ຂ້ອຍກັບບັນຫາເບິ່ງແລ້ວຈະເປັນຂອງຄູ່ກັນ(ແບບຈຳເປັນ)ຕະຫຼອດ.
ຍິ່ງເວລາທີ່ຕ້ອງຢູ່ຫ້ອງການຜູ້ດຽວ…ໂດຍທີ່ວຽກດ່ວນມັນເຂົ້າມາແບບ(ກູຊິເອົາດຽວນີ້- -*)
ເຫີ້…ພາລະກິດເລີຍຖືກໂຍນມາໃຫ້ຮັບແບບ(ເອົາອີກແລ້ວວວວວວ).
1.ເຈັບຕັບສຸດແມ່ນຕອນໄປສົ່ງMasterໃຫ້ລູກຄ້າ
ເພາະວ່າມັກຈະມີບັນຫາຄອມToastແລ້ວຊີດີບໍ່ອ່ານ- -*
ເປັນຍ້ອນຜູ້ກ່ຽວມັກລືມວ່າເອະ…ຄິ໊ກຫຍັງດີຫວະ???
(ແອ໊ກໆໆໆໆ…ກູລືມວິທີອີກແລ້ວ-*-)![]()
November:ເຫິ້ !ແລ້ວຈັງໃດ….ຄິດ ຄິດ ຄິດ !!!!
ໂອ໊….ຫົວຫນ້າ,ໂທຫາຫົວຫນ້າ- -*
(ສຸດທ້າຍກໍ່ບໍ່ແລ້ວຜູ້ອື່ນຕ້ອງມາຊ່ວຍ555)

2.ຈັບຕັບພາກຕໍ່ໄປແມ່ນເຄື່ອງປຣິ້ນ,
ໂດຍສະເພາະວ່າຖືກຊ່ວງທີ່ຕ້ອງຢູ່ຫ້ອງການຜູ້ດຽວ
ຫົວຫນ້າໂທມາບອກກ໊ອບປີ້ດີວີດີແລ້ວສະກີ້ນປົກພ້ອມເດີແລ້ວເອົາໄປໃຫ້@^@@&#(*(@
ຖືກຊ່ວງທີ່ຕ້ອງສະກິ້ນປົກຊີດີໄປສ່ົງລູກຄ້າ.
ຊາດດດ….ມັນປຣີ້ິ້ນບໍ່ໄດ້- -*
ຕັບມັດ…..ແຮງວ່າດ່ວນ!!!!!
November:ຈັງໃດໆໆໆ….ຄິດ..ຄິດ!
ຫົວຫນ້າາາາາາາາາາາາາາາາາາ……….ມັນບໍ່ໄດ້ອອກແລ້ວ-*-
ສຸດທ້າຍກູກໍ່ເຮັດເອງບໍ່ໄດ້,ທັງທີ່ພໍຄົນອື່ນມາ,ກົດໆໆຄິ໊ກໆໆ…ປັບ!
((((((ໂອ໊…..ເຄື່ອງປຣິ້ນກວນTEE)))))
……………..ຈາງແມ່ນຊາດໃຫ້ກູຂາຍຫນ້າໄປຮອດໃສ.
ແຕ່ພໍສົ່ງວຽກແລ້ວຄວາມເຫມື່ອຍມັນກໍ່……ວູ້!!!!!ຫມົດວຽກກູແລ້ວ.
ຫາຍໃຈສະບາຍເດະບາດນີ້
…………….ລັນລາ..ລັນລ່າ…ກັບບ້ານ

ຊີວິດຄູ່ກັບບັນຫາ