Archive for » 2009 «
- ມີເງີນກະຍາກ,ບໍ່ມີເງີນກະຍາກ.ໃຜວ່າມີເງີນແລ້ວລະມັນຈະມີຄວາມສຸກ.
ໃຜມັກມີບັນຫາເວລາມີເງີນກັບໂຕແນ່???ຫຶ້- -…ໂຕ???ໂຕຫຍັງ!
(((ຂ້ອຍໝາຍເຖິງ…ມີເງີນແລ້ວບໍ່ຮູ້ຈະເກັບໄວ້ໃສດີຫັນນະ)))
- ຂ້ອຍຜູ້ໜຶ່ງແລະທີ່ມີບັນຫາ????ເພາະວ່າເປັນມະນຸດເງີນເດືອນເດະ(((ອິອິອິ)))
ເລີຍເອົາເງີນເດືອນໄປຝາກໄວ້ກັບທະນາຄານ,ແຕ່ດ້ວຍທີ່ມີປະສົບການ“ເຕົ່າຄານທ/ຄລັດ”
ເລີຍຫັນມາເພິ່ງທ/ຄເອກະຊົນໃກ້ບ້ານ,ທີ່ຄິດວ່າມັນສະດວກວ່ອງໄວ້ແລະບໍ່“ເຕົ່າຄານຄືບ່ອນເກົ່າ”
ດັ່ງນັ້ນໂນເວມເບີຣ໌ຈຶ່ງຫອບເງີນ500.000ກີບໄປເປີດບັນຊີຂອງຕົນເອງ“ຢ່າງພາກພູມໃຈ-*-”
ແຕ່ຝາກໄດ້ບໍ່ດົນ….ກໍ່ຕ້ອງມີອັນຕ້ອງຖອນເງີນໃຫ້ແມ່ຂັ້ນເທບໄປຊື້ວັດຖຸກັກຕຸ່ນໄວ້ຂາຍຊ່ວງປີໃໝ່.
ເປັນອັນວ່າ….ເງີນເຫຼືອແຕ່100.000ກີບ ຮະຮະຮ່ະຮ່ະ
- ຈາກທີ່ມີບັນຫາເລື່ອງລາຍເຊັນໂຕເກົ່າຢູ່ທ/ຕເກົ່າ,ເລີຍເປີດບັນຊີໃຫມ່ຢູ່ທ/ຄໃຫມ່ເປັນແຄ່ຕົວອັກສອນແທນ…
ໂດຍທີ່ບອກພ/ງເພິ່ນໄປວ່າ….(ລາຍເຊັນຂ້ອຍມັນປ່ຽນຕະຫຼອດ,ມັກມີບັນຫາຕອນຖອນ.
ຖ້າຈະເຊັນເປັນຕົວອັກສອນໄດ້ບໍ?)ເພິ່ນວ່າໄດ້,ແລ້ວແຕ່ເຮົາ….
“ເອິ….ໄຄແດ່ສັນ,ບາດນີ້ຊິບໍ່ຕ້ອງກັງວົນຕອບບັນຫາຕອນຖອນເງີນແລ້ວ”
ແຕ່ກະນັ້ນແລະ…..ວ່າ:ຄົນເຮົາມັນບໍ່ງ່າຍຄືກັນໝົດທຸກຄົນ-*-
ມື້ວານເລີຍໄປຖອນເງີນ….ຈັບເຈ້ຍມາຂຽນຊື່,
——->ລະຫັດບ/ຊ,
———————>ຈຳນວນ,
—————————–>ລົງທ້າຍດ້ວຍລາຍເຊັນຕົນເອງ.
———————————————>ສົ່ງເຈ້ຍພ້ອມປື້ມເງີນຝາກໃຫ້ພ/ງ
“ຂ້ອຍຢືນຍິ້ມ….ເງີນໆໆເງີນກະອູກຳລັງຈະໄດ້ແລ້ວ…ເຍ້…”
((((ແຕ່ຜິດຄາດ))))………………ພ/ງປິ້ນໜ້າມາ2ຄັ້ງ,ກວດເຈ້ຍດົນເຕີບ.
ພະນັກງານ:(((((ບັດປະຈຳຕົວແດ່))))).
ໂນເວມເບີຣ໌:ເອະ…????ບັດ????ບັດອິສັງເອື້ອຍ?ຂ້ອຍບໍ່ມີບັດ.ບັດເສຍນະ.
ພະນັກງານ:….ຕ້ອງມີ.ແຕ່ບໍ່ເປັນຫຍັງເທື່ອໜ້າເອົາມາເດີ.
ໂນເວມເບີຣ໌:.…?????ເອື້ອຍ,ເວລາຖອນເງີນຕ້ອງເອົາບັດມາພ້ອມທຸກຄັ້ງຫວາ?
ພະນັກງານ:ບໍ່ເດາະ.ແຕ່ວ່າເຈົ້າເຊັນເປັນຕົວອັກສອນ,ເຈົ້າຕ້ອງໄດ້ເອົາບັດມາ,ເພື່ອກັນປອມແປງ.
ໂນເວມເບີຣ໌:…ໂດຍ.ເພາະວ່າລາຍເຊັນນ້ອງມັນມັກບໍ່ຄືເກົ່າ,ເລີຍເລືອກເຊັນເປັນຕົວອັກສອນຫັນນະ.
“ສາດດດ…ໜີ້ລາຍເຊັນ,ມາເຈິເຊັນເປັນອັກສອນຄິດວ່າຈະງ່າຍ,ສຸດທ້າຍກະມີບັນຫາໜັກກວ່າເກົາເນາະ,ກະອູ-*-”
ເກືອບບໍ່ໄດ້ເງີນຍ້ອນ……………….
- ມື້ນີ້ໄດ້ເງີນເດືອນມາເພິ່ມອີກກະເລີຍຄິດໜັກວ່າ……….ຈະເອົາເງີນໄປຝາກດີບໍ????
ຖ້າເກັບໄວ້ກັບຕົນເອງກະຍ້ານເຮັດເສຍ,ແຕ່ຖ້າໄປຝາກ,ມັນກະຊິຍາກຕອນຖອນ-*-
“ດຽວ5-6ກະຊິໄດ້ເອົາເງີນໄປດື່ມ-ກິນ-ຫຼິ້ນ-ທ່ຽວ”ຫັນນະ.
November59
18:25
……………..((((((((ຄວາມຮັກ)))))))………………
1./ວົນວຽນຢູ່ກັບສິ່ງບາງຄັ້ງຄິດວ່າເຮົາຄືກັບຄົນບ້າ….
ບາງຄັ້ງກໍ່ເສົ້າໃຈວ່າ…ເປັນຫຍັງຫວະ!!!!
ກູຄືບໍ່ຫາໃຜຈັກຄົນເຂົ້າມາຢູ່ກັບຊີວິດຕົນເອງແບບຈິງຈັງແດ່?
ມາຮູ້ສຶກວ່າຕ້ອງການກໍ່ຕອນທີ່ວ່າເຈິສິ່ງທີ່ມັນແບບວ່າ:
((ເອິ…ເວລາບໍ່ສະບາຍ,ຢາກມີໃຜເປັນຫວ່ງຖາມຂ່າວຄາວ))
ແຕ່ພໍຮອດເວລານັ້ນມັນກັບບໍ່ມີຄົນນັ້ນໃຫ້ບອກອີກແລ້ວ?ຕົກລົງກູຄວນຫາໃຜມາບຄົບດີບໍຫວະ?
2./ແຕ່ເຫມືອນວ່າຈິດໃຈແລະຄວາມຮູ້ສຶກຈະຫຼິ້ນຕະຣົກກັບເຮົາ…ເນື່ອງຈາກມີຄົນລົມນຳໄດ້ບໍດົນ
ມັນກະເຊືອກຮັກໆເລີກໆ,ສົງໃສເຮົາມາຫນ້າໂງ່((((ເອິ….ກູເອງກະເປັນແນວນີ້ແລະຫວະ))))…ສຸດທ້າຍກໍ່ຈົບລົງທີ່
–ຕອນທີ່ກູຢາກລົມ..ແມ່ງເຊືອກຫຼິ້ນໂຕ,ຕອນກູຕັດໃຈ…ແມ່ງ,ເຊືອກກັບມາເຮັດດີນຳ–.ລ່າກ່ອນເດີ,ກູເບື່ອມຶງ!!!!!
“ກູເບື່ອພວກຫລໍ່/ງາມ/ລວຍ/ຮຽນເກັ່ງເລືອກໄດ້ເດະ….”….ຮັກກູໃຫ້ມຶງຄືຊິບໍ່ດີພໍເດາະ-*-
((((ສຸດທ້າຍ…ກູຂໍຫາຍເຂົ້າໄປໃນກິບເມກ…ກາຍເປັນພຽງແຄ່ປະຫວັດສາດໄປຊະ!!!!!!))))
3./ຕອນນີ້ກະເລີຍເປັນບ້າໆ…ປ່ວງໆ…ເຫງົາໆ….ຕາມສະໄຕຼ,ໂນເວມເບີຣ໌.
4./ຂ້ອຍອາດຈະເປັນຫນຶ່ງໃນອີກລ້ານຄົນທີ່ພະຍາຍາມຂຽນ
ໄດອະຣີ່ອັບລົງບລ໊ອກຕົນເອງກ່ອນທີ່ປີໃຫມ່ຈະມາຮອດ.
ປີເກົ່າຫມົດໄປປີໃຫມ່ມາ…..ທຸກຢ່າງມັນກໍ່ເປັນ(((ແຄ່ການຈາກລາ)))
ເພື່ອທີ່ການຈາກລາຈະກັບມາຫາເຮົາອີກຄັ້ງຫນຶ່ງ.
…………………….ສຸກສັນກັບປີ2010ເດີ……………………….
November59
17:12
- ເກີດ(ປວງ)ຢາກອັບເດດໄດອະຣີ່ຕອນເດີກໆ…ແຕ່ເສຍດາຍເນັດອ່ອນແອ(ຕາມເຄີຍ)
“ອາການຂອງຄົນບ້າອັບບລ໊ອກ…..ເປັນແນວນີ້ເອງ^ ^” - holiday9-18ກະຈົບໄປພ້ອມກັບການນັ່ງເຊຍຊີເກມ,ກິນເບຍເກືອບທຸກມື້.
“ບໍ່ມີເບຍ…ຄືຊິໄດ້ບໍ່ເຈິກັບໝູ່ແບບຄົບກອງທັບ-*-” - ເວົ້າມາລະເຈັບກະເພາະອີກແລ້ວວວວວວວວວວວວວວວວວວວ“ສຸຂະພາບບໍ່ຮ່າງກາຍ”
ບໍ່ກ້າໄປຫາໝໍ….ຍ້ານໝໍບອກວ່າ(((((ມຶງເປັນໂລກເຫຼົ້າເກີນປະລິມານຮ່າງກາຍ)))))
“ບໍ່ໄດ້ກິນດົນ….ຊ່ວງພັກholidayເລີຍວ່າກິນເຂົ້າໄປແບບທົດແທນຊ່ວງບໍ່ພໍເບຍ. - ເຫັນໄດ້ແຈ້ງໆ…ອາການບົງບອກເລີຍ,ຕອນຍ່າງຈາກບ່ອນຈອດລົດຂຶ້ນຄັນໄດຊື້ປີ້ຫນັງ
ຂ້ອຍເກີດອາການເໜື່ອຍແຮງT.T…ຍ່າງໄປໃສໜ້ອຍໜຶ່ງກໍ່ເໝື່ອຍເອົາແທ້ເອົາຫວາ.
ຍ່າງລົງຈາກຫ້ອງການໄປເອົານ້ຳມາກິນເອງກະຍັງເໝື່ອຍ“ສັດດດດດດ…”
“ຕົກລົງ….ກະອູເປັນໂລກເບຍລົງຕັບຫວາ???ອັນໃດຊິເໝື່ອຍຂະໜາດນັ້ນ” - ອາການຕໍ່ມາແມ່ນຖອກທ້ອງ(ພາຍຫລັງຈາກກິນເບຍທຸກຄັ້ງ),ເປັນໄຂ້,ແລ້ວຕໍ່ດ້ວຍໂລກກະເພາະ…“ຈາກບໍ່ຄ່ອຍມັກເຈັບມັກເປັນຫຍັງ”
ຫາກໍ່ຮູ້….ເຈັບກະເພາະມັນສາຫັດດດດດດດດດດໂຄດ((((ຈະບ້າຕາຍ)))))
“ກັບຈາກຫ້ອງການມານອນຈົນຮອດມື້ໃຫມ່ຕື່ນໄປວຽກຕໍ່…ໄດ້ນອນສົມໃຈບໍ-.-” - ເອົາເປັນວ່າໄດຯຂອງມື້ນີ້ມີແຄ່ນີ້ແລະ….ບໍ່ມີຫຍັງຫຼາຍແຄ່ຄົນບ້າພະລັງ(ຂຽນໄດຯ)p.s ເຖິງວ່າເຕະບານລາວຈະໄດ້ແຄ່ທີ4…ຖືວ່າ(((ເກັ່ງແລ້ວເດະ^.^)))
“ໂນເວມເບີຣ໌ແອນເດີແກ໊ງ…ພາກັນລົງທຶນຊື້ເສືອຊາດລາວຄືກັບຄົນອື່ນໆທີ່”
ບໍ່ວ່າຈະເປັນເຊຍລາວ….ລາວສູ້ໆໆ….ລາວຕ້ອງຊະນະ”ແລ້ວແຕ່ໃຜຈະໃສ່”
ເຫີ້ໆໆໆໆ…ພາກັນໄປຢືນຊື້ປີ້ເຕະບານແຕ່ເຊົ້າ,ສຸດທ້າຍກະໄດ້ຄົບກັນ33ໃບ.
“ເຊຍສຸດໃຈ….ສຸດທ້າຍລາວເສຍສິງກະໂປ1-3″”ບໍ່ເປັນຫຍັງ…ບານແພ້ແຕ່ຄົນບໍ່ແພ້-..-”
November59
23:00
ຜ່ານຜົ້ນໄປໄວສະເຫຼືອກ່ອນກັບຄຳວ່າ(((ໂນເວມເບີຣ໌)))…ເດືອນຂອງຂ້ອຍ.
ເຊິ່ງຄຳຄືນນີ້ກໍ່ເປັນຄືນສຸດທ້າຍກ່ອນທີ່ມື້ອື່ນຈະກາຍເປັນເດືອນທັນວາໄປແລ້ວ.
ໃສໆໄດອະຣີ່ນີ້ຍັງເປັນຂອງເດືອນພະຈິກຢູ່ດີ…ຖືສະວ່າໄດຯນີ້ເປັນໄດຯສົ່ງທ້າຍເດືອນສິບເອັດກໍ່ແລ້ວກັນ.
ເກີດເຫດການຫຼາຍຢ່າງທີ່ຂ້ອຍມ່ວນແລະໜ່າຍໄປໃນໂຕ“ເຊິ່ງກໍ່ບໍ່ໄດ້ແຕກຕ່າງຫຍັງຈາກເດືອນໆອື່ນ”
ຕ່າງບ່ອນວ່າມັນເປັນເດືອນຂອງຂ້ອຍ“!!!!…(ເອິ…ໃຜຖາມຫວະ?ບອກຢູ່ໄດ,ແປກ!!!!!!)
I)…6-8/11/09…ໃນເມື່ອມະນຸດເງີນເດືອນ(ຈຳເປັນ)ຕ້ອງອອກເດີ່ນທາງໄປສະຫວັນແບບງານເຂົ້າດ່ວນ!!!!!
“ງານຈົບລົງດ້ວຍ…ຜົນງານແບບມົ້ວໆ….ເປັນການເປີດໂຕແລະຝັ່ງໂຕເອງໄປໃນຕົວ-*-”
II)…9/11/09ວັນເກີດຂອງພະນະທ່ານໂນເວມເບີຣ໌-ເລີບ.ໄດ້ຮັບຂໍ້ຄວາມ(((ກະຫນຳຊຳເມິເຊວ)))ຂາດສາຍ.
ໄດ້ແຕ່ຕອບກັບໄປວ່າ(((ຂອບໃຈເດີໝູ່))))ໃນຄວາມເປັນຈິ່ງເກືອບຈະບໍ່ມີງານວັນກົງວັນເກີດເລີຍໃນສະໝອງ!
“ມື້ວານນີ້ກະອູນັ່ງລົດເມເກືອບ8ຊົ່ວໂມງ,ສົ້ນດານກົ້ນຊາ”,ບອກກັບໂຕເອງວ່າ:ວັນເກີດກໍ່ວັນເກີດ,ຊ່າງຫົວມັນເທາະ,
ກູຈະນອນຫຼັງກັບຈາກຫ້ອງການ!!!!!ກູຈະນອນ-*-
ແລະແລ້ວ……….Work In, job inກໍ່ເຂົ້າຕອນທີ່ຂ້ອຍກຳລັງຈະກັບບ້ານ….ຕິ້ດໆໆ..ຕິ໋ດໆໆໆ…
ໝູ່ຂ້ອຍ: ພວກກູຊິໄປກິນວັນເກີດມຶງເດີ,ເລິກການລະຊິໄປເລີຍ!!!!
ໂນເວມເບີຣ໌:ວັນເກີດ???ເອະ…ກູບໍ່ໄດ້ເຮັດນະ?ມາຫຍັງ?ບອກໄວ້ກ່ອນວ່າບ້ານກູບໍ່ມີຫຍັງໃດ.
ໝູ່ຂ້ອຍ:ໂອ໋ຍ…ບໍ່ເປັນຫຍັງ,ຈັງໃດກະຊິໄປກິນເບຍ,ຫ່າມຶງ…ວັນເກີດທັງທີ່,ໝູ່ຢາກເຈິກັນເດະ.
ໂນເວມເບີຣ໌:ຕົກລົງຈັງໃດຊູກະຊິມາມັນຄືເຫດຜົນແມ່ນເບາະ-*-
“”ເລີຍເປັນທີ່ມາຂອງວັນເກີດ,ເຊິ່ງThemeຂອງງານວັນນັ້ນແມ່ນປິ້ງເອນກັບເບຍລາວ”"
III/…11-17/11/…09ຕາມຫາGalileo @Xekong…
ເປັນການເດີ່ນທາງທີ່ໄກສຸດຂອງມະນຸດເງີນເດືອນຢ່າງຂ້ອຍ-*-ແລະຖືວ່າມ່ວນໆດີ.
ຄົນເຮົາມັກບັນຫາ,ແລະບັນຫາກໍ່ສອນໃຫ້ເຮົາເຂັ້ມແຂງ:ສອນໃຫ້ເຮົາຮູ້ວ່າ:((ຈະບໍ່ມີຄັ້ງຕໍ່ໄປອີກແລ້ວ-.-))
ເຫດການເກີດຂື້ນຕອນກຳລັງຈະເຂົ້າຮອດທ່າແຂກ…..ຢູ່ດີໆກໍ່ມີສຽງໜຶ່ງລອຍເຂົ້າມາຫາຂ້ອຍວ່າ:
ຫົວໜ້າ:ເລັກ,ກ້ອງ ການົງ“Canon XL2″ຢູ່ໃສ,ເອົາມາກວດດຸ?
ໂນເວມເບີຣ໌: ….ຫຶ່???….ການົງ,ກາເນິອິສັງ???
“ອາວ…ບໍ່ໄດ້ເອົາມາແລະ,ຄິດວ່າອາຈານເປັນຄົນເອົາກັບບ້ານນຳມື້ວານ,ຄິດວ່າອາຈານຊິເອົາມາຕອນໄປແວ່ຮັບ”
ເນື່ອງຈາກກ່ອນຈະອອກມາ,ຂ້ອຍເປັນຄົນເກັບອຸປະກອນສາຍໄຟ້າຂື້ນລົດ,ຍົກເວັ້ນກ້ອງ55“ຕ່າງຄົນຕ່າງຄິດວ່າອີກຝ່າຍຖືມາ”.
ຫົວໜ້າ:ອາວວວວວວວວວວ…..ງານເຂົ້າພະເຈົ້າແຊກພະແນກມີເດຍ,ລະເບາະບາດນິ-*-
“ດີທີ່ສາມາດຝາກລົດເມເຊກອງມາໄດ້ໃນມື້ຕໍ່ມາ…ເຫີໆໆ…ເກືອບໂນເວມເບີຣ໌ຫົວຂາດແລ້ວລະເບາະT.T”
>>ຖືວ່າໂຊກດີແລ້ວທີ່ການຜິດພາດຄັ້ງນີ້ຈະເປັນການເຕືອນ…ຄັ້ງໜ້າຂ້ອຍຈະບໍ່ລືມເລື່ອງກ້ອງອີກ.
>>ຖ້າຂ້ອຍບໍ່ລືມເທື່ອນີ້,ແລ້ວໄປລືມໃນຕອນໄປເຮັດງານລະດັບໃຫຍ່((ພະແນກຂ້ອຍດັບສູນແທ້ໆ)).
IV/…21/11/09….ງານWIG Braza
ອີກງານໜຶ່ງທີ່ຂ້ອຍສາຍດຽວ!!!ໄປຖ່າຍວີດີໂອເກັບພາບງານໃນພວກກຸ່ມຊາວບ້ານຂອງສູນທີ່ຂ້ອຍເຮັດວຽກນຳ.
“ທຸກຢ່າງພ້ອມ,ກ້ອງພ້ອມ,ກະແຊັກພ້ອມ,ຂາຕັ້ງກອງພ້ອມ”ຕາມທີ່ກຽມໄວ້ຕັ້ງແຕ່ມື້ວານມາຢ່າງຈົບເຈື່ອ*-*/
“ບໍ່ພ້ອມແຕ່ເຮົາເອງຫັນແລະ,ຍ້ອນບໍ່ເຄີຍຈັບກອງໄປຖ່າຍງານໃສ່ຈັກເທື່ອ*-*ກະອູຈະຖ່າຍອອກມາໄດ້ບໍນໍO.0″
ຫຼັງຈາກທີ່ສຳເລັດພາລະກິດ….ໂອ໊,ຈັງແມ່ນກະອູໂລ່ງໃຈ!!!!!ເຍ້,ສຳພາດແລ້ວ,ເກັບພາບແລ້ວ.
ພາຍຫຼັງທີ່Captureຂໍ້ມູນລົງຄອມເພື່ອຈະຕັດຕໍ່…ພາບໄດ້,ສີໄດ້,ສຳພາດໄດ້ຯ.
ແຕ່ແລ້ວ…..ແຕ່ແລ້ວບຸນມີຕ້ອງມີກຳບັງ((ເໝືອນເປັນຂອງທຳມະຊາດໄປເສຍແລ້ວ))
ເພາະ……..ເພາະກ້ອງເຈົ້າກຳມັນເກີດຍາກໃຫ້ຊີວິດຂ້ອຍໂຣຍໄປດ້ວຍອຸປະສັກ-*-
ແຕ່ແລ້ວ….ແຕ່ແລ້ວບຸນມີຕ້ອງຄູ່ກັບກຳບັງ((ພາບຜ່ານ,ສີໄດ້,ສຳພາດໄດ້…ແຕ່ສຽງບໍ່ມີ!!!!ແສດດດດ))
……………ຜ່ານການສັນນິສູດຈາກຫົວໜ້າວ່າ:ມັນເປັນຍ້ອນໄມຕໍ່ໃສ່ກ້ອງ-*-ແສດດດອີກຮອບ
ເລີຍໄດ້ນັດຊາວບ້ານຄົນໜຶ່ງມາສຳພາດຢູ່ສູນໃໝ່,ແຕ່ຄົນອື່ນທີ່ສຳພາດມາແມ່ນບໍ່ໄດ້ເຂົ້າກ້ອງໄປຕ່າງປະເທດ.
“ຂໍໂທດທີ….ກ້ອງເປັນເຫດ55555″
ຈົບການລາຍງານ………
November59
21:30
ໄດ້ຈັບຄອມພິວເຕີອີກຄັ້ງ….ບໍ່ໄດ້ໃຊ້ຄອມຢູ່ບ້ານຕັ້ງດົນ,ຈົນເກືອບແມງມຸມສ້າງອານາຈັກໄປຮອດດາວອັງຄານແລ້ວຕິດເບາະ!
ຢາກອັບໄດອະຣີ່ລົງຕັ້ງດົນ,ແຕ່ກໍ່ນັ້ນແລະ(ໄດ້ແຕ່ຄິດຕາມເຄີຍ)ເນັດບໍ່ອຳນວຍ,ເນັດເຂົ້າບໍ່ໄດ້.ເນັດໆ!!!!ເນັດທໍລະມານຈິດໃຈ.
ແຕ່ແປກຢູ່ດີໆເນັດມືຖືກໍ່ເຂົ້າໄດ້,ເລີຍເປັນທີ່ມາຂອງໄດອະຣີ່ຄືນນີ້.ໄດອະຣີ່ທີ່ເກີດຈາກຄວາມຢາກຂຽນໄດຯ
ບໍ່ຮູ້ຈະອັບມັນເລື່ອງໃດດີ….(ເອົາແລ້ວເບາະ,ມາມຸກຄວາຍອີກແລ້ວເຮົາອິອິອິ)ໄດອະຣີ່ຈັບປູໃສ່ດົ້ງ!!!!
ເຄີຍເປັນເບາະ“ຖ້າເຄີຍງຶກຫົວ,ຖ້າບໍ່ກະແລ້ວແຕ່555ເວົ້າຫລິ້ນ”ຕອນທີ່ເຮົາຄິດຢາກເຮັດສິ່ງໃດສິ່ງຫນຶ່ງ.
ເຮັດເລື່ອງໃດເລື່ອງໜຶ່ງ,ຜູກພັນກະເຫດການໃດເຫດການໜຶ່ງໃນຊ່ວງເວລາສັ້ນໆ…ແຕ່ພໍເຮົາມາຢູ່ກັບ
ປະຈຸບັນແລ້ວ.ສິ່ງທີ່ເຮົາເຄີຍກະທຳມາ,ເວົ້າມາ,ຕ້ອງການມາທັງໝົດ.ກັບກົງກັນຂ້າມກັບການກະທຳດຽວນິ.
ຈາກທີ່ເມື່ອກ່ອນ………………..
1.ຄິດວ່າຂ້ອຍມັກອັນນີ້ແລະ “ປະຈຸບັນ….ເອະ,ກູບ້າເຄື່ອງພວກນິໄດ້ແນວໃດຫວະ!ຄວາມມັກໄປໃສໝົດ?”
2.ຈະເອົາມັນມາໃຫ້ໄດ້….ມີຄວາມສຸກເວີ້ຍ,ສົນໃຈແຕ່ເລື່ອງດຽວ.
“ແຕ່ກ່ອນມັກເລື່ອງຫຸ້ນ,ຢາກສຶກສາເລີຍຊື້ປື້ມມາອ່ານຫລາຍຫົວ,ບາງຫົວສັ່ງຈາກເນັດ,ບາງຫົວກ໊ອບປີ້ຈາກເນັດ
ຂໍ້ມູນດາວໂຫລດມາເປັນfolderຢູ່ໃນຄອມກໍ່ຫລາຍ.ແຕ່ພໍຈົບມາມີວຽກສິ່ງທີ່ຄິດວ່າຈັງໃດກູກະຊິອ່ານມັນໃຫ້ຈົບ
ກັບບໍ່ໄດ້ອ່ານມັນເລີຍ,ຄວາມກະຕືລືລົ້ນທີ່ຢາກເອົາຊະນະເລື່ອງໂຕເລກຫຸ້ນເກືອບບໍ່ໄດ້ຢູ່ໃນສະຫມອງເລີຍດຽວນິ”
—>ແນວນິເນາະຄົນເຮົາ…ເມື່ອບໍ່ມີສິ່ງຜູກພັນ,ຄົນເຮົາກໍ່ຈະປ່ອຍປະລະເລີຍລືມແບບງ່າຍໆ-*-
3.ດຽວກູເກັບເງີນໄດ້ມື້ໃດ…ເປັນຂອງກູແນ່ນອນແລ້ວ.
ຕອນທີ່ຍັງບໍ່ມີເງີນ“ຫາເງີນເອງບໍ່ເປັນກໍ່ແມ່ນ”,ຄວາມຄິດຢາກໄດ້ເຄື່ອງ,ຢາກຊື້ໄປຫມົດທຸກຢ່າງ.
ສອງຄຳນີ້ມັນຄືຈະຢາກໃນຈິດໃຕ້ສຳນຶກຂອງຄົນເຮົາເກືອບທຸກໆຄົນກໍແມ່ນ.
ຄົນເຮົາຕອນທີ່ຢາກໄດ້ຫຍັງ,ມັກຈະສົນໃຈແລະຈະຊອກຫາຂໍ້ມູນຫຼືເບິ່ງຮູບພາບ“ແທນກໍ່ຍັງດີ”
ແຕ່ພໍເກັບເງີນໄດ້ຄົບພໍທີ່ຈະຊື້ແລ້ວ,ກັບຕັດສິນໃຈບໍ່ຖືກ.ດີບໍ່ດີ….ຮອດຍາມແລ້ວບໍ່ຊື້ມັນຊ້ຳ.
“ເອະ…ກູຈະຊື້ດີບໍຫວະ????”,”ເອະ..ໂຕນັ້ນກໍ່ງາມດີໃດ,ຫຼືໂຕນີ້ດີຫວະ?”
ຄວາມຢາກນະເວລາທີ່ຍັງບໍ່ຊື້ແລະຄວາມຢາກນະເວລາທີ່ຈະຊື້ມັນຕ່າງກັນ-*-
ເລີຍເປັນທີ່ມາຂອງການ“ແມ່ນກູກຳລັງຄິດຍັງຢູ່?????”,”ຕອນຢາກໄດ້ກະຈົນລົມເກືອບຈັບ”
“ແຕ່ພໍຊິຊື້”ຫຼື”ຊື້ມາແລ້ວ”ຄວາມຮູ້ສຶກຢາກມັນເບິ່ງຄືແຕກຕ່າງກັນແທ້.ຂອງທີ່ຢາກໄດ້ຕັ້ງດົນ,
ພໍເວລາຊື້ມາແລ້ວຄວາມບ້າຂອງໃຫມ່ກັບເລີມຈືດຈາງລົງໄປ“ຕົກລົງ…ກູເປັນພວກບໍ່ພໍຫຼືພໍດີເກີນເຫດ!!!!!!!”
ຈົບ…………….ໄວ້ເທົ່ານີ້ແລະ.ເກັບໄປຄິດເອົາກໍ່ແລ້ວກັນວ່າຕົນເອງເປັນພວກແນວໃດ?
ສຸດທ້າຍໄດອະຣີ່ຕອນນີ້ກໍ່ຈົບດ້ວຍອາລົມ“ສຳເລັດແລ້ວ….ກູໄດ້ຂຽນໄດອະຣີ່ສົມໃຈລະ*-*/”
November59
23:15
- ບໍ່ໄດ້ເຂົ້າເນັດດົນແລ້ວ….ນັບຕັ້ງແຕ່ອັບໄດລະຣີ່ເລື່ອງຜ່ານມາ.
ເພາະວ່າຫຍຸ້ງໆກັບວຽກ“ບັນຫາຫຼັກ…ທີ່ຈິ່ງເນັດຢູ່ບ້ານເຂົ້າບໍ່ໄດ້ຫັນນະ”
ຫາກໍ່ກັບມາຈາກທາງໃຕ້ຂອງປະເທດລາວເຮົາມື້ຄືນວານນີ້……………………….
- ເດືອນນີ້ວຽກໃຫ້ໄດ້ແພກເຄື່ອງນຸ່ງໄປຕ່າງແຂວງເຖິງ2ຄັ້ງ*-*/ວູ້…..ມ່ວນແຮງ.
ງານແຣກຂອງເດືອນນີ້ແມ່ນການໄປເປັນມືກ້ອງ“ຈຳເປັນ”ຄອນເສີດຢູ່ສະຫວັນນະເຂດ.
“ເປັນງານແຣກແລະງານສຸດທ້າຍກໍ່ແມ່ນຮ່ະຮ໋ະຮ່ະຝີມືຖ່າຍພາບໄດ້ອົດສູພິລຶກ”5555
ພາຍຫຼັງຈາກໄປເຮັດວຽກນອກສະຖານທີ່ຢູ່ສະຫວັນນະເຂດກັບມາກໍ່ແມ່ນວັນເກີດຂ້ອຍເອງ
ແຕ່ກໍ່ບໍ່ມີຫຍັງຫຼາຍເດາະ,ແຄ່ຫມູ່ມາກິນຫຍັງໜ້ອຍໜຶ່ງແລ້ວກໍ່ເປົ່າເຄັກ“ຫມູ່”ຊື້ມານັ້ນເອງ.
“ເພາະກິນແບບບໍ່ຕັ້ງໃຈ,ມີພຽງເບຍແລະຊື້ປີ້ງເອນຂ້າງເດີ່ນມາກິນກັນຢູ່ບ້ານຂ້ອຍຮ່ະຮ່ະຮ່ະ”
ແປກ…ປີນີ້ມີໝູ່ມາບ້ານຫຼາຍເກີນຄາດ,ແອບມີງົງໆໆຢູ່ວ່າ(ເອະ…ກູມີຫມູ່ຫຼາຍປານນິພຸ້ນຫວາ?))
ການສະຫຼອງຈົບລົງທີ່ເຈົ້າຂອງວັນເກີດເມົາຕາມເຄີຍ -*- ຕື່ນມາກະຕ້ອງໄປເຮັດວຽກອີກ“ຄັກຫຼາຍ”
“ລາກສັງຂານເນົ່າໆໄປວຽກແບບມະນຸດເງີນເດືອນໄຣ້ຫົວໃຈໃຫ້ຄົນອ້ອມຂ້າງ-*-”
- ແລ້ວ2ມື້ຕໍ່ມາກໍ່ຕ້ອງຫອບເຄື່ອງໄປເຊກອງອີກ6ຄືນ7ມື້“ເຄື່ອງເກົ່າຍັງບໍ່ທັນເກັບອອກຈາກກະເປົ່າຊຳ”
ເລີຍເອົາເປັນວ່າ….ຊ່າງຫົວເຮົາເທາະ,ເອົາເຄື່ອງໃຫມ່ຍັດເຂົ້າອີກກັບເຄື່ອງເກົ່ານີ້ແລະຫວະ,ໃສ່ໄປບໍ່ມີໃຜຮູ້ເດາະ
ອິອິອິອິອາກາດໜາວແບບນັ້ນບໍ່ມີໃຜເໝັ້ນເຮົາເດາະກ໊າກໆໆກ໊າກຯຯ“ແນວມັນວຽກດ່ວນເດະ”ຮ່ະຮ່ະ
ເອົາເປັນວ່າໄວ້ເລົ່າເລື່ອງໄປເຊກອງໃນໄດອະຣີ່ຕໍ່ໄປດີກວ່າ,ເພາະວ່າຍາວວວວວ,ຕ້ອງໄດ້ຄ່ອຍໆພີມ.
ມີເລື່ອງໃຫ້ປະທັບໃຈຕັ້ງຫລາຍຢ່າງເລີຍ…ວູ້ຯຯຯຯຄິດຮອດເຊກອງເດະ.
November59
21:45
ຊ່າງເປັນມື້ທີ່ບໍ່ໜ້າປະທັບໃຈເອົາເສຍເລີຍ,ທັງທີ່ເດືອນນີ້ແມ່ນMy month,November.
ກັບກາຍເປັນການຕອນຮັບຕົ້ນເດືອນແບບ…ອຶດອັດ…ກືນແບບຍາກໆ…ຄາຍແບບລຳບາກ.
ທັງທີ່ມື້ນີ້ເປັນມື້ແຣກໃນການເລີ່ມຕົ້ນເດືອນໃໝ່ຂອງການເຮັດວຽກ”ເຂົ້າເດືອນທີ2″
ມື້ນີ້ເຊັ່ນເຄີຍໄປເຮັດວຽກຊ້າຕາມເຄີຍ,ມື້ນີ້ອາກາດກໍ່ເລີ່ມຕົ້ນດຽວຄຳວ່າ“ເຢັນໂຄດໆ”
ຮູ້ສຶກບໍ່ສະບາຍ,ສະໝອງຄິດຫຍັງບໍ່ອອກ,ສຽງແຫບ,ເປັນຫວັດ“ຍ້ອນຂີ້ຝຸ່ນໄອເຕກ-..-”
“ຫຼືອາດເກີດຈາກຂອງມືນເມົາທີ່ດື່ມເຂົ້າໄປກ່ອນໜ້ານີ້”ອາດເປັນໄປໄດ້ໝົດ2ຢ່າງ.
ປວດກ້ານຄໍປານວ່າຂ້ອຍກຳລັງແບບໃຜໄວ້ຢູ່ເທິງບ່າກະບໍ່ປານ-.-“ຫຼືວ່າຜີເລື່ອງshutter???”
ອາການມື້ນີ້ເລີຍເປັນອຶ່ງຊື່ງ…ປ່ອຍຣອຍໆປ່ອຍຣອຍຯ…ເບື່ອແບບບອກບໍ່ຖືກ.
- ກັບມາບ້ານ…ຄິດອອກວ່າຕ້ອງໄດ້ໄປເອົາຊີມໂທລະສັບທີ່ຂ້ອຍເອົາໂທລະສັບໄປປົດລ້ອກຢູ່ຮ້ານxາວໂມບາຍຕູດ.
ຕອນເຊົ້າວັນສຸກ.“ຫ່າ…ສັດສັນດານມັນລືມເອົາຊີມໃສ່ໃຫ້ຄືນພາຍຫຼັງທີ່ແປງແລ້ວ”
ມື້ນັ້ນໂທໄປຖາມແລ້ວມັນວ່າອອກມາເອົາໂລດດຽວກັບໄວ້ໃຫ້“ສັດ…ມື້ນີ້ໄປພັດປິ້ນລີ້ນໃສ່ກູ!!!!”ໂນເວມເບີຣ໌ : ເອື່ອຍຂ້ອຍມາເອົາຊີມໂທລະສັບ,ທີ່ຂ້ອຍເອົາໂທລະສັບມາປົດລ້ອກ.
ເຈ້ລືມ:ໃສ່ບີນ…..ທີ່ເອົາມາແປງ.
ໂນເວມເບີຣ໌ : ??????? ບີນ!!!! “ຫື່….ຕອນກູໂທມາມຶງຢູ່ບອກວ່າມາເອົາໂລດ”ສັດດດດດດດ
ແລ້ວກູຈະເອົາໃສມາໃຫ້ຫວະ,ບີນນັ້ນກັບໝ່ວຍໂທລະສັບກະຢູ່ກັບອ້າຍຫ້ອງການ.
ເຈ້ລືມ:ຈັງໃດກະບໍ່ໄດ້,ຕ້ອງເອົາບີນມາ“ອາລົມໜ້າກູບໍ່ຢາກລົມນຳລູກຄ້າ”.
ໂນເວມເບີຣ໌ : ອ່າວ…ແຄ່ເອົາຊີມສີແດງ”ຂອງຕ່າງປະເທດມັນເປັນເລື່ອງຍາກປານນັ້ນພຸ້ນຫວະ?”
“ອິຫານ….ຕາກແດດ,ມຶງຄືມາສົ້ນຕີນອິສັງຕອນນີ້ຫວະ!!!!!”ແຄ່ຊີມມັນຊິເປັນບັນຫາອັນຕະລາຍ???
ເຈລືມ : ເຈົ້າເອົາມາແປງນຳໃຜຊັນນະ?”ສີໜ້າມັນບູດໂຄດຯຯ”
ໂນເວມເບີຣ໌ : ອ່າວ…ຕັບມັດ“ກູກະເອົາມາແປງກັບມຶງຫັນລະ,ອິສັດ”
ແມ້….ທີ່ຕອນກູຖາມເທົ່າໃດ?ເຈົ້າຍັງວ່າ400ບາດ.ບີນຫົວປອດມຶງກະຈົດໃຫ້ກູເອງ.
ເຈ້ລືມ: ບໍ່ໄດ້ຈັງໃດກໍ່ບໍ່ໄດ້.
ໂນເວມເບີຣ໌ : …….. ສັດດດດດດດດດດດດດດດດດດດດດດດດດດດດດດ.
“ເອິຫວະ…ດຽວກູໄປເອົາບີນມາມື້ໜ້າກໍ່ໄດ້,ແລ້ວກໍ່ຊິດ່າຂຶ້ນເຈັບບບບບບບບ”
- ເລື່ອງຂອງເລື່ອງ…ການທີ່ເຮົາຈະເອົາແຄ່ຊີມກາດໂທລະສັບມັນຍາກປານນັ້ນພົ້ນຫວະ!
ແລ້ວອັນທີ່ຊີມທີ່ບອກໄປວ່າເປັນສີແດງ,ຊີມແຄນນາດາ
“ຖ້າຍ້ານຂ້ອຍຕົວະ,ມຶງກະກວດບີນສຳຣອງ.ເອົາເບີໂທກູໄວ້ກໍ່ໄດ້ຕົວະ?”ອັນໃດຊິຍ້ານກູຕົວະປານນັ້ນ.
“ບໍ່ວ່າມື້ນັ້ນຮ້ານມຶງຊິມີຄົນມາປົດລ້ອກໂທລະສັບມີປະເທດແຄນນະດາຈົນຍ້ານມັນຊິຫລົງກັນ?”
ແລະທີ່ຂ້ອຍປວດດຕັບສຸດຍອດ….ກໍ່ຄືມັນຖາມວ່າ:ເຈົ້າເອົາມາແປງນຳໃຜ?????“ເລີຍໄດ້ສາຍາ ((ເຈ້ລືມ))“
ຫື່….ຊ່າງວ່າ??ຊ່າງຖາມມາໄດ້.ໃດສັນນະມັນເຊືອກອອກບີນບອກກູວ່າ400ບາດ..ໃຫ້ກູຖ້າບັກດົນໆແລ້ວຍ່າງອອກມາວ່າ,
ນ້ອງອັບພາສາໄທບໍ,ເພີ່ມອີກ200ບາດ“ສັດ…ກູບໍ່ຢາກໄດ້,ປົດລ້ອກຊື່ໆກະພໍແລ້ວ”.
ແລະອັນຕຳແໜ່ງທີ່ຮັບໜ່ວຍໂທລະສັບທີ່ລູກຄ້າມາສ້ອມແປງກະມີແຕ່ມັນຄົນດຽວເປັນຜູ້ຮັບ.
ແລະກໍ່ມີມັນຜູ້ດຽວເປັນຜູ້ຂຽນບີນກວດສະພາບພາຍນອກກ່ອນທີ່ໂທລະສັບຈະຖືກສົ່ງຕໍ່ໄປຫາພ/ງສ້ອມເຄື່ອງ.
- ອີກບັນຫາໜຶ່ງທີ່ເຈິກໍ່ຄືເວລາໂທລະສັບໄປຖາມຊື່ໂທລະສັບ,ມັນມັກຈະວ່າໝົດແລ້ວຕ້ອງໄດ້ຈອງຫຼືລໍຖ້າອີກເປັນທິດ,
ແລະພໍຈະໄປຊື້ມັນມັກວ່າ:((((ລາຄາໂທລະສັບພີມຜິດ))))(((ໃຜໆກໍ່ວ່າ….ບໍ່ແມ່ນມຶງຕົວະໃຫ້ກູມາຮ້ານຫວະ))))
ເຈັບບບບບບບບບຕັບບບບຢ່າງແຮງ,ເບື່ອພ/ງສະແດງຄວາມໂງ່ອອກມາແບບກະຕ່າຍຂາດຽວແນວນິເດະ.
ເທື່ອນີ້ເປັນຄັ້ງສຸດທ້າຍທີ່ຂ້ອຍຈະໄປຢ້ຽບຮ້ານXາວໂມບາຍຕູດ“ຫ່ວຍແຕກ”
.
- ໂອ໊…ມາຍກອດ໌“ສະຫວັນເຫັນໆ”….ຂ້ອຍອັບເດດໄດອະຣີ່ຣຽນຕິດອີກຄັ້ງໜຶ່ງແລ້ວ,ໂນເວມເບີຣ໌.
ຄວາມຈິ່ງຄິດວ່າໄດອະຣີ່ໂຕນີ້ຈະອັບເດດມື້ອື່ນ”ຕາມຫົວຂໍ້ທີ່ຕັ້ງໄວ້“ແຕ່ຍ້ອນມື້ອື່ນມີພາລະກິດ”ທາງບ້ານ”.
ຍ້ານບໍ່ມີເວລາຂຽນ,ເລີຍເອົາເປັນວ່າອັບມັນຊະມື້ນີ້ເລີຍຊິເປັນຫຍັງ?”ຕອນຄ່ຳຊິອອກໄປເມົາຢູ່ໄອເຕກກ່ອນ”
- ມື້ນີ້ໂຄດດີເລີຍ…ໄດ້ເຮັດວຮກແຕ່ເຄິ່ງມື້,ເລີຍມີເວລາກັບມານັ່ງຂຽນໄດອະຣີ່ຢູ່ບ້ານ.
ແລະໂຊກດີທີ່ມື້ອື່ນຂ້ອຍບໍ່ໄດ້ໄປຄອນເສີດ(((ລົດຈັກຈີນ))ທີ່ມີພວກນັກຮ້ອງອິນດີ້ຂຶ້ນເຕັມເວທີ.
ເພາະເພິ່ນເອົາແຕ່ຊ່າງກ້ອງ“ຫົວໜ້າ2ຄົນ”ໄປເທົ່ານັ້ນ ຮ່ະ ຮ໋ະ ຮ່ະ ຮ໋ະ ຂ້ອຍເລີຍມີເວລາພັກຜ່ອນມື້ວັນຢຸດ.
“ເຖິງຊິບໍ່ໄດ້ໄປ…ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍຊິໄດ້ຢູ່ລາໆ,ເພາະຫຼັງຈາກຄອນເສີດປຸ໋ບ”
“ມ້ວນກະແຊດຖ່າຍທຳຕ້ອງຖືກພະລາດສະຖານມາຂ້ອຍຕັດຕໍ່-..-”
ຂ້ອຍເປັນ1ໃນທີມງານຕັດຕໍ່ພາບຄອນເສີດນັ້ນຢູ່ດີ….ຖືວ່າບໍ່ງ່າຍເລີຍຊົ່ວເຮົາຈະເອົາພາບນັກຮ້ອງເຖິງເວທີມາຕັດຕໍ່ກັນ”
“ກໍ່ເພາະຂະນ້ອຍຫາກໍ່ຮູ້ວິທີຂັ້ນຕອນການຕັດຕໍ່ນັ້ນເອງ ຮ່ະຮ໋ະ”
- ຄອນເສີດທຳອິດແລະລ່າສຸດທີ່ຕັດມາແມ່ນ“ຄອນເສີດຄາຍອິນດີ້ທິໂກ້ ນະ ສະຫວັນເວກັດສ໌”
ໂອ໊…ໂຫ໊ໆໆໆ…ປະຕິໂຖ,ບໍ່ແມ່ນຂອງຕົດໆຊິໄດ້ເອົາມາໃຫ້ກັນດົມເລີຍ.ຂ້ອຍຈົນເກືອບວ່າລາຍຕາຄ່າສະໝອງ.
ເກີດມາຫາກໍ່ເຄີຍໃຊ້ສາຍຕາ2ຂ້າງໄປກັບພາບຈໍ4ອັນໃນຄອມໜ່ວຍດຽວໄປພ້ອມໆກັນ@_@“ແລ້ວເລື່ອງມັນກໍ່ເກີດຂື້ນຈົນໄດ້”
ເມື່ອຂ້ອຍບໍ່ສາມາດຕັດພາບປ່ຽນມູມພາບໄປຕາມຈັງຫວະນັກຮ້ອງໄດ້ຮ່ະຮ໋ະຮ່ະຄິດມາແລ້ວຢາກຫົວ.
ແຕ່ສຸດທ້າຍມັນກໍ່ແລ້ວຢູ່ດີ((ໄດ້ການອາໃສຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານທັງ3ທ່ານ))ຮ່ະຮ໋ະ
ພໍແລ້ວປຸບ…ອາການລາຍຕາກໍ່ກາຍມາເປັນຄວາມມ່ວນແລະຄວາມດີໃຈ“ເອິ…ສິ້ນສຸດກັນແດ່”
ໜຶ່ງເດືອນທີ່ໄດ້ເຫັນເບື້ອງຫຼັງໂຄສະນາຊິ້ນ1ວ່າມັນຍາກຊຳໃດ“ຄວາມອົດທົນຢູ່ໃສຄວາມອົດທົນກະຢູ່ຫັນ”
ໜຶ່ງເດືອນທີ່ໄດ້ເປັນເດັກກອງຖ່າຍກັບໂຄສະນາທັງ5ອັນຖືວ່າເປັນອິສັງທີ່ຄຸ້ມຄ່າແລ້ວ
“ວຽກແບບນີ້ຖ້າບໍ່ແທ້ໆບໍ່ມີໃຜຢາກສອນໃຫ້ກັນເດາະ,ຖືວ່າຂ້ອຍບັງເອີ້ນຟຣຸກຊື່ໆ”.
1.ເອມວີເພງ ເຈ້ຍ ປາຊິຟິກ.
2.ເອມວີເພງ ກຳລັງໃຈຂ້າງໆ ຂອງ ໝອນ
3.ໂຄສະນາ ແປບຊີ”ກຳລັງຈະອອກໄວໆນີ້”
4.ໂຄສະນາ ເອມໂຟນ”ກຳລັງຈະອອກໄວໆນີ້ເຊັ່ນດຽວ”
5.ຟີມ”ຟັນໄກ” ໂຄງການການສຶກສາຂອງນັກຮຽນແລະອາຈານ.

- ຊິເວົ້າໄປແລ້ວ1ເດືອນທີ່ໄດ້ເປັນມະນຸດເງີນເດືອນ,1ເດືອນທີ່ໄດ້ເຮັດວຽກແນວນີ້ຖືວ່າມ່ວນແບບກົງກັນຂ້າມກັບພ/ງບັນຊີເລີຍ.
1ເດືອນທີ່ຂ້ອຍຕ້ອງໄດ້ເລີ່ມທຳຄວາມເຂົ້າໃຈກັບດ້ານມີເດຍ“ເປັນອິສັງທີ່ຂ້ອຍກຳລັງພະຍາຍາມຕໍ່ໄປ”
“ແລະເຖິງຄົນອ້ອມຂ້າງຈະຖືແປກໃຈວ່າຂ້ອຍກຳລັງເຮັດຫຍັງກັບຊິວິດຕົນເອງຢູ່???ກັບອາຊີບດ້ານນີ້??”
ມັນກໍ່ແລ້ວແຕ່ໃຜຈະຄິດກໍ່ແລ້ວກັນ,ເອົາເປັນວ່າລອງໄດ້ເຮັດເອງແລ້ວຈະຮູ້ວ່າມັນມ່ວນນນໆໆໆເວີ້ຍຍຍຍ.
ຖືວ່າ: ເພາະ((((ກູເລືອກແລ້ວ))))ຊ່າງຫົວມັນເທາະ,ຖ້າຍັງແຄແລ້ວຊິເອົາໃສມາຮັບປະທານ.ເພາະສັງຄົມກິນບໍ່ໄດ້.
- ເຫດການໃນເດືອນຕຸລາກໍ່ຖືວ່າຈົບລົງດ້ວຍອາການ“ມ່ວນ,ເໝືອຍ,ຫິ້ວເຂົ້າ,ຜິວດຳລົງ,ລາຍຕາ”
ທີ່ສຳຄັນ….ເດືອນນີ້ເປັນເດືອນທີ່ໄດ້ເຮັດວຽກຖ່າຍທຳໂຄສະນາແບບມື້ຣຽນມື້.ແຖມກັບມາບ້ານຍັງເກັບໄປຝັນຕໍ່.
“ສົງໃສ…ຖ່າຍທຳລົງຈິດໃຕ້ສຳນຶກ*-*” “ກະອູເປັນແຮງແລ້ວແມ່ນ,ເບາະ?”
ເລື່ອງທີ່ກຳລັງຈະຝອຍຢູ່ນີ້ເປັນພຽງຄວາມຄິດຕາມສະໄຕຼຂອງຄົນເບື່ອໆເສຍອາລົມຈິດ“ຫຼາຍໄປແດ່”
“ໂປຼດພິຈາລະນາຍານໃນການອ່ານ…ອ່ານປຸ໋ບ,ລືມປັບ”ຢ່າໄປໃສ່ໃຈກັບຄຳເວົ້າບ້າໆຂອງຂະນ້ອຍເລີຍ.
ໃຜເຄີຍເຫັນຕຸກນ້ຳດື່ມນ້ອຍໆຂອງເນດສະເລ້350ມລແນ່?ລາຄາປະມານ1500-2000ກີບ.
ສຳລັບຢູ່ຕ່າງປະເທດເຫັນມີອອກມາດົນແລ້ວ,ຍ້ອນຂະໜາດຂອງມັນໜ້າຮັກ,ເປັນຕາກິນ.

ຄົນກໍ່ພາກັນຫັນມາດື່ມແທນຂະໜາດ720ມລ.ເມື່ອເຫັນແນວນັ້ນ…..ມີຫວາ?ບໍລິສັດນ້ຳຫົວສາກ(tiger)
ກໍ່ບໍ່ລໍຊ້າ,ເພິ່ນເຮັດອອກມານຳເທຣນຄືກັນ ຮ່ະ ຮ່ະ ຮ່ະ “ຍຸກແຫ່ງການແຫ່ຕາມກະແສ”
ແຕ່ເລື່ອງມັນບໍ່ແລ້ວເທົ່ານີ້ໃນເມື່ອກ໋ອບປີ້ເທຣນມາແລ້ວຈະໃຫ້ຄືກັນໝົດມັນກໍ່ແນວໃດຢູ່.
ເພີ່ນກໍ່ມີການດັດແກ່ອອກມາແບບສະໄຕຼຂອງເພິ່ນຫັນແລະ.
ຄືຕຸກຈະນ້ອຍລົງແຕ່ຄົງສະພາບສີ່ຫຼຽມແບບເກົ່າ,
ເວລາເບີ່ງແລ້ວຄືກັບວ່າຕຸກນ້ຳມີຄົນຕັດກົ້ນມັນອອກ”ນິແລະ”
ປະມານວ່າ : ກ໋ອບປີ້ແຕ່ແຕກຕ່າງ ຮ່ະ ຮ໋ະ ຮ່ະ ເຫັນແລ້ວຢາກຫົວ.
ເອະ….ຫຼືເຮົາເປັນພວກຕໍ່ຕ້ານຄວາມແປກໃໝ່ຂອງມັນຫວະ!5555ນ້ຳຫົວສາດດດ.
ສຳລັບຂ້ອຍແລ້ວ,ມັກກະຕຸກທີ່ມັນເປັນກົມໆຫຼາຍກວ່າ.
ອີກຢ່າງຍັງຄ້ອງໃຈກັບ…ຕຸກນ້ຳດື່ມຫົວສັດຢູ່!
ຕຸກນ້ຳຂະໜາດເກົ່າມັນກໍ່ດີພໍແຮງຢູ່ແລ້ວ,ເຊືອກໄປເຮັດໃຫ້ມັນຍາວໆບາງໆອອກ“ໂຄດເກະກະ”
ແຖມຕຸກໃຫຍ່1.5ລິດກໍ່ຫນັກໂຄດໆ…ເວລາຂ້ອຍຍໍແກດນ້ຳດື່ມໄປສົ່ງຮ້ານອາຫານຈົນວ່າເກືອບຊິໄດ້ລາກເອົາ-*-
“ມະອຶງ…ຈະເຮັດແຕກຕ່າງໄປຫາສະຫວັນ,ຊື່ສຽງພິສັງຫວະ?”"ກະອູໜັກໂຄດໆໆ”
ນິແລະເນາະ….ເຮັດຕິດກະແສແຕ່ແຕກຕ່າງມັນເປັນແນວນິນີ້ເອງ,ວູ້ຯຯຯຯຯຯຯຯຯຯຯຫາກໍ່ຮູ້-.-/
ມິດຫງຽບ,ຫ່າງຫາຍ,ລະເລີຍ…3ຄຳນີ້ທີ່ເກີດຂຶ້ນກັບເວັບໄດອະຣີ່ຂ້ອຍ“ກໍ່ວ່າແມ່ນ”.
ເພາະດົນແລ້ວທີ່ບໍ່ໄດ້ເຂົ້າມາອັບໄດອະຣີ່.
ກ່ອນແລະຫຼັງທີ່ໄດ້ວຽກເຮັດຈະເຫັນໄດ້ເຖິງຄວາມຖີ່ໃນການຂຽນໄດອະຣີ່“ນັບມືນັບໜ້ອຍລົງ”
ຈະເຫັນໄດ້ຈາກໄດອະຣີ່ຂອງເດືອນກ່ອນໆຈະອັບເດດແບບມື້ຕໍ່ມື້…ແຕ່ພໍມາເດືອນ10.
ເດືອນແຫ່ງການເລີ່ມຕົ້ນຂອງການເປັນມະນຸດເງີນເດືອນຄົນໃຫມ່,ເກືອບຈະບໍ່ໄດ້ອັບເດດໄດອະຣີ່ລົງເວັບ“ຊຳ”.
“ອ໊າກຯຯຯຯຮູ້ເຊິ່ງເຖິງ….ການເຮັດວຽກມັນເໝືອຍແນວນິ້ເອງເນາະ”
4-5ມື້ຜ່ານມານີ້ມີວຽກຖ່າຍໂຄສະນາລຽນມື້ກັນ3ຜົນງານ….
ຕ້ອງຕື່ນຕັ້ງແຕ່5-6ໂມງໄປເປັນເດັກກອງຖ່າຍຈົນຮອດ7ໂມງແລງ“ເໝືອຍສຸດຊີວິດ”
ມ່ວນເວລາໄດ້ເຈິຄົນໃໝ່ຯໄດ້ເຫັນດາຣາ,ໄດ້ຊັບໜ້າໃຫ້ນັກສະແດງ,
ໄດ້ໂທນັດ/ຕິດຕໍ່ນັກສະແດງໄດ້ຊື້ອາຫານໄດ້ນັກສະແດງ“ສຸດທ້າຍພວກກູກະກິນນຳຢູ່ດີ”-*-
“ເປັນຜູ້ປະສານງານກະແນວນີ້ແລະ….ເພິ່ນວ່າ“ຕ້ອງໄດ້ເອົາໃຈນັກສະແດງ“staffesນຳກັນບອກມາແນວນິ້55″
ໜ້າກ້ອງພາກັນຈິ່ງຈັງຖ່າຍໆທຳໆ…ຫຼັງກ້ອງພາກັນນັ່ງເບິ່ງມ່ວນນນນ,ຝ້ອຍກັນຢ່າງເມົາມັນ.
ຈຸດດີຂອງການເປັນເດັກກອງຖ່າຍມ່ວນຢູ່ບ່ອນວ່າໄດ້ຫົວຂັວນນັກສະແດງເວລາກຳລັງສະແດງຕໍ່ໜ້າກອງ,
“ແຕ່ພໍຖ່າຍສາກດຽວ,ແຕ່ນັກສະແດງເຮັດບໍ່ໄດ້ຕ້ອງຖ່າຍຫຼາຍໆຄັ້ງ,ຂ້ອຍກໍ່ເລີ່ມຫົວເສຍ….*()#@+!+@&@)#)”
“ປານໃດມະອຶງຈະເຮັດໄດ້,ພວກກະອູ ຫິ້ວ ເຂົ້າແລ້ວໂວ໋ຍຍຍຍຍຍຍຍຍ“ຕ້ອງມີຖ່າຍອີກຫຼາຍສາກ”ກັບບ້ານເດິກຕາມເຄີຍ”.
ດັ່ງນັ້ນ…ກະເຟຖືວ່າເປັນສິ່ງທີ່STAFFຂາດບໍ່ໄດ້ເດັດຂາດ…
ມື້ນີ້ກໍ່ເຊັ່ນກັນກ່ອນຈະອອກຈາກບ້ານຂ້ອຍກໍ່ຊັດໄປແລ້ວ1ຈອກ.
ພໍໄດ້ຖ່າຍຟີມ“ຝັນໄກ”ຢູ່ຮ.ຮແຫ່ງໜຶ່ງກັບSTAFFESນຳກັນ,ອາຈານເພິ່ນກໍ່ເອົາກະເຟມາໃຫ້ກິນອີກ.
“ຢ່າງມ່ວນເລີຍຍຍຍ“ກິນໄປໄດ້ສັກພັກ,ອາການເລີ່ມສະແດງອອກມາໄດ້ເຫັນຈົນຮອດດຽວນີ້.
ຄືສະໝອງເບີຣ໌ໆ…ເປັນສີງົງໆ,ຕາແຈ້ງໆສະໝອງເລີ່ມມີການຮັບຮູ້ຊ້າລົງ,ຢາກນອນ“ເຈັບຫົວ”
ເອົາແລ້ວບໍ່ຂ້ອຍ….ກິນຫຼາຍເກີນເຫດຈຳເປັນ“ນະຣົກເຫັນໆ”ນອນກະໜ້ອຍ,ແຖມຖ່າຍຢູ່ກາງແຈ້ງ,ຕອນແດດກຳລັງແຮງຈັດ.
ຕື່ນນອນມາໄປເຮັດວຽກ,ປານZOMBIEດີຯນີ້ເອງ *-*/
ນະ ບັດ ນາວ….ຂ້ອຍເລີ່ມດຳ,ເຫັນໄດ້ຢ່າງຊັດເຈນ,ຄິດຢູ່ວ່າຈະເຮັດແນວໃດດີຫວະ???
“ມີແອບຄິດໄວ້ວ່າ,ໄດ້ເງີນມາປັບ,ຈະໄປເຂົ້າຄຼີນິກປັບສະພາບຜິວໜ້າດ່ວນນນນ”*-*/
