• ເປັນຄັ້ງແລກທີ່ມີເວັບນ້ອຍໆຂອງຕົນໃນນາມNovember.
  • ໂດຍອາໃສຄວາມຊ່ວຍເຫຼືອເລື່ອງເນັດຈາກຄົນອື່ນ.
    ຂ້ອຍເປັນຄົນບໍ່ມີພື້ນຖານດ້ານຄອມພີວເຕີ້ເລີຍກະວ່າໄດ້,
    ມີແຕ່ໜ້າທີ່ຂຽນໆຄວາມຄິດຂີ້ເຫຍື່ອລົງໃນໄດອະຣີ່ເທົ່ານັ້ນ.
  • ເຖິງວ່າຊິບໍ່ມີຄວາມຮູ້ດ້ານນີ້,ແຕ່ກະຍັງບັງອາດໄປ(ຖິ້ມໄຂ່)ໄປ
    ສະໝັກໄວ້ຫຼາຍເວັບ.ເຊັ່ນ
  • ເວັບwordpress.comຂ້ອຍກະມີຕັ້ງວ່າ3ຊື້(ລວມທັງໂຕນີ້ນຳ) -.-*/
    ດົນໆ ຈິ່ງໄດ້ອັບໄດອະຣີ່ລົງໃນແຕ່ລະເວັບ…………………..
  • ເພາະສ່ວນຫຼາຍຈະມັກເອົາໄດອະຣີ່ໄປຖິ້ມລະເບີດລົງຢູ່ພັນລາວ.ຄອມ ຫຼາຍກວ່າ.
    ແຕ່ກະແນ່ນອນ,ຖືກວິຈານ(ດ່າ)ມາກະຫຼາຍຄັ້ງ.
  • ເລີຍຮູ້ສຶກວ່າການທີ່ຄົນເຮົາຈະເປັນທີ່ຍອມຮັບເລື່ອງຕົວໜັງສືມັນບໍ່ແມ່ນຂອງທຳມະດາ.
    ຄົນຂຽນອາດຈະສື່ຄວາມໝາຍເນື້ອໃນແນວໜຶ່ງ,ແຕ່ຄົນຄອມເມັ້ນອາດຈະຄິດຈິ່ງຈັງໄປແນວໜຶ່ງ.
  • ດັ່ງນັ້ນເລີຍເປັນສາເຫດໃຫ້ຂ້ອຍຕ້ອງໄດ້ດິ້ນຫຼົ້ນຊອກຫາແຫຼ່ງກົບດານບ່ອນໃໝ່ເປັນທີ່
    ພັກອາໃສ່ໃນການຂຽນໄດອະຣີ່(ຊີວິດປະຈຳວັນ)ຂຶ້ນມາໃນເວັບຕົນເອງນີ້. ກະຖືວ່າດີໄປ
    ແນວໜຶ່ງຍ້ອນວ່າເປັນການຂຽນໂດຍບໍ່ຕ້ອງເກັງໃຈໃຜ,ບໍ່ຕ້ອງຍ້ານວ່າໃຜຈະມາຫາວ່າ
    ເຮົາບ້າບໍໄປເອງ.
  • ອິດສະຫຼະແຫ່ງໂລກຕົວໜັງສືຈະໄດ້ແລ່ນໄປມາຢູ່ໃນເວັບນີ້ແບບບໍ່ຕອ້ງສົນຫົວໃຜ.
    ທຸກຄວາມຮູ້ສືກທີ່ຢາກບອກ,ທຸກຄວາມຮູ້ສຶກທີ່ຢາກລະບາຍ,ທັງໝົດມັນມີຢູ່ໃນນີ້ລວມ.

* ຫວັງວ່າໃຜກະຢ່າທີ່ຫລົງເຂົ້າມາ,ຫຼືບັງເອີ້ນຕົກຫລຸມພາງທີ່ຂ້ອຍລິ້ງໄວໃນເວັບອື່ນ,
ກະຂໍໃຫ້ພາກັນອ່ານແລ້ວກະຢ່າຖືສາຂ້ອຍເລີຍ.
* ເພາະນີ້ເປັນພຽງກ້າວແຣກຂອງຄົນທີ່ມີຕ້ອງການໂລກສ່ວນຕົວສູງ(ໄປແດ່).

ໂນເວມເບີ 31/07/09