ອງຖ່າຍຮູບ.
(((((ເຈົ້າກຳໂອ໋ຽ….ເບິ່ງເນັດກວດລາຄາໂທລະສັບເຫຼືອລາຄາແຕ່11.500ບາດ)))
ເຈົ້າບ້າຕາຍ….ຄວາມໂລບມາກມັນໃຫຍ່ຈົນເກີນທີ່ສະຫມອງຂ້ອຍຈະສັ່ງການໄດ້ແລ້ວ.
ແຕ່ລະມື້ບໍເຮັດຫຍັງເຂົ້າເບີ່ງແຕ່ລາຄາເຄື່ອງ,
((((ໄດ້ເບິ່ງລາຄາເບີ່ງຮູບກໍ່ຍັງດີ,,,,,ກະອູເປັນແຮງແທ້ໆໆ)))))
ຂ້ອຍກັບບັນຫາເບິ່ງແລ້ວຈະເປັນຂອງຄູ່ກັນ(ແບບຈຳເປັນ)ຕະຫຼອດ.
ຍິ່ງເວລາທີ່ຕ້ອງຢູ່ຫ້ອງການຜູ້ດຽວ…ໂດຍທີ່ວຽກດ່ວນມັນເຂົ້າມາແບບ(ກູຊິເອົາດຽວນີ້- -*)
ເຫີ້…ພາລະກິດເລີຍຖືກໂຍນມາໃຫ້ຮັບແບບ(ເອົາອີກແລ້ວວວວວວ).
1.ເຈັບຕັບສຸດແມ່ນຕອນໄປສົ່ງMasterໃຫ້ລູກຄ້າ
ເພາະວ່າມັກຈະມີບັນຫາຄອມToastແລ້ວຊີດີບໍ່ອ່ານ- -*
ເປັນຍ້ອນຜູ້ກ່ຽວມັກລືມວ່າເອະ…ຄິ໊ກຫຍັງດີຫວະ???
(ແອ໊ກໆໆໆໆ…ກູລືມວິທີອີກແລ້ວ-*-)![]()
November:ເຫິ້ !ແລ້ວຈັງໃດ….ຄິດ ຄິດ ຄິດ !!!!
ໂອ໊….ຫົວຫນ້າ,ໂທຫາຫົວຫນ້າ- -*
(ສຸດທ້າຍກໍ່ບໍ່ແລ້ວຜູ້ອື່ນຕ້ອງມາຊ່ວຍ555)

2.ຈັບຕັບພາກຕໍ່ໄປແມ່ນເຄື່ອງປຣິ້ນ,
ໂດຍສະເພາະວ່າຖືກຊ່ວງທີ່ຕ້ອງຢູ່ຫ້ອງການຜູ້ດຽວ
ຫົວຫນ້າໂທມາບອກກ໊ອບປີ້ດີວີດີແລ້ວສະກີ້ນປົກພ້ອມເດີແລ້ວເອົາໄປໃຫ້@^@@&#(*(@
ຖືກຊ່ວງທີ່ຕ້ອງສະກິ້ນປົກຊີດີໄປສ່ົງລູກຄ້າ.
ຊາດດດ….ມັນປຣີ້ິ້ນບໍ່ໄດ້- -*
ຕັບມັດ…..ແຮງວ່າດ່ວນ!!!!!
November:ຈັງໃດໆໆໆ….ຄິດ..ຄິດ!
ຫົວຫນ້າາາາາາາາາາາາາາາາາາ……….ມັນບໍ່ໄດ້ອອກແລ້ວ-*-
ສຸດທ້າຍກູກໍ່ເຮັດເອງບໍ່ໄດ້,ທັງທີ່ພໍຄົນອື່ນມາ,ກົດໆໆຄິ໊ກໆໆ…ປັບ!
((((((ໂອ໊…..ເຄື່ອງປຣິ້ນກວນTEE)))))
……………..ຈາງແມ່ນຊາດໃຫ້ກູຂາຍຫນ້າໄປຮອດໃສ.
ແຕ່ພໍສົ່ງວຽກແລ້ວຄວາມເຫມື່ອຍມັນກໍ່……ວູ້!!!!!ຫມົດວຽກກູແລ້ວ.
ຫາຍໃຈສະບາຍເດະບາດນີ້
…………….ລັນລາ..ລັນລ່າ…ກັບບ້ານ
ເງີ້…..ໄສ້ແຫ້ງ,

ທຸກທ້າຍເດືອນໄດ້ເປັນມະນຸດເງີນເດືອນໄສ້ແຫ້ງຕາມເຄີຍເຮົາ- -໑
ເກືອບໄດ້ກິນຕົ້ມຫມີ່ຫໍໍ2ພັນກີບອີກເນາະມື້ນີ້.
ດີທີ່ເງີນເດືອນຫາກໍ່ອອກຕອນ3ໂມງ…..
ບໍ່ຊັ້ນລະມຶງເອີ້ຍຍຍຍຍຍຍຍ,ໂນເວມເບີຣ໌ກັດກ້ອນເກືອກິນແທ້.

ເງີນກໍ່ຫນ້ອຍ,ເລີຍພະຍາຍາມເກັບ,ແຕ່ກໍ່ຫມົດແບບບໍ່ຮອດເດືອນຢູ່ດີ.
ຍັງບໍ່ແລ້ວ,ຍັງບໍ່ແລ້ວ…….ເງິນແສນກ້ອນສຸດທ້າຍກໍ່ຫມົດໄປກັບພິດຊ້າ- -
ຫມູ່ຊວນໄປລອງກິນກໍ່ເລີຍໄປ,ຖືວ່າແພງສຳລັບເຮົາກໍ່ແລ້ວກັນ- -

ພາຍຫຼັງກິນໄດ້2ແຜ່ນ….ປະກົດວ່າ:ເກືອບອອກທາງເກົ່າ.
ບໍ່ຮູ້ວ່າຍ້ອນມັນແພງຫຼືວ່າຂ້ອຍພະໂລ້ກໍ່ບໍ່ຮູ້,ກິນຈົນວ່າເກືອບຮາກ- -.
ຊິຮາກຍ້ອນລາຄາກະປານນັ້ນ(((ສາມແສນປາຍ- -)))

(ແພງຫລາຍກໍ່ກິນໃຫ້ມັນຮູ້ຊຶ້ງ,ເທື່ອຫນ້າກໍ່ບໍ່ໄດ້ກິນອີກແລ້ວ,ແພງໂພດ)
^
^
^
^
^
ອ່ະ…..ກ່ອນຫນ້ານີ້ມື້ຫນຶ່ງກໍ່ໄປທົດລອງເຮັດໄຮໂຊນັ່ງກິນກະແລ້ມ

ຂໍບອກວ່າສັ່ງມາອັນດຽວແຕ່ຂໍບ້ວງ3ກ້າມ…ກ໊າກໆໆໆໆ
ເຫັນຊຳຫັນກໍ່46.000ກີບແລ້ວ- -
ເຫີ້……ຊາດວ່າແພງກະດໍ້- -
ເກີດມາຫາກໍ່ໄດ້ກິນອັນແພງປານນີ້.

ບໍ່ຮູ້ວ່າອັນໃດຄົນຊິຫຼາຍປານນັ້ນ- -,ແຂກເຂົ້າຮ້ານບໍ່ຢຸດບໍ່ເຊົ່າ….
ຊົ່ວຊິໄດ້ກິນກະຕ້ອງຢືນຖ້າ,ສັງເກດວ່າອີກບໍ່ດົນຮ້ານມັນຄືຊິໄດ້ກຳໄລໃນບໍ່ດົນ.
ອີກຢ່າງທ່ານສາມາດພົບປະດາຣາ,ນັກຮ້ອງຢູ່ຫັນເກືອບທຸກມື-*-
ຕາມທີ່ໄດ້ຍິນມາ,ນັກຮ້ອງກຸ່ມຫນຶ່ງຈະໄປຖ່າຍເອມວີຢູ່ຫັນ.
ເປັນເຮົາທີ່ຕ້ອງໄປປະສານງານ….ເງີ້,ເຫືອແຕກແທ້ແລະບາດນິ.
ເຮົາບໍ່ກ້າໄປຂໍສະຖານທີ່ເອື່ອຍເຮົາ,ເພາະມັນຕ້ອງບໍ່ອະນຸຍາດໃຫ້ຖ່າຍແລະ.
ເຫີ້ໆໆໆ….ແຕ່ເຮົາເບິ່ງຕາມສະພາບແລ້ວ,ບໍ່ຫນ້າຈະຜ່ານ.
ຄົນຫຼາຍປານນັ້ນ,ມັນຊິເອົາບ່ອນໃດໄປຢືນຮ້ອງເພງຫວະ- -
ສົງໃສຄືຊິໄດ້ໄປຖ່າຍບອກອື່ນແລ້ວຕິ.
ປ.ລຜູ້ກ່ຽວເປັນສິວ,ຫມູ່ວ່າປານຂີ້ແມງວັນ- -/
November59
18:00

ຄຳເຫັນຈາກສັງຄົມ