ຫາກໍ່ກັບມາຈາກໄປຖ່າຍທຳລະຄອນສັ້ນຂອງອົງການຫນຶ່ງຢູ່ທ່າລາດມາໄດ້ມື້ວານ.
ໂດຍໂຄງເລື່ອງຈະເປັນກ່ຽວກັບຄວາມຮັກຂອງຄົນສີມ່ວງອິອິອິອິ(ຊາຍຮັກຊາຍ)ກ໊າກໆໆ
.
ດັ່ງນັ້ນນັກສະແດງ,ຕົວປະກອບ,ຊ່າງແຕ່ງໜ້າເສື້ອຜ້າຈະເປັນເພດອ່ອນແອໃນຮ່າງຊາຍນັ້ນເອງ555.
ຊຶ່ງຖືວ່າເປັນ…ການໃຊ້ເວລາທີ່ມ່ວນ,ຕະຮົກ,ເຫມື່ອຍແລະຫິ້ວເຂົ້າຢ່າງແຮງ-*-”ຖ່າຍຫນັງຈົນເດິກເວີ້ຍ”
ດຽວອີກ3ມື້ກໍ່ຈະເລີ່ມຖ່າຍທຳຕໍ່ໃຫ້ມັນສຳເລັດ-*-,ໂດຍທີ່ຈະຖ່າຍສາກທີ່ເຫຼືອຢູ່ໃນກຳແພງນະຄອນ.
ແຖມມີສາກທີ່ຕ້ອງໄດ້ໄປຖ່າຍຢູ່ເທັກອີກຣ່ະຣ່ະ ຣ່ະ ຄືຈະມ່ວນດີ,ຖ່າຍມື້ສຸດທ້າຍຄືຈະໄດ້ພາກັນເມົາຕໍ່.
ແຕ່ປະເດັ່ນມັນບໍ່ໄດ້ຢູ່ທີ່ເລື່ອງລະຄອນຕາມທີ່ກ່າວມາຂ້າງເທິງ,ແຕ່ຂ້ອຍຈະມາຈົ່ມເລື່ອງ((((ອາຫານ)))ຢູ່ທ່າລາດ.
ບໍ່ຮູ້ວ່າຂ້ອຍກະແດະເກີນເຫດ,ນາງເອກເກີນໄປກະບໍ່ຮູ້……ເພາະວ່າ((((ກູກິນອາຫານຢູ່ທ່າລາດແລ້ວຮາກ))))
“ເອິ….ຟັງຖືກແລ້ວ,ຂ້ອຍຮາກຍ້ອນກິນອາຫານຢູ່ຫັນ
“
ເຫັບຫມາ,ຕັບມັດແຊ່ແຟບເອິ້ຍ….ບໍ່ເຈິກັບໂຕເອງບໍ່ຮູ້ເດາະວ່າ((((ແປງນົວທ່າລາດແລງຈິງໆ))))
ເປັນ4ມື້ທີ່ທໍລະມານປາກສຸດຍອດ-*-,ເພາະບໍ່ວ່າຊິອາຫານອິສັງມັນກະນົວອະລັງການງານແຕ່ງກິນສຸດຍອດໆ.
ໂອ໊….ມື້ສຸດທ້າຍກ່ອນກັບວຽງພາກັນສັ່ງອາຫານແບບເປັນຕາແຊບເຕັ້ມໂຕະ….ໃ
ນໃຈກະບອກໂຕເອງວ່າ:ດີໃຈຄືນນີ້ໄດ້ກິນອາຫານດີໆແນ່.
ປະກົດວ່າ…ຕັ້ງແຕ່ເຂົ້າຂົ້ວຈົນຮອດຕົ້ມຍຳ,ຂົ້ວໄຂ້(((ແປງນົວ….ຄືຈະຖືກຕິ,ເລີຍວ່າໃຊ້ຈົນກະອູເຈັບເສັ້ນ)))
ທີ່ເຈິຈັງໆໆ…ຕອນທີ່ໄປຖ່າຍສາກຫນຶ່ງທີ່ຮ້ານເບຍ,ຫຼັງຈາກຖ່າຍແລ້ວ(ຈົນເດິກ).ເລີຍໄດ້ກິນເຂົ້າຢູ່ຮ້ານນັ້ນ.
ປະກົດວ່າ…..ແປງນົວລ້ວນໆໆໆ.ບໍ່ເຂົ້າໃຈວ່າຄົນອື່ນກິນເຂົ້າໄປໄດ້ແນວໃດ,ເປັນນຳກະເຈົ້າຫິ້ວ+ກັບເຫມື່ອຍກະບໍ່ຮູ້,
ພາກັນກິນໄປ,ຈົ່ມໄປວ່ານົວໆໆໆ“ແຕ່ພວກເຈົ້າກະກິນຈົນຫມົດ”.ເຫຼືອແຕ່ຂ້ອຍກິນໄດ້3ຄຳເທົ່ານັ້ນແລະ,
ປວດຮາກ,ປຸ້ນທ້ອງຈົນໄດ້ແລ່ນເຂົ້າຫ້ອງນ້ຳ.ອາຫານຄືນນັ້ນເລີຍໄດ້ສັ່ງຕົ້ມມີໄວໆມາກິນແທ້….![]()
“ທັງທີ່ຢ້ຳເຈົ້າຂອງຮ້ານວ່າບໍ່ຕ້ອງເອົາຫຍັງໃສ່ຕົ້ມມີ່ຂ້ອຍເດີ,ຂໍພຽງແຕ່ເອົາມີ່ໄປຕົ້ມແລ້ວເອົາເຄື່ອງປຸງຢູ່ຊ່ອງໃສ່ກໍ່ແລ້ວ”
ສຸດທ້າຍກໍ່ໄດ້ກິນ….ພີ່ນ້ອງເອີ້ຍ!!!!ພໍແຕ່ຕັກໃສ່ປາກ1ຄຳ,
ຮູ້ເລີຍວ່າ(ຖ້າບໍ່ໃສ່ແປງນົວນິ,ແມ່ນແຕ່ງກິນບໍ່ເປັນແມ່ນເບາະ??)
ສຸດທ້າຍຂ້ອຍໄດ້ກິນແຕ່ເສັ້ນ-*-ມີຄ່າເທົ່າກັນ.ກັບມານອນເຈັບເສັ້ນຕໍ່ໄປ.
(((ອັນທີ່ກະອູຢ້ຳໜັກຢ້ຳໜາວ່າບໍ່ຕ້ອງໃສ່ຫຍັງມັນບໍ່ໄດ້ຢູ່ໃນສາຍຕາແມ່ນເບາະ,ເພາະປະກົດວ່າແປງອະນົວຍັງແຊກຊືມຢູ່ໃນຖ້ວຍມີ່ຢູ່ດີ))
((ເຫີ້…ເຫີ້ໆໆໆ….ຊຳຊາແຕ່ເຄື່ອງປຸງຢູ່ຊອງກະປຸກພໍແຮງແລ້ວ)))
ເກີດມາຫາກໍ່ປຸ້ນທ້ອງຍ້ອງວ່າອາຫານມັນລ້ຽນເຂົ້າຂັ້ນໂຄມ້າແນວນີ້ນິເອງ


ໂອ ເປັນຕາອີຕົນ ຫະຫະ ແໜ່ງກໍເອົາປ໋ອງປາໄປນຳຕິລະເທື່ອໜ້າ
ຂ້ອຍກະບໍ່ມັກກິນແປງນົວຄືສະຫາຍໂນແວມເບີ້ແຫລະ
ສັ່ງເຂົ້າປຽກເທື່ອໃດຂ້ອຍຮ້ອງໃສ່ກະເຈົ້າຕລອດວ່າ ບໍ່ໃສ່ແປງນົວເດີ້
( ໃນໃຈກະຄິດວ່າ ຢູ່ນ້ຳຕົ້ມເຂົ້າປຽກຫັ້ນແປງນົວກະເປັນລົດແລ້ວ )
ຂ້ອຍເຮັດວຽກຢູ່ສະຫນາມມາຫລາຍປີ
ຫລັກການລວມ ກໍ່ແມ່ນ ກິນສິ່ງທີ່ຄົນອື່ນກິນໃຫ້ໄດ້
ເຖິງວ່າມັນຍາກ ມັນບໍ່ສະອາດພໍ ມັນບໍ່ຫນ້າກິນ…
ສະບາຍດີ ໂນແວມເບີ້
ມື້ນີ້ວັນເກີດບຸນມີໄດນິ
ຕື່ນແຕ່ເຊົ້າມາໃສ່ບາດ